ຫົວເຫວີຍ ຖືກຈັດຢູ່ໃນອັນດັບ 6 ໃນບັນດາບໍລິສັດທີ່ມີນະວັດຕະກໍາສູງສຸດຂອງໂລກ ໃນປີ 2020

126

ວັນທີ 24 ມິຖຸນາ 2020 ທີ່ປະເທດສິງກະໂປ ຫົວເຫວີຍ ເຊິ່ງເປັນບໍລິສັດສະໜອງໂຄງສ້າງພື້ນຖານດ້ານ ICT ຊັ້ນນໍາລະດັບໂລກ ໄດ້ຖືກຈັດຢູ່ອັນດັບທີ 6 ໃນລາຍຊື່ຫຼ້າສຸດຂອງ BCG ສໍາລັບ 50 ບໍລິສັດທີ່ມີນະວັດຕະກໍາສູງສຸດ ໃນປີ 2020 ເຊິ່ງໄດ້ຍັບຂຶ້ນຈາກອັນດັບເກົ່າເຖິງ 42 ອັນດັບ. ນີ້ຖືວ່າເປັນການຖືກຈັດອັນດັບທີ່ສູງທີ່ສຸດສໍາລັບຍັກໃຫຍ່ດ້ານເຕັກໂນໂລຊີ ນັບຕັ້ງແຕ່ປີ 2012 ທີ່ໄດ້ຖືກຈັດອັນດັບຄັ້ງທໍາອິດ.

ອີງຕາມການລາຍງານຂອງກຣຸບທີ່ປຶກສາ Boston, ບໍລິສັດແອັບເປິ້ນ, ອາຟາເບັດ, ອາເມຊອນ, ໄມໂຄຣຊ໊ອຟ ແລະ ຫົວເຫວີຍ ຄອງ 6 ອັນດັບທໍາອິດໃນການຈັດອັນດັບໃໝ່, ຕໍ່ມາແມ່ນ ບໍລິສັດ ອາລີບາບາ, IBM, ໂຊນີ ແລະ ເຟສບຸ໊ກ.

ການຈັດອັນດັບນີ້ໄດ້ມາຈາກການສໍາຫຼວດຜູ້ບໍລິຫານຂອງບໍລິສັດທີ່ມີນະວັດຕະກໍາລະດັບໂລກ ຈໍານວນ 2.500 ບໍລິສັດ ແລະ ປະເມີນຜົນການດໍາເນີນງານຂອງບໍລິສັດ ໃນສີ່ຂອບເຂດ ຈາກ “ ການແບ່ງປັນແນວຄິດຈິດໃຈ ” ໃນທົ່ວໂລກ, ການປ່ຽນແປງທີ່ສົ່ງຜົນຕໍ່ອຸດສາຫະກໍາ, ມຸມມອງຂອງຂະແໜງອຸດສາຫະກໍາ ແລະ ການສ້າງມູນຄ່າ. ໃນປີນີ້, BCG ຍັງໄດ້ເພີ່ມຂອບເຂດການໃຫ້ຄະແນນໃໝ່ ໂດຍການປະເມີນຄວາມສາມາດໃນການຜ່ານຜ່າອຸປະສັກໃນການເຂົ້າສູ່ອຸດສາຫະກໍາທີ່ຈັດຕັ້ງຂຶ້ນ ແລະ ເຂົ້າຮ່ວມຕະຫຼາດພາຍນອກທີ່ນອກເໜືອຈາກຂອບເຂດຕົວເອງ.

ໃນຖານະຜູ້ສະໜອງອຸປະກອນສື່ສານດ້ານໂທລະຄົມມະນາຄົມທີ່ ໃຫຍ່ທີ່ສຸດໃນໂລກ, ຫົວເຫວີຍ ໄດ້ລົງທຶນຫຼາຍກວ່າ 10% ຂອງລາຍຮັບປະຈໍາປີ ເຂົ້າໃນການວິໄຈ ແລະ ພັດທະນາລະບົບສະເໝີມາ. ໃນປີ 2019 ຄ່າໃຊ້ຈ່າຍທີ່ໃຊ້ເຂົ້າໃນການວິໄຈ ແລະ ພັດທະນາລະບົບຂອງ ບໍລິສັດ ມີມູນຄ່າລວມທັງໝົດ 131.659 ລ້ານຢວນ ກວມເອົາ 15,3% ຂອງລາຍຮັບທັງໝົດ.

