ເບີກຈ່າຍເງິນເດືອນຜ່ານ ບໍລິການ u-money ອີກໜຶ່ງຊ່ອງທາງທີ່ສະດວກ

298

ຢູນີມັນນີ (u-money) – ແມ່ນເຄື່ອງໝາຍການຄ້າ ບໍລິການກະເປົາເງິນເອເລັກໂຕຣນິກ ຂອງບໍລິສັດ ສະຕາ ຟີນເທັກ ເຊິ່ງເປັນບໍລິສັດລູກ ຂອງ ບໍລິສັດສະຕາ ໂທລະຄົມ ( ຢູນີເທວ ), ບໍລິການ ຢູນີມັນນີ ເຮັດໃຫ້ຊ່ອງທາງການຈ່າຍເງິນເດືອນສະດວກ ແລະ ໄວຍິ່ງຂຶ້ນ ໂດຍສະເພາະແມ່ນການເບີກຈ່າຍເງິນເດືອນແກ່ພະນັກງານ ລັດຖະກອນ, ລັດວິສາຫະກິດ ແລະ ອື່ນໆຢູ່ບັນດາແຂວງທີ່ຫ່າງໄກສອກຫລີກ ສາມາດເຮັດທຸລະກໍາທາງການເງິນ ບໍ່ວ່າຈະເປັນການຈ່າຍ-ຮັບເງິນເດືອນ ແມ່ນຮັບປະກັນຄວາມປອດໄພ, ຮັບປະກັນການຮັກສາຄວາມລັບດ້ານຂໍ້ມູນສ່ວນຕົວຂອງລູກຄ້າ ສ້າງຄວາມສະດວກ, ວ່ອງໄວ.

u-money ເປັນເຄື່ອງໝາຍການຄ້າໃນການດໍາເນີນທຸລະກິດ ຂອງບໍລິສັດ ສະຕາ ຟີນເທັກ ຈໍາກັດຜູ້ດຽວ ທີ່ຂຶ້ນກັບ ບໍລິສັດ ສະຕາ ໂທລະຄົມ ( ຢູນີເທວ ). ບໍລິສັດ ສະຕາ ຟີນເທັກ ຈໍາກັດ ໄດ້ຮັບອະນຸຍາດຢ່າງເປັນທາງການໃນການສະໜອງບໍລິການດ້ານກະເປົາເງິນເອເລັກໂຕຣນິກ ຈາກທະນາຄານແຫ່ງ ສປປ ລາວ ແລະ ໄດ້ລິເລີ່ມສະໜອງບໍລິການແຕ່ປີ 2017; u-money ຈະສືບຕໍ່ຄົ້ນຄວ້າ – ພັດທະນາ ໃນການເຊື່ອມຕໍ່ກັບບັນດາທະນາຄານ, ບໍລິສັດ ປະກັນໄພ, ບັນດາສະຖາບັນການເງິນ, ວິສາຫະກິດພາຍໃນລາວ ເພື່ອເປີດກວ້າງການຮ່ວມມືການສະໜອງ, ຊ່ວຍເຫລືອໃຫ້ປະຊາຊົນມີໂອກາດເຂົ້າເຖິງ ບໍລິການດ້ານການເງິນ, ການທະນາຄານ.

ປັດຈຸບັນສ່ວນຫລາຍການເບີກຈ່າຍເງິນເດືອນແມ່ນປະຕິບັດຢູ່ 2 ຮູບແບບ : ເບີກຈ່າຍຜ່ານບັນຊີທະນາຄານ ຫລື ເບີກຈ່າຍແບບເງິນສົດ. ໃນນັ້ນການເບີກຈ່າຍເງິນເດືອນໃນຮູບແບບເງິນສົດ ແມ່ນອາດຈະຫຍຸ້ງຍາກ ແລະ ອາດຈະເກີດມີຄວາມຜິດພາດໄດ້ງ່າຍ. ສະນັ້ນ, ການເບີກຈ່າຍເງິນເດືອນຜ່ານກະເປົາເງິນເອເລັກໂຕຣນິກ u-money ຈະເປັນອີກທາງເລືອກຫນຶ່ງໃຫ້ລູກຄ້າສາມາດຖອນ/ໂອນໄດ້ທຸກທີ່ທຸກເວລາ. ມາຮອດປັດຈຸບັນ u-money ມີຈຸດໃຫ້ບໍລິການ 10.000 ກ່ວາຮ້ານທົ່ວປະເທດ ແລະ ເຄົາເຕີບໍລິການຢູນີເທວ 146 ແຫ່ງ. ສະນັ້ນ, ສາມາດຕອບສະໜອງດ້ານການໂອນ – ຖອນເງິນ ຂອງລູກຄ້າໄດ້; ບໍລິການແກ້ໄຂບັນຫາ, ຮັບບັນຫາຜ່ານສາຍດ່ວນ 168 ຕະຫລອດ 7/24 ຊົ່ວໂມງ.

ນອກນັ້ນ, ຖ້າສົມທຽບກັບຮູບແບບການຊຳລະຮູບແບບເດີມ ການນຳໃຊ້ກະເປົາເງິນເອເລັກໂຕຣນິກນີ້ ຈະຊ່ວຍຫຼຸດຜ່ອນບັນຫາຕ່າງໆໃນການນຳໃຊ້ເຊັ່ນ: ການເກັບຮັກສາເງິນສົດ, ການທອນເງິນນ້ອຍ, ການນັບເງິນ…ປັດຈຸບັນ ບໍລິສັດ ສະຕາ ໂທລະຄົມ ກໍ່ໄດ້ທົດລອງການນຳໃຊ້ການເບີກຈ່າຍເງິນເດືອນຜ່ານກະເປົາເງິນເອເລັກໂຕຣນິກ u-money ນັບແຕ່ປິ 2017 ໃຫ້ແກ່ ພະນັກງານກວ່າ 2000 ຄົນທົ່ວປະເທດ ນັບທັງພະນັກງານເຂດຫ່າງໄກສອກຫລີກ.

ການເບີກຈ່າຍເງິນເດືອນນີ້ເຫັນວ່າໄດ້ຮັບຜົນຕອບຮັບທີ່ດີຈາກພະນັກງານ ເພາະມີຄວາມປອດໄພ – ວ່ອງໄວ – ສະດວກ ໃນການກວດກາຂໍ້ມູນ ແລະ ຖອນເງິນ.