ການຄ້ານະຄອນຫຼວງວຽງຈັນ ຈະແກ້ໄຂທຸກຂອດຂັ້ນ ຕ້ານການສວຍໂອກາດຂຶ້ນລາຄາສິນຄ້າ

124

ພະແນກອຸດສາຫະກຳ ແລະ ການຄ້າ ( ອຄ.ນວ ) ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ ສາຍພົວພັນ ແລະ ຄວາມແຕກຕ່າງຂອງວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າຄອງຊີບຢູ່ໃນ ສປປ ລາວ ໂຄງການແກ້ໄຂບັນຫາສິນຄ້າແພງ ຂຶ້ນໃນວັນທີ 26 ມິຖຸນາ 2020 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ນາງ ວັນມະນີ ພິມມະສານ, ຫົວໜ້າພະແນກ ອຄ.ນວ, ມີ ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພາກກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ວັນມະນີ ພິມມະສານ ກ່າວວ່າ: ເພື່ອສ້າງ ຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ເປັນເອກະພາບກັນໃນພາກປະຕິບັດ ລະຫວ່າງອົງການຈັດຕັ້ງສື່ມວນຊົນສັງຄົມລາວ,  ພະແນກ ອຄ.ນວ ໃນນາມຜູ້ປະຈຳການຢູ່ໃນຄະນະກໍາມະການ ຕິດຕາມຄວບຄຸມລາຄາສິນຄ້າ ແມ່ນໄດ້ມີການເຄື່ອນໄຫວປະສານສົມທົບກັບພະແນກການກ່ຽວຂ້ອງ ແລະ ບັນດາເມືອງ ສຸມໃສ່ໄດ້ຄົ້ນຄວ້າປັບປຸງ ແລະ ດັດປັບໂຄງປະກອບລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆໃຫ້ສອດຄ່ອງກັບລະບຽບການ ໂດຍສະເພາະແມ່ນລາຄາສິນຄ້າຢູ່ໃນບັນຊີ ( ກ ) ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາເສດຖະກິດ – ສັງຄົມ ເປັນຕົ້ນແມ່ນສິນຄ້າທີ່ນອນໃນບັນຊີຄວບຄຸມ ເພື່ອຮັບປະກັນໃຫ້ສັງຄົມມີ ຄວາມສະຫງົບບໍ່ໃຫ້ມີການເອົາລັດເອົາປຽບຜູ້ບໍລິໂພກ ຫຼື ການສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ.


ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ ກ່າວວ່າ: ພາຍຫຼັງທີ່ເກີດມີວິກິດການພະຍາດໝູອາຟຣິກາລະບາດເຂົ້າມາໃນ ສປປ ລາວ ກໍຄືຢູ່ ນວ ເຮັດໃຫ້ຟາມລ້ຽງໝູຂອງຄົນລາວ ແລະ ຄົນຈີນເກີດມີໝູຕິດເຊື້ອພະຍາດ ແລະ ລົ້ມຕາຍເປັນຈໍານວນຫຼາຍພໍສົມຄວນ ສົ່ງຜົນກະທົບໃສ່ຜູ້ປະກອບການລ້ຽງໝູຂາດທຶນ ຈຶ່ງມີການຢຸດເຊົາການລ້ຽງໝູໃນໄລຍະໜຶ່ງ, ເຮັດໃຫ້ການສະໜອງໝູໃຫ້ຕະຫຼາດບໍ່ພຽງພໍກັບຄວາມຕ້ອງການ, ເປັນສາເຫດໃຫ້ລາຄາຊີ້ນໝູເໜັງຕີງຂຶ້ນແຕ່ຂອດໝູຢືນໜ້າຟາມ ຈົນຮອດລູກຂຽງຂາຍຍ່ອຍ. ແຕ່ເຖິງຢ່າງໃດກໍຕາມ, ຂະແໜງການຂອງພວກເຮົາກໍບໍ່ໄດ້ນິ້ງນອນເສີຍ, ມີຄວາມພະຍາຍາມແກ້ໄຂຢູ່ໃນທຸກຂອດຂັ້ນ ເພື່ອສະກັດກັ້ນການສວຍໂອກາດຂຶ້ນລາຄາຕາມລຳພັງຂອງຊາວຄ້າຂາຍ ໂດຍປະຕິບັດການແກ້ໄຂໃຫ້ສອດຄ່ອງ ແລະ ຄົບຖ້ວນໃນທຸກຂັ້ນຕອນຕາມລະບຽບການວາງອອກ ເປັນຕົ້ນແມ່ນໄດ້ກໍານົດໂຄງປະກອບລາຄາ ແລະ ແນະນໍາໃຫ້ຜູ້ດໍາເນີນທຸລະກິດປະຕິບັດຕາມລະບຽບການຢ່າງເຂັ້ມງວດ ກ່ອນຈະຂຶ້ນ ຫຼື ລົງລາຄາໃນແຕ່ລະຄັ້ງ.

