ຈົ່ງພ້ອມກັນເປັນເຈົ້າການ ເຂົ້າຮ່ວມໃນການສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດ

167

ສານຂອງພະນະ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 33 ປີ, ວັນທີ 26 ມິຖຸຸນາ 2020 (26/06/1987-26/06/2020) ເຊິ່ງມີເນື້ອໃນໃຈຄວາມດັ່ງນີ້

ພີ່ນ້ອງຮ່ວມຊາດ ທີ່ ຮັກແພງ ທັງຫຼາຍ! ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພວມໄດ້ເອົາໃຈໃສ່ໃນການປ້ອງກັນພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ຢ່າງເອົາຈິງເອົາຈັງ, ພວກເຮົາກໍຍັງໄດ້ພ້ອມກັນກັບປະຊາຊາດໃນທົ່ວໂລກ ສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 33 ປີ, ວັນທີ 26 ມິຖຸນາ 2020 ຊຶ່ງຖືເປັນໂອກາດແຫ່ງການສະເໜີຜົນງານໃນການຕໍ່ສູ້ເພື່ອສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ທີ່ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ດຳເນີນໃນປີຜ່ານມາ


ເປັນທີ່ຊາບກັນດີແລ້ວວ່າ ຢາເສບຕິດ ແມ່ນບັນຫາກວມລວມຂອງໂລກ ທີ່ເປັນໄພອັນຕະລາຍຕໍ່ມວນມະນຸດ, ເປັນບໍ່ເກີດແຫ່ງການກໍ່ອາຊະຍາກຳ, ກົດໜ່ວງທ່ວງດຶງການສ້າງສາພັດທະນາເສດຖະ ກິດ-ສັງຄົມຂອງຊາດ ທັງຍັງສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ບຸກຄົນ ແລະ ຄອບຄົວຜູ້ຕົກເປັນທາດຂອງຢາເສບຕິດ. ປະຈຸບັນ ການຜະລິດ ແລະ ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນ ກໍຄື ປະຊາຊາດທົ່ວໂລກ ພ້ອມກັນຕໍ່ຕ້ານຢ່າງແຂງແຮງ. ເຖິງແມ່ນວ່າ ຫຼາຍປະເທດ ໄດ້ເພີ່ມທະວີມາດຕະການ ແລະ ຄວາມພະຍາຍາມໃນການສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງປານໃດກໍຕາມ, ແຕ່ການຜະລິດ, ການຊົມໃຊ້, ການຄ້າ ຂາຍ ແລະ ການລຳລຽງຂົນສົ່ງຢາເສບຕິດຢູ່ໃນໂລກ ກໍຄືຢູ່ ສປປ ລາວ ກໍຍັງບໍ່ຫຼຸດໜ້ອຍຖອຍລົງ ແລະ ມີທ່າອ່ຽງຂະຫຍາຍຕົວຂຶ້ນຢ່າງໜ້າເປັນຫ່ວງ


