ພະແນກກະສິກຳ ແລະ ປ່າໄມ້ແຂວງອັດຕະປືໄດ້ສຳເລັດການກໍ່ສ້າງລະບົບນ້ຳພະລັງງານແສງຕາເວັນ ເພື່ອຮັບໃຊ້ວຽກງານການກະເສດ ແລະໄດ້ຈັດພິທີ ມອບ-ຮັບຢ່າງເປັນທາງການໃນວັນທີ 27 ກຸມພາ 2024ທີ່ບ້ານອິນທີ ເມືອງສະໜາມໄຊ.
ໂຄງການນີ້ຈັດຕັ້ງປະຕິບັດມາແຕ່ປີ 2020–2024 ມີທັງໝົດ 31 ບ້ານນອນໃນ 3 ເມືອງ ທີ່ຢູ່ໃນເປົ້າໝາຍຂອງໂຄງການຄືເມືອງສາມັກຄີໄຊ, ໄຊເສດຖາ ແລະ ສະໜາມໄຊ, ເປົ້າໝາຍແມ່ນສົ່ງເສີມການຜະລິດກະສິກຳແບບເປັນມິດຕໍ່ລະບົບນິເວດທີ່ມີຄວາມທົນທານຕໍ່ການປ່ຽນແປງສະພາບອາກາດພ້ອມທັງເປັນການສ້າງຄວາມເຂັ້ມແຂງດ້ານທຸລະກິດກະສິກໍາ, ການຈັດການ ນໍ້າແລະຈັດການຄວາມສ່ຽງທາງໄພພິບັດຂອງວຽກງານກະສິກໍາ.
ນອກຈາກນັ້ນທາງໂຄງການຍັງໃດ້ສະໜອງແນວພັນພືດເຊັ່ນແນວພັນເຂົ້າ, ແນວພັນຜັກ, ຫົວເຊື້ອເຫັດເຟີອງ, ເບ້ຍໄມ້ໃຫ້ໝາກ, ແນວພັນໄກ່, ລູກປາ ແລະ ສະໜອງອຸປະກອນປຸກເຮືອນຮົ່ມໃຫ້ປະຊາຊົນຕື່ມອີກ.
ເຂົ້າຮ່ວມໃນພິທີ ຍັງມີທ່ານ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຕາງໜ້າອົງການ ອາຫານ ແລະ ການກະເສດແຫ່ງສປຊປະຈຳສປປ ລາວ ແລະ ແຂກຖືກເຊີນຈາກອົງການ, ໂຄງການ, ພະແນກການຂອງແຂວງ,ຫ້ອງການຂອງເມືອງ ສະໜາມໄຊ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ຂ່າວ, ຈາກແຂວງອັດຕະປື