ວຽງຈັນ ເອັຟຊີ ເສີມນັກເຕະຍີ່ປຸ່ນ 4 ຄົນກ່ອນລຸຍລາວລີກ 1

205

ວຽງຈັນ ເອັຟຊີ ສະໂມສອນນ້ອງໃໝ່ ເປບຊີ ລາວລີກ 1 ປີນີ້ໜ້າສົນ ຫຼ້າສຸດເຊັນສັນຍາກັບ ນັກເຕະຊາວຍີ່ປຸ່ນ ເຖິງ 4 ຄົນມາຮ່ວມທີມ ຢ່າງເປັນທາງການໃນທ້າຍອາທິດ ທີ່ຜ່ານມາ ພ້ອມທັງເປົ້າສູງສຸດຄືຫວັງຕິດ 1 ໃນ 5 ໃຫ້ໄດ້ ໂດຍນັດທໍາອິດ ວຽງຈັນ ເອັຟຊີ ຈະບຸກໄປຢາມ ປກສ ເອັຟຊີ ໃນວັນທີ 12 ກໍລະກົດ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ທ່ານ ພູເງິນ ບົວທອງ ຮອງເລຂາທິການ ສະຫະພັນບານເຕະແຂວງວຽງຈັນ ທັງເປັນຜູ້ຈັດການທີມ ວຽງຈັນ ເອັຟຊີ ໃຫ້ສໍາພາດຫຼັງຈົບການແຂ່ງຂັນນັດອຸ່ນເຄື່ອງທີ່ເສຍໃຫ້ກັບ ເອັສຣາ ເອັຟຊີ ຫວຸດຫວິດ 0-1 ເມື່ອທ້າຍອາທິດ ທີ່ສູນເອັສຣາ ວ່າ: ປີນີ້ວຽງຈັນ ເອັຟຊີ ຕັດສິນໃຈຂຶ້ນສູ່ ລາວລີກ 1 ເຖິງປະສົບການຂອງທີມຍັງມີນ້ອຍບໍ່ວ່າຈະເປັນເລື່ອງການບໍລິຫານທີມ ແລະ ອື່ນໆ ແຕ່ວ່າພວກເຮົາມີໂອກາດທີ່ທາງ ສະຫະພັນບານເຕະແຫ່ງຊາດລາວ ມອບໃຫ້. ດັ່ງນັ້ນ ພວກເຮົາຈະສ້າງໂອກາດດັ່ງກ່າວໃຫ້ດີທີ່ສຸດ.

“ ໃນລາວລີກ 1 ປີນີ້ ວຽງຈັນ ເອັຟຊີ ໄດ້ຮັບການຊ່ວຍເຫຼືອຈາກ ປະທານສະໂມສອນ ໄອດີຊີ ຈໍາປາສັກ ທີມຈາກແຂວງພາກໃຕ້ ໄດ້ອະນຸຍາດໃຫ້ກັບນັກກີລາທີ່ຢູ່ໃນຕົ້ນສັງກັດຂອງທີມດັ່ງກ່າວ ມາຊ່ວຍຈໍານວນ 4 ຄົນ, ແຕ່ຍັງບໍ່ທັນໄດ້ເຊັນສັນຍາເທື່ອ. ຫຼ້າສຸດພວກເຮົາໄດ້ເຊັນສັນຍາທາງການກັບ 4 ນັກເຕະຊາວຍີ່ປຸ່ນ ທີ່ບໍ່ຂໍຮັບຄ່າເມື່ອຍມາຊ່ວຍ ເພາະພວກເຂົາເຫັນເຖິງໂອກາດພັດທະນາທີມຕ່າງແຂວງ. ຢ່າງໃດກໍຕາມ ອີກອັນໜຶ່ງກໍຕ້ອງຂໍຂອບໃຈບໍລິສັດ ອາຊຽນ ຟາມ ຢູ່ຈໍາປາສັກ ທີ່ໃຫ້ການສະໜັບສະໜູນ ນັກກີລາຕ່າງປະເທດ ແລະ ນັກກີລາທີມຊາດ ພາຍໃນທີມ ໂດຍເປົ້າໝາຍປີນີ້ພວກເຮົາຕັ້ງໄວ້ໃຫ້ຕິດ 1 ໃນ 5 ”, ຮອງເລຂາທິການ ສະຫະພັນບານເຕະແຂວງວຽງຈັນ ກ່າວ.

ສໍາລັບ 4 ນັກເຕະໂຄຕ້າຕ່າງປະເທດຂອງ ວຽງຈັນ ເອັຟຊີ ທັງ 4 ຄົນ ເປັນຊາວຍີ່ປຸ່ນປະກອບມີ: Takuya Watanabe ອາຍຸ 32 ປີຫຼິ້ນໃຫ້ ສະໝຸດປຣາການ ເອັຟຊີ ທີມໃນລີກໄທ ເຄິ່ງລະດູການ ກ່ອນຍ້າຍໄປ Athletic 220 ທີມໃນລີກມົງໂກລີ ໃນປີ 2019, Takuya Sugasawa ອາຍຸ 33 ປີຫຼິ້ນໃຫ້ກັບ ມາສເຕີ 7 ເອັຟຊີ ຮອງແຊັມເປບຊີ ລາວພຣີເມຍລີກ ໃນປີ 2019, Kazu Yanagidate ອາຍຸ 27 ປີຫຼິ້ນໃຫ້ກັບ FC Falcons ທີມໃນລີກມົງໂກລີ ໃນປີ 2019 ແລະ Shuta Ishino ອາຍຸ 30 ປີຫຼິ້ນໃຫ້ກັບ HBO Tokyo ທີມໃນຍີ່ປຸ່ນ ໃນປີ 2019.

ວຽງຈັນ ເອັຟຊີ ເລີ່ມພັດທະນາ ແລະ ສ້າງລະບົບທີມໃນທ້າຍປີ 2018 ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ ທີ່ທາງ ສະຫະພັນບານເຕະແຫ່ງຊາດລາວຈັດຂຶ້ນ ເພື່ອສອດຄ່ອງກັບແນວທາງການພັດທະນາບານເຕະຂອງແຂວງວຽງຈັນ ເລີ່ມຕົ້ນສົ່ງທີມເຂົ້າຮ່ວມ ການແຂ່ງຂັນບານເຕະ ສາຍ ກໍ ປະຈຳປີ 2019 ເຊິ່ງປັດຈຸບັນ ວຽງຈັນ ເອັຟຊີ ຍັງມີການຝຶກຊ້ອມນັກກີລາແຕ່ໃນແຕ່ລະຮຸ່ນເຊັ່ນ: ລຸ້ນອາຍຸ10 ປີ, 12 ປີ, 14 ປີ, 16 ປີ ແລະ 18 ປີ ແລະ ສົ່ງທີມເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2019 ທີ່ຜ່ານມາ.

ສະໂມສອນ ວຽງຈັນ ເອັຟຊີ ຕັ້ງຢູ່ ບ້ານໂພນໝີ, ເມືອງວຽງຄຳ, ແຂວງວຽງຈັນ, ປັດຈຸບັນ ນຳໃຊ້ເດີ່ນກີລາວິທະຍາໄລ ສ້າງຄູ ບ້ານເກິນ ເປັນບ່ອນຝຶກຊ້ອມ.