ສໍາລັບພາກສ່ວນຂອງ 5G, ໃນໄລຍະສິບປີທີ່ຜ່ານມາ ຫົວເຫວີຍ ໄດ້ລົງທຶນໄປ 4 ຕື້ໂດລາ ເຊິ່ງເຮັດໃຫ້ ຫົວເຫວີຍ ກາຍເປັນຜູ້ນໍາດ້ານເຕັກໂນໂລຊີລະດັບໂລກໃນຍຸກຕໍ່ໄປ ເພື່ອກ້າວໄປສູ່ການນໍາໃຊ້ໃນດ້ານການຄ້າ ແລະ ສົ່ງເສີມນະວັດຕະກໍາໃໝ່ໃນແອັບພລິເຄຊັນ 5G, ບໍລິສັດໄດ້ຈັດຕັ້ງສູນນະວັດຕະກໍາຮ່ວມຂອງ 5G ຮ່ວມກັບຜູ້ໃຫ້ບໍລິການທົ່ວໂລກ.

ອີງຕາມບົດລາຍງານປະຈໍາປີ, ຍັກໃຫຍ່ດ້ານເຕັກໂນໂລຊີກໍາລັງປ່ຽນແປງຕົວເອງ ໂດຍການປ່ຽນຈາກນະວັດຕະກໍາ 1 ເປັນນະວັດຕະກໍາ 2 ເຊິ່ງໝາຍເຖິງຄວາມກ້າວໜ້າໃນທິດສະດີພື້ນຖານ ແລະ ການພັດທະນາເຕັກໂນໂລຊີພື້ນຖານໃໝ່, ຊຸກຍູ້ວິໄສທັດຮ່ວມເພື່ອອະນາຄົດ.

ໃນໄລຍະຕໍ່ສູ້ຕ້ານ ໂຄວິດ – 19 ໃນທົ່ວໂລກ, ຫົວເຫວີຍ ໄດ້ເພີ່ມ ຄວາມພະຍາຍາມເປັນເທົ່າຕົວ ເພື່ອເປີດຕົວໂຄງການຄູ່ຄ້າຕ້ານ ໂຄວິດ – 19 ທີ່ສຸມໃສ່ AI, ເຮັດວຽກໄລຍະໄກ, ການເບິ່ງແຍງສຸຂະພາບແບບສະຫຼາດ ແລະ ການສຶກສາອອນລາຍ ເພື່ອສະໜັບສະໜູນການຕໍ່ສູ້ກັບພະຍາດລະບາດ. ຍົກຕົວຢ່າງ: ການວິນິດໄສໂດຍໃຊ້ AI ສາມາດໄດ້ຜົນປະລິມານ CT ໃນໄລຍະເວລາບໍ່ພໍເທົ່າໃດວິນາທີເທົ່ານັ້ນ ແລະ ຍັງຊ່ວຍແພດໝໍໃນການກວດພົບຜູ້ຕິດພະຍາດໂຄວິດ – 19 ອີກ.

“ ໃນຂະນະທີ່ພວກເຮົາເລີ່ມການຄົ້ນຄວ້າບົດລາຍງານບໍລິສັດທີ່ມີນະວັດຕະກໍາສູງສູດຂອງ BCG ສະບັບທີ່ 14 ນີ້, ໂຄວິດ – 19 ຍັງບໍ່ທັນເກີດຂຶ້ນເທື່ອ. ໃນຂະນະທີ່ພວກເຮົາສຳຫຼວດຂໍ້ມູນ ແລະ ປະສານງານກັບລູກຄ້າ. ຢ່າງໃດກໍຕາມ, ມັນເປັນສິ່ງທີ່ຊັດເຈນວ່າການຄົ້ນພົບທີ່ສໍາຄັນໃນປີນີ້ກ່ຽວກັບຂໍ້ດີ ແລະ ຄວາມຈໍາເປັນສໍາລັບນະວັດຕະກໍາ ອາດມີຄວາມກ່ຽວຂ້ອງຫຼາຍຂຶ້ນໃນວັນນີ້ ເນື່ອງຈາກຜູ້ນໍາດ້ານນະວັດຕະກໍາຈໍາເປັນຕ້ອງປັບຕົວໃຫ້ເໝາະສົມໃນການສະໜອງ, ຄວາມຕ້ອງການ, ພຶດຕິກໍາຂອງຜູ້ບໍລິໂພກ ແລະ ວິທີການເຮັດທຸລະກິດ ”, ຜູ້ຂຽນບົດລາຍງານ BCG ກ່າວ.