ຮູ້ຂ່າວລົງພື້ນທີ່ທັນທີ ເຫດຕັດໄມ້ທຳລາຍປ່າຢູ່ເຂດອຸທິຍານແຫ່ງຊາດພູເຂົາຄວາຍ

690

ສື່ສັງຄົມອອນລາຍແຊກັນສະນັ່ນ ນັ້ນເປັນການບອກຂ່າວເຈົ້າໜ້າທີ່ລັດໃຫ້ຮີບລົງພື້ນທີ່ ເພື່ອກວດສອບສະພາບຄວາມເປັນຈີງຂອງການຕັດໄມ້ທຳລາຍປ່າຢູ່ເຂດພູກອງເຂົ້າ ກໍ່ຄືເຂດອຸທິຍານແຫ່ງຊາດພູເຂົາຄວາຍ.

ຂໍ້ມູນຈາກກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ລາຍງານວ່າ ໃນວັນທີ 24 ເມສາຜ່ານມານີ້ ກົມປ່າໄມ້ໄດ້ສົມທົບກັບຂະແໜງການຂອງຕົນຢູ່ຂັ້ນທ້ອງຖິ່ນ ເພື່ອລົງກວດກາຕົວຈິງ ຢູ່ເຂດອຸທິຍານແຫ່ງຊາດພູເຂົາຄວາຍ ບ້ານວັງເຮືອ ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງຜ່ານການກວດກາຕົວຈິງ ມີຮ່ອງຮອຍໃໝ່ພຽງເລັກໜ້ອຍ ແລະ ບາງຂໍ້ມູນກໍບໍ່ມີຄວາມຈິງ; ພາກລັດ ກຳລັງສືບຕໍ່ດຳເນີນການ ເພື່ອຫາຜູ້ກະທໍາຜິດມາດຳເນີນຄະດີຕາມກົດໝາຍ, ທັງນີ້ ກໍເພື່ອເພີ່ມທະວີຄວາມເອົາໃຈໃສ່ຕໍ່ການປົກປັກຮັກສາປ່າໄມ້ ແນໃສ່ກຳຈັດການບຸກລຸກລໍາລາຍປ່າ ໃຫ້ຫຼຸດໜ້ອຍຖອຍລົງ.

May be an image of 4 people and grass
ຈາກການລາຍງານຂອງກົມປ່າໄມ້ ກ່ຽວກັບຜົນການລົງເກັບກຳຂໍ້ມູນ ແລະ ກວດກາເບິ່ງພື້ນທີ່ການລັກລອບບຸກລຸກທໍາລາຍຊັບພະຍາກອນປ່າໄມ້ ຢູ່ເຂດອຸທິຍານແຫ່ງຊາດພູເຂົາຄວາຍ ຊຶ່ງອີງຕາມຜົນການລົງກວດກາຕົວຈິງ ຄັ້ງວັນທີ 24 ເມສາ 2024 ໄດ້ໃຫ້ຮູ້ວ່າ: ຄະນະທີມງານຈາກກົມກວດກາປ່າໄມ້ ສົມທົບກັບ ພະນັກງານກອງຄຸ້ມຄອງອຸທິຍານແຫ່ງຊາດພູເຂົາຄວາຍ, ກອງກວດກາປ່າໄມ້ແຂວງວຽງຈັນ ແລະ ໜ່ວຍງານກວດກາປ່າໄມ້ເມືອງທຸລະຄົມ ໄດ້ພ້ອມກັນລົງເກັບກຳຂໍ້ມູນ ແລະ ກວດກາພື້ນທີ່ຕົວຈິງ ຢູ່ເຂດທີ່ກ່າວມາຂ້າງເທິງນັ້ນ ຊຶ່ງສາມາດສັງລວມໄດ້ ດັ່ງນີ້:

ການກວດກາພື້ນທີ່ຮູບພາບການສົມທຽບປ່າໄມ້ ປີ 2020 ແລະ ປີ 2024 ຕາມສື່ສັງຄົມອອນລາຍ ແມ່ນເຫັນວ່າເປັນຮູບພາບເກົ່າ, ໃນພື້ນທີ່ຕົວຈິງ ປັດຈຸບັນມີຮ່ອງຮອຍຕັດເປັນເວລາ 2-3 ປີແລ້ວ, ຮ່ອງຮອຍໃໝ່ແມ່ນມີໜ້ອຍ ແລະ ເປັນຕົ້ນໄມ້ນ້ອຍ ສ່ວນຕົ້ນໄມ້ໃຫຍ່ແມ່ນໝົດແຕ່ກ່ອນທີ່ບໍ່ທັນໄດ້ມອບໃຫ້ກະຊວງກະສິກຳ ແລະ ປ້າໄມ້ຄຸ້ມຄອງ; ປັດຈຸບັນ, ພົບເຫັນໄມ້ຢືນຕົ້ນຢູ່ ຍັງແຕ່ຕົ້ນນ້ອຍ ເປັນບາງຈຸດເທົ່ານັ້ນ.

May be an image of tree

ຜ່ານການກວດກາພື້ນທີ່ ກ່ຽວກັບຮູບພາບຕາມສື່ສັງຄົມອນລາຍ ທີ່ຖ່າຍເຫັນນັກທ່ອງທ່ຽວ ແລະ ມີໄມ້ທີ່ບັນທຸກຢູ່ລົດຊິ້ງນັ້ນ ບໍ່ແມ່ນຢູ່ເຂດພູກ່ອງເຂົ້າ ແຕ່ຢູ່ເຂດຜາງອຍ. ປັດຈຸບັນ, ກຳລັງມີການບຸກລຸກ ຕາມການສອບຖາມປະຊາຊົນວ່າ ມີການຕັ້ງແຄ້ມນອນເລື່ອຍໄມ້ຢູ່ເຂດນັ້ນ ປະຈໍາທັງເວັນ ແລະ ກາງຄືນ. ນອກນີ້, ຜ່ານການລົງກວດກາຕົວຈິງ ກໍຍັງພົບເຫັນສະພາບການບຸກລຸກ, ຖາງປ່າເຮັດໄຮ່ ແລະ ຈູດປ່າຈໍານວນຫຼາຍ ເຂດສັນເຂື່ອນນໍ້າມັງ ປະມານ 5 ເຮັກຕາ, ທີ່ຈູດແລ້ວ ແລະ ປັດຈຸບັນກຳລັງອະນາໄມ.

May be an image of tree

ການບຸກລຸກ, ຖາງປ່າເຮັດໄຮ່, ຈັບຈອງທີ່ດິນປ່າໄມ້ ແລະ ລັກລອບຕັດໄມ້ ຢູ່ເຂດດັ່ງກ່າວ ແມ່ນເຮັດເປັນຂະບວນການ ແລະ ເຮັດຢ່າງເປີດເຜີຍ ໂດຍບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ຊຶ່ງຕໍ່ກັບເຫດການດັ່ງກ່າວ ກົມປ່າໄມ້ ແລະ ກົມກວດກາປ່າໄມ້ ໄດ້ເອກະພາບກັນ ມີທັດສະນະຄື: ສືບຕໍ່ລົງກວດກາສະກັດກັ້ນ ແລະ ເກັບກຳຂໍ້ມູນຫາຜູ້ກະທຳຜິດ ມາດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ ໂດຍປະຕິບັດຕາມບັນດາມາດຕະການ ແລະ ວິທີການແກ້ໄຂ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023, ຄໍາແນະນໍາ ສະບັບເລກທີ 3573/ກປ, ລົງວັນທີ 10 ສິງຫາ 2023, ແຈ້ງການ ສະບັບເລກທີ 0564/ກປ, ລົງວັນທີ 31 ມັງກອນ 2024 ແລະ ມາດຕາ 52 ການສະກັດກັ້ນ ແລະ ຕ້ານໄຟໄໝ້ລາມປ່າ ແລະ ມາດຕາ 53 ການຈຳກັດການຖາງປ່າເຮັດໄຮ່ແບບເລື່ອນລອຍ ຂອງກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019.

ຂອບໃຈຂ່າວຈາກ: ປະຊາຊົນ