ຕາມນີ້! ສາທາຊີ້ແຈງ ເຫດນັກຮຽນ 200 ກວ່າຄົນ ກິນຢາຂ້າແມ່ທ້ອງແລ້ວຕ້ອງນຳສົ່ງໂຮງໝໍ

92

ຈາກປະເດັນ ນັກຮຽນຈໍານວນ 200ກວ່າຄົນ ຕ້ອງຖືກນຳສົ່ງເຂົ້າໂຮງໝໍດ່ວນ ໂດຍບໍ່ຮູ້ສາເຫດ ຫຼັງກິນຢ່າຂ້າແມ່ທ້ອງ, ເຊິ່ງເຮັດສັງຄົມວິພາກວິຈານໄປຕ່າງໆນາໆ ເຖິງປະເດັນດັ່ງກ່າວ, ຫຼ້າສຸດ ພາກສ່ວນກ່ຽວຂ້ອງ ໂດຍມີກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ໄດ້ອອກມາຖະແຫຼງຂ່າວຊີ້ແຈງເຫດການດັ່ງກ່າວແລ້ວ.

ວັນທີ 25 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວຊີ້ແຈງເຫດນັກຮຽນກິນຢາຂ້າແມ່ທ້ອງແລ້ວຖືກສົ່ງເຂົ້າໂຮງໝໍ ໃນວັນທີ 24 ມິຖຸນາ ໂດຍການຖະແຫຼງຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ດຣ ນາງ ເຣໂກະ ຊຶຢູໂອກະ ຫົວໜ້າໜ່ວຍງານຕອບໂຕ້ເຫດການສຸກເສີນ ທາງດ້ານສາທາລະນະສຸກ ອົງການອະນາໄມໂລກ ປະຈໍາລາວ, ມີພາກສ່ວນກ່ຽວຂ້ອງ ພ້ອມສື່ມວນຊົນເຂົ້າຮ່ວມ.

ທ່ານ ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ການຢາຍຢາຂ້າແມ່ທ້ອງໃນໂຮງຮຽນໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2005, ເຊີ່ງການຈັດຕັ້ງປະຕິບັດການກິນຢາ ແມ່ນການຮ່ວມມືລະຫວ່າງສອງກະຊວງຄື ກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ, ພາຍໃຕ້ການສະໜັບສະໜູນຢາຂ້າແມ່ທ້ອງ Medbendazole 500mg ໂດຍບໍລິສັດ Johnson & Johnson ຢູ່ສະຫະລັດອາເມລິກາໂດຍຜ່ານອົງການອະນາໄມໂລກ ເຊິ່ງຢາດັ່ງກ່າວແມ່ນຜະລິດຢູ່ ປະເທດປອກຕຸຍການ ຜ່ານການຢັ້ງຢືນ, ກວດກາ ແລະ ຮັບຮອງຄຸນນະພາບຈາກກະຊວງສາທາລະນະສຸກ (ກົມອາຫານ ແລະ ຢາ) ແລະ ອົງການອະນາໄມໂລກ, ໃນທົ່ວໂລກມີ 74 ປະເທດທີ່ຈັດຕັ້ງປະຕິບັດການກີນຢາຂ້າແມ່ທ້ອງໃນໂຮງຮຽນ, ເຊິ່ງໃນນັ້ນໃຊ້ຢາ Mebendazole 23 ປະເທດ ລວມທັງ ສປປ ລາວ ເດັກກຸ່ມເປົ້າໝາຍໃນການກີນຢາແມ່ນອາຍຸ 5-14 ປີ ໃນຂອບເຂດທົ່ວປະເທດ.

ຢາຂ້າແມ່ທ້ອງ Medbendazole 500mg ເປັນໜື່ງໃນບັນດາຢາທີ່ປອດໄພກວ່າໝູ່ ໃນບັນດາຢາທັງໝົດເມື່ອກີນເຂົ້າໄປຈະຖືກຍ່ອຍສະຫຼາຍໃນລຳໄສ້ 4-6 ຊົ່ວໂມງ ແລະ ຖືກຂັບອອກທາງອາຈົມ, ຢາທີກີນໄປແມ່ນຈະອອກລິດຢູ່ໃນລຳໄສ້ສ່ວນໃຫຍ່ 98% ແລະ ຈະຖືກດູດຊືມເຂົ້າກະແສເລືອດປະມານ 2%.

