ເຂົ້າໄກ່ນ້ອຍສິນຄ້າປາຍແຫຼມຂອງແຂວງຊຽງຂວາງ ຈັດຕັ້ງໂຄງການສົ່ງເສີມຈິງຈັງ

388

ເຂົ້າໄກ່ນ້ອຍ ກຳລັງເປັນທີ່ນິຍົມຂອງຜູ້ບໍລິໂພກນັບມື້ສູງຂຶ້ນ ບໍ່ພຽງນຳໃຊ້ກິນໃນຊີວິດປະຈຳວັນເທົ່ານັ້ນ ແຕ່ເລີ່ມໄດ້ມີການນຳໃຊ້ເຂົ້າໃນໂຮງງານອຸດສາຫະກຳ ເຊິ່ງນັ້ນກາຍເປັນທ່າແຮງສຳຄັນທາງການຕະຫຼາດໃຫ້ປະຊາຊົນຊາວນາມີແຮງສູ້, ພາກລັດເອງກໍມີການຈັດຕັ້ງໂຄງການສົ່ງເສີມການປູກຢ່າງຈິງຈັງ.


ຕາມຂ່າວໃຫ້ຮູ້ວ່າ: ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຊຽງຂວາງ ຮ່ວມກັບ ກົມຊັບສິນທາງປັນຍາ ແລະ ອົງການພັດທະນາຂອງຝຣັ່ງ ( AFD ) ໄດ້ເປີດກອງປະຊຸມ ກ່ຽວກັບການເຜີຍແຜ່ໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດເຂົ້າໄກ່ນ້ອຍ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ໃຫ້ຜູ້ເຂົ້າຮ່ວມທີ່ຢູ່ໃນເປົ້າໝາຍຂອງໂຄງການ ແລະ ທັງເປັນກິດຈະກຳໜຶ່ງທີ່ໄດ້ຮັບການສະໜັບສະໜູນຈາກອົງການພັດທະນາຂອງຝຣັ່ງ ພາຍໃຕ້ການຊີ້ນໍາໆພາໃນການຈັດຕັ້ງປະຕິບັດໂດຍອົງການແກຣດ ( Gret ).


ໂຄງການດັ່ງກ່າວນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສິນຄ້າຖິ່ນກຳເນີດ ໂດຍສະເພາະແມ່ນເຂົ້າໄກ່ນ້ອຍ, ສະມາຄົມ, ຜູ້ຜະລິດ ແລະ ຜູ້ປະກອບການເຫັນໄດ້ເຖິງ ຄວາມສຳຄັນ ແລະ ຄຸນປະໂຫຍດຂອງເຂົ້າໄກ່ນ້ອຍ ເປັນເຂົ້າຊະນິດໜຶ່ງທີ່ໄດ້ຈົດທະບຽນຖິ່ນກຳເນີດ, ທັງເປັນເຂົ້າທີ່ມີຄຸນນະພາບສູງຕໍ່ການພັດທະນາເສດຖະກິດ – ສັງຄົມຂອງແຂວງກໍຄືພາຍໃນ ແລະ ຕ່າງປະເທດ ແນໃສ່ເຮັດໃຫ້ສະມາຄົມເຂົ້າໄກ່ນ້ອຍ, ຜູ້ຜະລິດ ແລະ ຜູ້ປະກອບການນຳເອົາໄປຜັນຂະຫຍາຍເຜີຍແຜ່ສົ່ງເສີມ ແລະ ປົກປ້ອງຖິ່ນກໍາເນີດເຂົ້າໄກ່ນ້ອຍໃຫ້ຍືນຍົງຕະຫຼອດໄປ.


ໂອກາດນີ້, ທ່ານ ສີວິໄລ ແສງຈະເລີນ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຊຽງຂວາງ ກ່າວວ່າ: ເຂົ້າໄກ່ນ້ອຍຖືເປັນສິນຄ້າທີ່ມີຊື່ສຽງຂອງແຂວງຊຽງຂວາງ ເຊິ່ງພວກເຮົາຕ້ອງໄດ້ຊ່ວຍກັນສົ່ງເສີມຢ່າງເອົາຈິງເອົາຈັງ ແລະ ສະເໜີໃຫ້ທີ່ປະຊຸມຈົ່ງປະກອບສ່ວນຢ່າງຕັ້ງໜ້າ ເພື່ອນໍາເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍເຂົ້າໃສ່ການຈັດຕັ້ງປະຕິບັດໃຫ້ແທດເໝາະກັບສະພາບຄວາມເປັນຈິງ ພ້ອມທັງສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດເຂົ້າໄກ່ນ້ອຍໃຫ້ມີປະສິດທິຜົນ.


ນອກນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈນຳກົມຊັບສິນທາງປັນຍາ ພ້ອມດ້ວຍທີມງານອົງການເກຣດ ທີ່ໄດ້ໃຫ້ຈັດໂຄງການດັ່ງກ່າວນີ້ຂຶ້ນມາ ເພື່ອສ້າງຄວາມເຂັ້ມແຂງໃນການຊຸກຍູ້ສົ່ງເສີມປະຊາຊົນຜູ້ປູກເຂົ້າແບບຍືນຍົງຕະຫຼອດໄປ.


ກອງປະຊຸມດັ່ງກ່າວ, ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມພະແນກ ພວຕ ແຂວງ ຊຽງຂວາງ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສິວີໄລ ແສງຈະເລີນ ຫົວໜ້າພະແນກວິທະຍາ ສາດ ແລະ ເຕັກໂນໂລຊີ ແຂວງຊຽງ ຂວາງ, ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ອາກໂນ ວົງໂຕແບລ ຫົວໜ້າໂຄງການແກຣດ ( Gret ). ມີບັນດາທ່ານຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຫ້ອງການກະສີກຳເມືອງ, ຫ້ອງການ ພວຕ ເມືອງ, ສະມາຄົມເຂົ້າໄກ່ນ້ອຍ, ຜູ້ຜະລິດ ແລະ ຜູ້ປະກອບການເຂົ້າໄກ່ນ້ອຍແຂວງຊຽງຂວາງເຂົ້າຮ່ວມ.

( ເນື້ອໃນ – ຮູບ: ພວຕ
ແຂວງຊຽງຂວາງ )
[ ຂ່າວ: ສົມສະຫວິນ ]