ແຂວງຈຳປາສັກ ຈະສູ້ຊົນສົ່ງອອກໃຫ້ໄດ້ 482 ລ້ານໂດລາ

17

ປີ 2024 ແຂວງຈໍາປາສັກ ຕັ້ງເປົ້າສູ້ຊົນເຮັດໃຫ້ຂະແໜງອຸດສາຫະກໍາ ຂະຫຍາຍຕົວເພີ່ມຂຶ້ນ 5,25% ກວມເອົາປະມານ 24,75% ຈີດີພີ. ສ່ວນການສົ່ງອອກໃຫ້ບັນລຸ 482,33 ລ້ານໂດລາ.

ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ໄດ້ໃຫ້ສຳພາດວ່າ: ໃນປີ 2024 ແຂວງຈໍາປາສັກ ຕັ້ງເປົ້າສູ້ຊົນເຮັດໃຫ້ໄດ້ລວມຍອດຜະລິດຕະພັນພາຍໃນ ( GDP ) ອັດຕາການຂະຫຍາຍຕົວສະເລ່ຍເພີ່ມຂຶ້ນບໍ່ໃຫ້ຫຼຸດ 5,5% ລວມຍອດຜະລິດຕະພັນພາຍໃນ ບັນລຸ 36.684 ຕື້ກີບ ສະເລ່ຍຕໍ່ຫົວຄົນໄດ້ 46,45 ລ້ານກີບ ຫຼື ເທົ່າກັບ 2.481 ໂດລາສະຫະລັດ; ໃນນັ້ນ ຂະແໜງກະສິກໍາ ເພີ່ມຂຶ້ນ 3,98% ກວມເອົາ 34,21%, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 5,25% ກວມເອົາປະມານ 24,75% ແລະ ຂະແໜງບໍລິການ ເພີ່ມຂຶ້ນ 6,65% ກວມເອົາປະມານ 41,04% ຂອງຈີດີພີ.
ສູ້ຊົນສົ່ງອອກໃຫ້ບັນລຸ 482,33 ລ້ານໂດລາ, ມູນຄ່າການນຳເຂົ້າ 211,10 ລ້ານໂດລາ; ມູນຄ່າການຜະລິດອຸດສາຫະກຳ ແລະ ຫັດຖະກຳ ໃຫ້ບັນລຸ 5.903,64 ຕື້ກີບ; ມູນຄ່າເກັບຊື້ຜະລິດຕະພັນພາຍໃນ 21.483,91 ຕື້ກີບ; ມູນຄ່າຈໍລະຈອນພາຍໃນ 25.101,53 ຕື້ກີບ.


ທ່ານໃຫ້ຮູ້ຕື່ມວ່າ: ປັດຈຸບັນມີໂຮງງານອຸດສາຫະກຳ, ຫັດຖະກຳ ແລະ ຫົວໜ່ວຍການຜະລິດຄອບຄົວທີ່ຂຶ້ນກັບຂະແໜງອຸດສາຫະກໍາ ແລະ ການຄ້າແຂວງ ຈໍາປາສັກ ມີທັງໝົດ ຈໍານວນ 1.735 ໂຮງງານ ລວມມູນຄ່າການລົງທຶນທັງໝົດ 3.172 ຕື້ກີບ; ໃນນີ້ໂຮງງານຂະໜາດໃຫຍ່ ຈໍານວນ 56 ແຫ່ງ ມູນຄ່າການລົງທຶນລວມ 1.841,25 ຕື້ກີບ, ໂຮງງານຂະໜາດກາງ 76 ແຫ່ງ ມູນຄ່າການລົງທຶນ 781,66 ຕື້ກີບ, ໂຮງງານຂະໜາດນ້ອຍ 1.287 ແຫ່ງ ມູນຄ່າການລົງທຶນ 506,37 ຕື້ກີບ ແລະ ຫົວໜ່ວຍການຜະລິດແບບຄອບຄົວ ຈໍານວນ 316 ແຫ່ງ ມູນຄ່າການລົງທຶນ 43,41 ຕື້ກີບ.