ດ່ວນທີ່ສຸດ ກົມຄວບຄຸມພະຍາດຕິດຕໍ່ ແຈ້ງການເຖິງໂຮງຮຽນຕ່າງໆໃຫ້ຢຸດ ການແຈກຢາຍຢາຂ້າແມ່ທ້ອງ

165

ສືບເນື່ອງມາຈາກເຫດການທີ່ເກີດຕາມບັນດາໂຮງຮຽນ ພາຍຫຼັງກິນຢາຂ້າແມ່ທ້ອງແລ້ວເຮັດໃຫ້ນ້ອງນ້ອຍນັກຮຽນເກີດອາການແພ້ຢາ ວິນຫົວປວດຮາກ ຈົນຕ້ອງໄດ້ພານ້ອງໆເຂົ້າໂຮງໝໍໂດຍດ່ວນ, ຫຼ້າສຸດ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການໃຫ້ທຸກໂຮງຮຽນຢຸດການຢາຍຢາດັ່ງກ່າວໃຫ້ນັກຮຽນກິນ.

ໂດຍກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ອອກໜັງສືແຈ້ງການ ເລກທີ 792/ກຄພຕ, ນະຄອນຫຼວງວຽງຈັນ ວັນທີ 25 ມິຖຸນາ 2020 ເຖິງຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ເລື່ອງຢຸດການຢາຍຢາຂ້າແມ່ທ້ອງໃນໂຮງຮຽນຊົ່ວຄາວ.

ອີງຕາມທິດຊີ້ນຳຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ວັນທີ 25 ມິຖຸນາ 2020, ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຂໍແຈ້ງມາຍັງຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ, ແຈ້ງຫາພະແນກສຶກສາແຂວງ, ເມືອງໃນຂອບເຂດທົ່ວປະເທດ ໃຫ້ຢຸດການຢາຍຢາຊົ່ວຄາວ ຈົນກວ່າທີມງານຈະຊອກຫາສາເຫດ ທີ່ພາໃຫ້ນັກຮຽນມີຜົນຂ້າງຄຽງຂອງຢາໄດ້. ສະນັ້ນ, ຈຶ່ງແຈ້ງມາຍັງທ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອຊາບ ແລະ ພ້ອມຈັດຕັ້ງປະຕິບັດ. ຫວັງວ່າຈະໄດ້ຮັບການຮ່ວມມືຈາກທ່ານເປັນຢ່າງດີ.