ແຕ່ຕົ້ນປີ 2020 ຜ່ານມາ ເຫັນວ່າລາຄາຊີ້ນໝູມີການເໜັງຕີງ ຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນ ນວ ໄດ້ມີການປຶກສາຫາລືຄົ້ນຄວ້າແລ້ວນໍາສະເໜີທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ຮັບຮອງໂຄງປະກອບລາຄາຊີ້ນໝູໃໝ່ ເຊັ່ນ: ລາຄາຊີ້ນໝູ ປະເພດ 1 ລາຄາສູງສຸດ ບໍ່ໃຫ້ເກີນ 40.000 ກີບ/ກິໂລ, ຊີ້ນໝູ ປະເພດ 2 ລາຄາ ສູງສຸດບໍ່ໃຫ້ເກີນ 38.000 ກີບ/ກິໂລ, ໝູຂ້າ, ຄົວຊຳແຫຼະແລ້ວສົ່ງເຖິງຕະຫຼາດ ລາຄາສູງສຸດບໍ່ໃຫ້ເກີນ 28.500 ກີບ/ກິໂລ, ໝູຂ້າ, ຄົວຊຳແຫຼະແລ້ວລາຄາຢູ່ໜ້າໂຮງງານຂ້າສັດ ສູງສຸດບໍ່ໃຫ້ເກີນ 27.500 ກີບ/ກິໂລ ແລະ ໝູເປັນໜ້າຟາມ ລາຄາສູງສຸດ 23.500 ກີບ/ກິໂລ.

ພາຍຫຼັງໄດ້ຮັບຮອງແລ້ວພະແນກ ອຄ.ນວ ກໍໄດ້ອອກແຈ້ງການກຳນົດໂຄງປະກອບລາຄາຊີ້ນໝູ ສະບັບເລກທີ 0224/ອຄ.ນວ.ຄພນ ລົງວັນທີ 30 ມັງກອນ 2020. ພ້ອມກັນນັ້ນ, ກໍໄດ້ສືບຕໍ່ຄົ້ນຄວ້າແລ້ວນໍາສະເໜີທ່ານເຈົ້າຄອງຮັບຮອງໂຄງປະກອບລາຄາເຂົ້າກິນ, ຄາດໝາຍໃນການຈັດຕັ້ງປະຕິບັດ ໂດຍເລີ່ມແຕ່ຕົ້ນເດືອນກໍລະກົດປີ 2020 ນີ້ເປັນຕົ້ນໄປ.
ພ້ອມດຽວກັນ, ໃນໄລຍະການສະກັດກັ້ນການລະບາດຂອງພະຍາດໂຄວິດ – 19 ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງ ແລະ ກວດກາສິນຄ້າປະເພດເຄື່ອງບໍລິໂພກຢູ່ ນວ, ອອກແຈ້ງການວ່າດ້ວຍລາຄາສິນຄ້າ, ແຈ້ງການໃຫ້ເຈົ້າຂອງຕະຫຼາດ, ຄະນະຈັດສັນຕະຫຼາດ 8 ຕະຫຼາດໃຫຍ່ ເຊັ່ນ: ຕະຫຼາດໜອງຈັນ, ຕະຫຼາດໂພນສະຫວ່າງ, ຕະຫຼາດໂພນຕ້ອງຈອມມະນີ, ຕະຫຼາດໂນນຄໍ້, ຕະຫຼາດໄຮຄໍາ, ຕະຫຼາດລາວ – ອົດຊີ, ຕະຫຼາດສີໄຄ, ຕະຫຼາດຫ້ວຍຫົງ ລາຍງານສະພາບການຊື້ – ຂາຍ, ການຄຸ້ມຄອງລາຄາສິນຄ້າ, ການສະໜອງສິນຄ້າໃນຕະຫຼາດຂອງຕົນ.

ນອກຈາກ 8 ຕະຫຼາດໃຫຍ່ແລ້ວ ຍັງມີຕະຫຼາດຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນມອບໃຫ້ຫ້ອງການ ອຄ ເມືອງ ລົງຕິດຕາມ, ກວດກາ ແລະ ແນະນໍາໃຫ້ບັນດາຕະຫຼາດເອົາໃຈໃສ່ຕິດຕາມລາຄາສິນຄ້າ, ການສະໜອງສິນຄ້າ, ມາດຕະການປ້ອງກັນການລະບາດພະຍາດໂຄວິດ – 19 ຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ສະພາບການຊື້ – ຂາຍມີ ຄວາມສະຫງົບ ແລະ ໄດ້ລົງຕິດຕາມກວດກາລາຄາສິນຄ້າ, ການສວຍໂອກາດຂຶ້ນລາຄາສິນຄ້າ, ການກັກຕຸນສິນຄ້າຢູ່ບັນດາຕະຫຼາດ, ຮ້ານຄ້າພາຍໃນ ນວ ສ່ວນຫຼາຍເຫັນວ່າມີການຂາຍສິນຄ້າຕາມລາຄາທີ່ລັດກໍານົດ ຫຼື ຂາຍສິນຄ້າໃນລາຄາຕາມກົນໄກຕະຫຼາດ ມີລາຄາທີ່ສົມເຫດສົມຜົນບໍ່ເປັນການເອົາປຽບຜູ້ຊົມໃຊ້.