ຍ້ອນເຫັນໄດ້ເຖິງພິດໄພອັນຕະລາຍຄືດັ່ງກ່າວ, ໃນຊຸມປີຜ່ານມາ ພັກ ແລະ ລັດຖະບານເຮົາ ຈຶ່ງໄດ້ຖືເອົາການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນໜ້າທີ່ສຳຄັນ ແລະ ໄດ້ຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງຈົດຈໍ່ ແລະ ຈິງຈັງຕະຫຼອດມາ. ພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນບັນດາຊັ້ນຄົນ ເປັນຕົ້ນແມ່ນຊາວໜຸ່ມ-ເຍົາວະຊົນ ໄດ້ຮັບຮູ້-ເຂົ້າໃຈຢ່າງຖືກ ຕ້ອງ ກ່ຽວກັບພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ, ໂດຍໄດ້ໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ມະຕິຄຳສັ່ງຂອງພັກ-ລັດ ກ່ຽວກັບບັນຫາຢາເສບຕິດ ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ. ພວກເຮົາ ໄດ້ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂໃຫ້ບັນດາຄອບຄົວປະຊາຊົນເຜົ່າຕ່າງໆຢູ່ເຂດພູດອຍ ທາງພາກເໜືອ ຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ແລະ ຖືກກົດໝາຍ ແທນການປູກຝິ່ນ, ໄດ້ດຳເນີນການບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ເພື່ອໃຫ້ເຂົາເຈົ້າ ກັບຄືນເປັນຄົນດີຂອງສັງຄົມ. ພ້ອມນັ້ນ, ຍັງໄດ້ຕັ້ງໜ້າເຂົ້າຮວ່ມໃນການປະຕິບັດວຽກງານ 3 ສ້າງ ທີ່ຕິດພັນກັບການສ້າງບ້ານໃຫ້ ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມກອງ, ຫົວໜ່ວຍການຜະລິດ ແລະ ບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງຖິ່ນຕ່າງໆ ໃຫ້ປອດຈາກຢາເສບຕິດ. ນອກນັ້ນ ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ການປະຕິບັດມາດຕະການດ້ານກົດ ໝາຍ ຕໍ່ຜູ້ກະທຳຄວາມຜິດ. ໃນປີນີ້, ເຈົ້າໜ້າທີ່ຕຳຫຼວດ, ໂດຍໄດ້ຮັບຄວາມຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມ້າງຄະດີ, ຍຶດຢາເສບຕິດ, ຍຶດອາວຸດເສິກ, ຍຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ນໍາມາຜະລິດເປັນຢາເສບຕິດ ແລະ ທີ່ສຳຄັນແມ່ນໄດ້ຈັບກຸມຜູ້ກະທໍາຄວາມຜິດຈຳນວນໜຶ່ງ ມາດຳເນີນຄະດີຕາມລະບຽບກົດໝາຍ


ນອກຈາກນັ້ນ, ກໍໄດ້ມີການພົວພັນຮ່ວມມືຢ່າງໃກ້ຊິດ, ເປັນເຈົ້າການ ໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕັ້ງໜ້າ ສະເໝີຕົ້ນສະເໝີປາຍ ກັບບັນດາປະເທດເພື່ອນມິດ ໂດຍສະເພາະ ກັບປະເທດບ້ານໃກ້ເຮືອນຄຽງ ແລະ ອົງການຈັດຕັ້ງສາກົນຕ່າງໆ ຕະຫຼອດມາ.
ເນື່ອງໃນວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ ຄົບຮອບ 33 ໃນປີນີ້, ຕາງໜ້າ ລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ທີ່ໄດ້ໃຫ້ການຮ່ວມມືປະກອບສ່ວນເຂົ້າໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ. ນະໂອກາດນີ້, ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີຕະຫຼອດມາ


ພີ່ນ້ອງຮ່ວມຊາດ ທີ່ຮັກແພງ! ຢາເສບຕິດ ເປັນບັນຫາຂອງຊາດ ແລະ ຂອງສາກົນ ທີ່ກຳລັງເປັນໄພຂົ່ມຂູ່ ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດລາວເຮົາ. ດັ່ງນັ້ນ, ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນ, ທຸກເພດໄວ ໃນທົ່ວສັງຄົມ ຕະຫຼອດຮອດບັນດາອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ອົງການພຸດທະສາດສະໜາ ແລະ ສະຖາບັນຄອບຄົວ ຈົ່ງໄດ້ພ້ອມກັນເປັນເຈົ້າການ ເຂົ້າຮ່ວມໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກສັງຄົມລາວ


ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມືຊ່ວຍເຫຼືອດ້ານທຶນຮອນ, ບົດຮຽນ ແລະ ປະສົບການ ແກ່ລັດຖະບານ ແລະ ປະຊາຊົນລາວ ກໍຄືອົງການທີ່ເຮັດໜ້າທີ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ພາກພື້ນ ແລະ ໂລກຂອງພວກເຮົາ ປອດຈາກຢາເສບຕິດ