ຈາກການເຮັດການສືກສາຜ່ານມາທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າຢາດັ່ງກ່າວແມ່ນບໍ່ມີຜົນຂ້າງຄຽງທີ່ຮ້າຍແຮງ ຫຼື ເປັນອັນຕະລາຍເຖິງຊີວິດ, ທັງນີ້, ຜົນຈາກການສືກສາດ້ານຄວາມປອດໄພຂອງຢາດັ່ງກ່າວຫຼາຍກວ່າ 6.500 ຄັ້ງ ມີການຕີພີມເຜີຍແຜ່ພົບວ່າ ບໍ່ມີຜົນຂ້າງຄຽງແບບຮຸນແຮງ. ອາການຂ້າງຄຽງຂອງຢາແມ່ນ ມີໜ້ອຍ ແລະ ເປັນແບບຊົ່ວຄາວ ເຊີ່ງ ພົບພຽງ 6,3% ເຊັ່ນ: ເຈັບຫົວ, ວິນຫົວ, ເຈັບທ້ອງ, ປວດຮາກ ແລະ ຮາກ.

ທ່ານ ກ່າວຕື່ມວ່າ: ການຈັດຕັ້ງການກີນຢາໃນໂຮງຮຽນຄັ້ງນີ້ເລີ່ມຕົ້ນແຕ່ວັນທີ 16 ມິຖຸນາ 2020 ເປັນຕົ້ນມາໃນຂອບເຂດທົ່ວປະເທດ, ມາຮອດວັນທີ 24 ມິຖຸນາ 2020 ໄດ້ຮັບລາຍງານຈາກເມືອງ, ແຂວງ ມີນ້ອງນັກຮຽນເກີດຜົນຂ້າງຄຽງພາຍຫຼັງກີນຢາຂ້າແມ່ທ້ອງ ຈຳນວນ 231 ຄົນ (ນະຄອນຫຼວງ 220 ຄົນ ແລະ ແຂວງຈຳປາສັກ 11 ຄົນ), ເຊີ່ງນັກຮຽນ ທັງໝົດມີອາການແບບ ເບົາບາງ ເຊັ່ນ: ເຈັບຫົວ, ວິນຫົວ,ປວດຮາກ, ຮາກ ແລະ ຖອກທ້ອງ ແຕ່ຕອນນີ້ອາການຂອງນັກຮຽນ ທັງໝົດແມ່ນຫາຍດີຫມົດທຸກຄົນແລ້ວ.

ແນວໃດກໍ່ຕາມ, ຕໍ່ເຫດການທີ່ເກີດຂຶ້ນ ພາຍຫຼັງການປຶກສາຫາລືກັນລະຫວ່າງທີມງານທີ່ຮັບຜິດຊອບວຽກງານການຢາຍຢາຂ້າແມ່ທ້ອງ ແລະ ອົງການອະນາໄມໂລກ ແມ່ນເຫັນດີໃຫ້ໂຈະການຢາຍຢາຂ້າແມ່ທ້ອງເປັນການຊົ່ວຄາວ ເພື່ອດຳເນີນການສອບສວນຕໍ່ເຫດການດັ່ງກ່າວ ແລະ ກວດກາຄືນຄຸນະພາບຢາທີ່ແຈກຢາຍໃນ ສປປ ລາວ ໂດຍຮ່ວມກັບອົງການອະນາໄມໂລກ ເຊິ່ງຈະໄດ້ສົ່ງຢາໄປກວດ ທັງພາຍໃນ ແລະ ຕ່າງປະເທດ (ສສ ຫວຽດນາມ).

ນອກຈາກນີ້ ທ່ານ ຣັດຕະນະໄຊ ເພັດສຸວັນ ຍັງໄດ້ຢືນຢັນເຖິງຢາ Medbendazole 500mg ວ່າເປັນຢາຊະນິດດຽວກັນທີ່ນໍາໃຊ້ມາແຕ່ປີ 2005 ບໍ່ແມ່ນຢາຊະນິດໃໝ່ ຫຼື ຫາກໍ່ນໍາມາໃຊ້ຕາມຫາງສຽງສື່ອອນລາຍແຕ່ຢ່າງໃດ.

ດ້ານ ທ່ານ ດຣ ນາງ ເຣໂກະ ຊຶຢູໂອກະ ກ່າວວ່າ: ຫຼັງຈາກທີ່ທີມງານອົງການອະນາໄມໂລກຮູ້ຂ່າວແມ່ນສຸດທີ່ເສຍໃຈ ແລະ ເປັນຫ່ວງຕໍ່ເຫດການທີ່ເກີດຂຶ້ນ ພ້ອມເຂົ້າໃຈວ່າບັນດາຜູ້ປົກຄອງ, ພໍ່ແມ່ປະຊາຊົນ ຄູອາຈານ ແລະ ພາກສ່ວນກ່ຽວຂ້ອງຕ່າງກໍ່ກັງວົນຕໍ່ສິ່ງທີ່ເກີດຂຶ້ນ. ແຕ່ແນວໃດກໍ່ຕາມ ອາການຂອງນ້ອງນັກຮຽນທີ່ເປັນນັ້ນລ້ວນເປັນອາການສະແດງອອກ ຜົນຂ້າງຄຽງຢາທີ່ລະບຸໄວ້ໃນຂັ້ນຕົ້ນແລ້ວທີ່ສາມາດພົບໄດ້ ເມື່ອກິນຢາຂ້າແມ່ທ້ອງຊະນິດນີ້ ເຊິ່ງສາມາດເກີດຂຶ້ນໄດ້ໂດຍທົ່ວໄປທັງລາວເຮົາເອງ ແລະ ບັນດາປະເທດອື່ນໆໃນທົ່ວໂລກ.

ແຕ່ທັງນີ້ ບັນດາອາການທີ່ເກີດຂຶ້ນເປັນຕົ້ນແມ່ນ ວິນຫົວ, ປວດຮາກ ມັນກໍ່ມີຄວາມເປັນໄປໄດ້ທີ່ຈະກ່ຽວຂ້ອງກັບຢາ ເຊັ່ນວ່າ: ເດດັກອາດບໍ່ໄດ້ກິນອາຫານເຊົ້າ ກ່ອນກິນຢາຂ້າແມ່ທ້ອງ ຫຼື ອາດມີແມ່ທ້ອງຫຼາຍ ແລະ ເປັນປະຕິກິລິຍາລະຫວ່າງຢາ ແລະ ແມ່ທ້ອງທີ່ເກີດຂຶ້ນໃນທ້ອງກໍ່ເປັນໄດ້ ແຕ່ບັນດາອາການທັງໝົດທີ່ເກີດຂຶ້ນແມ່ນທີມງານໄດ້ບັນທຶກຢ່າງລະອຽດແລ້ວ ແລະ ຖືວ່າຍັງຢູ່ໃນຂັ້ນເບົາບາງ.

ເຖິງຢ່າງໃດກໍ່ຕາມ ຈະໄດ້ມີການກວດວິເຄາະຄືນຕົວຢາດັ່ງກ່າວ ແຕ່ໃນຂະບວນການນັ້ນຕ້ອງລະອຽດ ວ່າຈະກວດອັນໃດແດ່ເພື່ອຢັ້ງຢືນ ແລະ ຮັບປະກັນຄຸນນະພາບຂອງຢາ, ເຊິ່ງຕ້ອງສົ່ງໄປກວດຢູ່ຫ້ອງວິເຄາະທີ່ໄດ້ຮັບການຢັ້ງຢືນຈາກອົງການອະນາໄມໂລກ ແລະ ປັດຈຸບັນນີ້ຢາຍັງຢູ່ໃນລາວເຮົາ ອີກທັງບໍ່ທັນໄດ້ເກັບຕົວຢ່າງຢາຈາກຫຼາຍໆຈຸດທີ່ແຈກຢາຍພາຍໃນປະເທດເພື່ອນໍາໄປກວດວິເຄາະຢ່າງລະອຽດ ດັ່ງນັ້ນຕ້ອງໃຊ້ເວລານັບເດືອນຂຶ້ນໄປຈຶ່ງຈະຮູ້ຜົນໄດ້ ທ່ານ ດຣ ນາງ ເຣໂກະ ຊຶຢູໂອກະ ກ່າວເພີ່ມເຕີມ