ມອບໃບຢັ້ງຢືນການຊື້ – ຂາຍຄຳ ຜ່ານແອັບ EASY GOLD

16

ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມອບໃບຢັ້ງຢືນຮັບຮູ້ການດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ຊື້ – ຂາຍຄຳສະສົມເທື່ອລະໜ້ອຍ ຜ່ານແອັບ EASY GOLD ຂອງບໍລິສັດຄຳພູວົງ ຫຼັງຈາກທີ່ໄດ້ທົດລອງຜ່ານມາ 1 ປີ ມີຜົນສຳເລັດ ແລະ ຖືກຕ້ອງຕາມລະບຽບການ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 19 ເມສາ 2024 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເຂົ້າຮ່ວມມອບຂອງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ຮັບໂດຍ ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຄຳພູວົງກຣຸບ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກົມການຄ້າພາຍໃນ ກະຊວງ ອຄ ເປັນຜູ້ຄຸ້ມຄອງການດໍາເນີນທຸລະກິດຊື້-ຂາຍຄຳສະສົມເທື່ອລະໜ້ອຍ ຜ່ານການຄ້າທາງເອເລັກໂຕຣນິກ ຕາມພາລະບົດບາດ ແລະ ດໍາລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ, ຂໍ້ຕົກລົງວ່າດ້ວຍທຸລະກິດຈໍາໜ່າຍວັດຖຸມີຄ່າ, ຄໍາແນະນໍາວ່າດ້ວຍ ການແຈ້ງ, ຢັ້ງຢືນຮັບຮູ້ ແລະ ອະນຸຍາດການຄ້າທາງເອເລັກໂຕຣນິກ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍທຸລະກິດອອມຄໍາ.
ໃນໄລຍະຜ່ານມາ ກົມການຄ້າພາຍໃນ ກະຊວງ ອຄ ໄດ້ຄົ້ນຄວ້າສະເໜີຂັ້ນເທິງພິຈາລະນາ ແລະ ໄດ້ອອກໃບຢັ້ງຢືນຮັບຮູ້ການດໍາເນີນທຸລະກິດຊື້ – ຂາຍຄຳ ສະສົມເທື່ອລະໜ້ອຍ ຜ່ານແອັບ Easy Gold ຂອງບໍລິສັດ KPV Gold ທົດລອງ 1 ປີ ເລີ່ມແຕ່ວັນທີ 16 ມັງກອນ 2023 ເຖິງ ວັນທີ 16 ມັງກອນ 2024 ຕາມການເຫັນດີຂະແໜງການ ໂດຍສະເພາະກົມເຕັກໂນໂລຊີດີຈີຕອນ ແລະ ກົມຄຸ້ມຄອງທະນາຄານທຸລະກິດ, ກົມຄຸ້ມຄອງລະບົບການຊໍາລະ, ກົມຄຸ້ມຄອງສະຖາບັນການເງິນບໍ່ຮັບເງິນຝາກ, ກົມນະໂຍບາຍທະນາຄານ ແຫ່ງ ສປປ ລາວ ຕາມບົດບັນທຶກຄັ້ງວັນທີ 3 ມັງກອນ 2024 ແລະ ທິດຊີ້ນໍາຂອງຄະນະນໍາ ກະຊວງ ອຄ ຕາມບົດລາຍງານສະບັບເລກທີ 0058/ກຄພນ ລົງວັນທີ 18 ມັງກອນ 2024.


ກົນໄກການຕິດຕາມ, ກວດກາ ແລະ ລາຍງານສະພາບການເຄື່ອນໄຫວດໍາເນີນທຸລະກິດອອມຄໍາ ແມ່ນໄດ້ກໍານົດກົນໄກການຕິດຕາມກວດກາຕົວຈິງ ໂດຍກະຊວງ ອຄ ສົມທົບກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທະນາຄານ ແຫ່ງ ສປປ ລາວ ເປັນແຕ່ລະວັນຜ່ານລະບົບ Application Programme Interface ( API ) ເພື່ອສັງລວມ, ວິເຄາະ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ມີທິດຊີ້ນໍາໃຫ້ສອດຄ່ອງ ແລະ ທັນກັບສະພາບການ.
ໃນໄລຍະທົດລອງ 1 ປີຜ່ານມາ ແມ່ນໄດ້ຜ່ານກົນໄກການລາຍງານສະພາບການເຄື່ອນໄຫວໃຫ້ກະຊວງ ອຄ ເປັນປະຈໍາ 6 ເດືອນ ແລະ ປີ ເພື່ອສັງລວມ, ຕີລາຄາ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ມີທິດຊີ້ນໍາ.

ຜ່ານການດໍາເນີນທຸລະກິດ ຊື້ – ຂາຍຄຳ ສະສົມເທື່ອລະໜ້ອຍ ຜ່ານແອັບ Easy Gold ຂອງບໍລິສັດ KPV Gold ເຫັນວ່າມີທ່າຂະຫຍາຍຕົວ, ມີຜົນຕອບແທນຕໍ່ເນື່ອງ, ປະກອບສ່ວນພັນທະເຂົ້າງົບປະມານ. ຜ່ານມາບໍ່ເຄີຍມີຄຳຮ້ອງທຸກຈາກຜູ້ຊົມໃຊ້ ກ່ຽວກັບການທ້ອນຄຳເທື່ອລະໜ້ອຍ ຜ່ານແອັບພລິເຄຊັນ Easy Gold ແລະ ເປັນການດຳເນີນທຸລະກິດທີ່ດີສຳລັບຜູ້ຊົມໃຊ້ ເນື່ອງຈາກລາຄາເລີ່ມຕົ້ນ 100.000 ກີບ ເຮັດໃຫ້ຜູ້ທີ່ມີລາຍຮັບຕໍ່າຫາປານກາງ ສາມາດມີທາງເລືອກໃນການຊື້ຄຳໄດ້; ສະດວກໃນຕິດຕາມການເໜັງຕີງຂອງລາຄາຄຳ, ສະພາບການສະໜອງ ແລະ ຄວາມຕ້ອງການ; ທຸກຄົນໃນຂອບເຂດທົ່ວປະເທດ ເຖິງຈະຢູ່ໃສກໍສາມາດຊື້ຄຳໄດ້ໃນແຕ່ລະມື້.

ປັດຈຸບັນກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທະນາຄານ ແຫ່ງ ສປປ ລາວ ໄດ້ປະເມີນການເຄື່ອນໄຫວດໍາເນີນທຸລະກິດ ຊື້ – ຂາຍ ທ້ອນຄໍາເທື່ອລະໜ້ອຍ ຜ່ານແອັບ Easy Gold ຂອງບໍລິສັດ KPV Gold ຕາມການສະເໜີ ແລະ ການປະກອບເອກະສານ ເພື່ອສະເໜີຂໍຕໍ່ໃບຢັ້ງຢືນຮັບຮູ້ດໍາເນີນທຸລະກິດ ຊື້ – ຂາຍ ທ້ອນຄໍາເທື່ອລະໜ້ອຍ ຜ່ານແອັບ Easy Gold ຂອງບໍລິສັດ KPV Gold ໂດຍລວມເຫັນວ່າຄົບຖ້ວນ ແລະ ການປະເມີນດັ່ງນີ້:


ຜ່ານການປະເມີນ ແລະ ການຄົ້ນຄວ້າ ຂັ້ນເທິງເຫັນດີພິຈາລະນາໃຫ້ກົມການຄ້າພາຍໃນຕໍ່ໃບຢັ້ງຢືນຮັບຮູ້ດໍາເນີນທຸລະກິດຊື້-ຂາຍ ທ້ອນຄໍາເທື່ອລະໜ້ອຍ ຜ່ານແອັບ Easy Gold ຂອງບໍລິສັດ KPV Gold ເປັນເວລາ 2 ປີ ຕາມການປະເມີນ, ຄວາມເປັນເອກະພາບ ແລະ ດໍາລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກໄດ້ກໍານົດ.
ສະນັ້ນ, ຕາງໜ້າກົມການຄ້າພາຍໃນກະຊວງ ອຄ ໃນນາມເປັນຜູ້ຄຸ້ມຄອງການດໍາເນີນທຸລະກີດດັ່ງກ່າວ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ຖະຫານ, ຕໍາຫຼວດ ແລະ ຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ ທີ່ມີວັດຖຸປະສົງຊື້ທ້ອນຄໍາເທື່ອລະໜ້ອຍຜ່ານແພັດຟອມອອນລາຍຕ່າງໆ ແມ່ນໃຫ້ຊົມໃຊ້ແພັດຟອມທີ່ທາງກະຊວງ ອຄ ຢັ້ງຢືນການເຄື່ອນໄຫວດໍາເນີນທຸລະກິດຊື້ – ຂາຍຄຳ ສະສົມເທື່ອລະໜ້ອຍ ທີ່ຖືກຕ້ອງເທົ່ານັ້ນ.

ສໍາລັບຜູ້ປະກອບການທີ່ມີວັດຖຸປະສົງທຸລະກິດຊື້ – ຂາຍຄຳ ສະສົມເທື່ອລະໜ້ອຍ ຜ່ານແພຼັດຟອມອອນລາຍນັ້ນ ແມ່ນໃຫ້ໂຈະ ແລະ ຮີບຮ້ອນປະສານ ແລະ ແຈ້ງວັດຖຸປະສົງການດໍາເນີນທຸລະກິດດັ່ງກ່າວ ໃຫ້ກົມການຄ້າພາຍໃນ ກະຊວງ ອຄ ເພື່ອຄົ້ນຄວ້າ, ກວດກາ, ປະເມີນ ແລະ ລາຍງານຂັ້ນເທິງພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດດັ່ງກ່າວໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ.