ເຟດ ປະກາດຮັກສາອັດຕາດອກເບ້ຍ ຢູ່ລະດັບສູງຕໍ່ໄປ

0
258

ທະນາຄານກາງ ສະຫະລັດອາເມຣິກາ ຫລື ເຟດ ໄດ້ກ່າວເຕືອນວ່າ ໃນຊຸມເດືອນມໍ່ໆມານີ້  ເຫັນໄດ້ວ່າ ເລື່ອງໄພເງິນເຟີ້ຫລຸດລົງສູ່ເປົ້າໝາຍ 2% ບໍ່ມີ ຄວາມຄືບໜ້າຫລາຍປານໃດ ແລະ ໄພເງິນເຟີ້ ຍັງຢູ່ໃນລະດັບສູງ.

ไม่มีคำอธิบายรูปภาพ

ກອງປະຊຸມນະໂຍບາຍ ປະຈຳໄຕມາດ ຂອງທະນາຄານກາງ ສະຫະລັດອາເມຣິກາ ເມື່ອວັນທີ 1 ພຶດສະພາ  ໄດ້ຕົກລົງຮັກສາອັດຕາດອກເບ້ຍ ຢູ່ລະດັບປັດຈຸບັນຄື5,25-5,50%

ໃນຖະແຫລງການ ນະໂຍບາຍ, ເຟດ(Fed) ຍັງຮັກສາ ບັນດາປັດໄຈ ຫລັກໃນການຕີລາຄາ ເສດຖະກິດ ແລະ ແນະນຳນະໂຍບາຍ. ເຖິງວ່າໄດ້ຕີລາຄາວ່າ ສະພາບການ ໄພເງິນເຟີ້ ໄດ້ຫລຸດລົງ ໃນປີຜ່ານມາ ແລ້ວກໍຕາມ ແຕ່ບັນດາຜູ້ວາງອອກນະໂຍບາຍເຟດຖືວ່າ ການຫລຸດອັດຕາດອກເບ້ຍ ຈະເໝາະສົມ ກໍຕໍ່ເມື່ອ ເຫັນໄດ້ວ່າ ໄພເງິນເຟີ້ພວມຫລຸດລົງ ຢ່າງແນ່ນອນ ໃນລະດັບເປົ້າໝາຍ 2%.

ເຟດຍັງໄດ້ກ່າວເຕືອນວ່າ: ໃນຊຸມເດືອນມໍ່ໆມານີ້ ເຫັນໄດ້ວ່າເລື່ອງນຳໄພເງິນເຟີ້ ຫຼຸດລົງເປົ້າໝາຍ 2% ບໍ່ມີຄວາມຄືບໜ້າຫຼາຍປານໃດ ແລະ ໄພເງິນເຟີ້ ຍັງຢູ່ໃນລະດັບສູງ. ເຖິງວ່າໃນຖະແຫຼງການກ່ອນນັ້ນ ເມື່ອເດືອນມີນາ ເຟດ ໄດ້ຕີລາຄາວ່າຄວາມສ່ຽງຕໍ່ພື້ນຖານເສດຖະກິດ “ ພວມຫັນປ່ຽນໄປຍັງ ສະພາບການ ສົມດຸນກວ່າ ” ແຕ່ໃນຖະແຫລງການ ຄັ້ງຫລ້າສຸດ, ເຟດໄດ້ ພາດພິງວ່າວິວັດທະນາການນີ້ ອາດຈະຖືກຢຸດສະງັກ.

LEAVE A REPLY

Please enter your comment!
Please enter your name here