ນ້ອງໆສາຍສາມັນກຽມສອບເສັງຈົບຊັ້ນກາງເດືອນກໍລະກົດ

196

ຈາກສະພາບການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ການຮຽນ – ການສອນໄດ້ປິດຊົ່ວຄາວເປັນເວລາເດືອນປາຍ. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກີລາ ຈຶ່ງໄດ້ປັບຕາຕະລາງການຮຽນ – ການສອນ ແລະ ການສອບເສັງຄືນໃໝ່ ໂດຍໄດ້ກຳນົດການສອບເສັງຂອງສາຍສາມັນໃນກາງຫາທ້າຍເດືອນກໍລະກົດ.

ອີງຕາມແຈ້ງການຂອງຫ້ອງການກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 1767/ຫກ ລົງວັນທີ 15 ມິຖຸນາ 2020 ເລື່ອງ: ການສອບເສັງຈົບຊັ້ນສາຍສາມັນສຶກສາ ປະຈຳສົກຮຽນ 2019 – 2020 ໃຫ້ຮູ້ວ່າ: ຫ້ອງການກະຊວງສຶກສາທິການ ແລະ ກີລາ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ກົມສາມັນສຶກສາມີຄວາມຮັບຜິດຊອບໃນການຊີ້ນຳ, ຄຸ້ມຄອງການເລື່ອນຂັ້ນ – ສອບເສັງຈົບຊັ້ນ ສາຍສາມັນສຶກສາ ປະຈຳສົກຮຽນ 2019 – 2020 ໃນຂອບເຂດທົ່ວປະເທດ ເຊິ່ງຈະໄດ້ຈັດຂຶ້ນໃນເດືອນກໍລະກົດ 2020.


ຊັ້ນປະຖົມສຶກສາ: ການສອບເສັງຈົບຊັ້ນປະຖົມສຶກສາ ປ 5 ໄດ້ກຳນົດເອົາ 3 ວິຊາ ຄື: ວິຊາພາສາລາວ ( ພາກຫັດແຕ່ງ ແລະ ພາກຂຽນທວາຍ, ຄຳຖາມ ), ຄະນິດສາດ ແລະ ໂລກອ້ອມຕົວເຮົາ; ໃຫ້ສົ່ງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດຊັ້ນ ປ 5, ສະຖິຕິນັກສອບເສັງແຍກຍິງ – ຊາຍ, ນັກສອບເສັງຫ້ອງສອງພາສາລາວ – ຝຣັ່ງ, ຈຳນວນຫ້ອງ, ສູນສອບເສັງເຖິງກົມສາມັນສຶກສາ ກ່ອນວັນທີ 26 ມິຖຸນາ 2020.


ວັນທີ 16 – 17 ກໍລະກົດ 2020 ສອບເສັງຈົບຊັ້ນປະຖົມສຶກສາ ( ປ 5 ); ວັນທີ 27 – 28 ກໍລະກົດ 2020 ສອບເສັງຄືນສຳລັບນັກຮຽນ ປ 5 ທີ່ຂາດສອບເສັງຈົບຊັ້ນທີ່ມີເຫດຜົນພຽງພໍ; ວັນສຸກ ວັນທີ 14 ສິງຫາ 2020 ສົ່ງລາຍງານການສອບເສັງຈົບຊັ້ນ ປ 5 ເຖິງກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກີລາ.
ຊັ້ນມັດທະຍົມສຶກສາ: ໃຫ້ຕັ້ງຄະນະກຳມະການ ແລະ ອະນຸກຳມະການຝ່າຍຕ່າງໆຢ່າງພຽງພໍ ເພື່ອຮັບປະກັນຄວາມສະຫງົບ, ປອດໄພ ແລະ ຜົນສຳເລັດທີ່ມີປະສິດທິພາບໃນການສອບເສັງ. ພິເສດໃຫ້ສືບຕໍ່ແຕ່ງຕັ້ງໜ່ວຍສະເພາະກິດເພື່ອກວດກາ, ຕິດຕາມ, ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນການສອບເສັງ.


ໃຫ້ຈັດຕັ້ງເຜີຍແຜ່ລະບຽບການສອບເສັງໃຫ້ຄະນະກຳມະການ, ຄູ, ນັກຮຽນ ແລະ ສັງຄົມ ເພື່ອສະກັດກັ້ນປາກົດການຫຍໍ້ທໍ້ໃນການສອບເສັງຈົບຊັ້ນມັດທະຍົມສຶກສາ; ໃຫ້ສົ່ງບົດລາຍງານຈັດຕັ້ງປະຕິບັດຫຼັກສູດຊັ້ນ ມ 4, ມ 7, ສະຖິຕິນັກສອບເສັງແຍກຍິງ – ຊາຍ, ນັກສອບເສັງສົງ, ນັກສອບເສັງຫ້ອງພາສາລາວ – ພາສາຝຣັ່ງ, ຈຳນວນຫ້ອງສອບເສັງ, ສູນສອບເສັງ, ຫົວບົດສອບເສັງຈົບຊັ້ນ ມ 4 ແລະ ມ 7 ( ຫົວບົດສອບເສັງພາງ ) ພ້ອມທັງໜັງສືສະເໜີແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຕັດສິນການສອບເສັງຈົບຊັ້ນ ມ 7 ຂັ້ນແຂວງ ເຖິງກົມສາມັນສຶກສາກ່ອນວັນທີ 26 ມິຖຸນາ 2020.


ໃຫ້ສົ່ງຊື່, ນາມສະກຸນ, ຕໍາແໜ່ງ, ທີ່ຢູ່, ເບີໂທລະສັບ, ອີເມລຂອງຄະນະກຳມະການຮັບຜິດຊອບການສອບເສັງຜູ້ທີ່ຈະຮັບຜິດຊອບຫົວບົດສອບເສັງ ແລະ ຂະໜານຕອບບົດສອບເສັງຈົບຊັ້ນ ມ 4 ແລະ ມ 7 ເຖິງກົມສາມັນສຶກສາກ່ອນວັນທີ 9 ກໍລະກົດ 2020.
ການຈັດຕັ້ງປະຕິບັດສອບເສັງ: ວັນທີ 30 – 31 ກໍລະກົດ 2020 ພະນັກງານຂັ້ນແຂວງ, ນະຄອນຫຼວງ ເຂົ້າສູນອັດສຳເນົາຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ( ມ 4 ) ແລະ ຕອນປາຍ ( ມ 7 ).


ວັນທີ 22 – 24 ກໍລະກົດ 2020 ສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ( ມ 4 ); ວັນທີ 29 – 31 ກໍລະກົດ 2020 ສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ( ມ 7 ) ແລະ ສອບເສັງຄືນ ມ 4; ວັນທີ 5 – 6 ສິງຫາ 2020 ສອບເສັງຄືນສຳລັບນັກຮຽນ ມ 7 ທີ່ຂາດສອບເສັງຈົບຊັ້ນທີ່ມີເຫດຜົນພຽງພໍ ໂດຍນຳໃຊ້ຫົວບົດສອບເສັງສຳຮອງ.
ອາທິດທີ 3 ເດືອນສິງຫາ 2020 ສະຫຼຸບຜົນການສອບເສັງຈົບຊັ້ນ ມ 4 ແລະ ມ 7 ສົ່ງກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກີລາ.