ຜະລິດຕະພັນ Wireless Ultra-Wideband ລຸ່ນໃໝ່ຂອງຫົວເຫວີຍເລີ່ມວາງຈຳໜ່າຍ

227

ຜະລິດຕະພັນ Wireless Ultra-Wideband ລຸ່ນໃໝ່ຂອງ Huawei ວາງຈຳໜ່າຍຢ່າງເປັນທາງການໃນປະເທດກຳປູເຈຍ
ໃນເດືອນກໍລະກົດ 2023, ຫົວເຫວີຍໄດ້ເປີດໂຕ ຜະລິດຕະພັນ Wireless Ultra-Wideband ພະລັງງານສູງລຸ້ນ ໃໝ່ຂອງ RRU5517t ເປັນຄັ້ງທໍາອິດຢູ່ທີ່ປະເທດກໍາປູເຈຍ, ອຸປະກອນດັ່ງກ່າວແມ່ນພາກສ່ວນທີ່ສໍາຄັນໃນປະມວນຜົນສັນຍານລະບົບໂທລະສັບເຄື່ອນທີ່ ຫຼື Radio Remote Unit (RRU).

ເຊິ່ງໂມເດວນີ້ໄດ້ຮວບຮວມເອົາຄື້ນຄວາມຖີ່ໃນສາມຍ່ານທີ່ໃຊ້ສໍາລັບການຕິດຕໍ່ສື່ສານໄວ້ຢູ່ໃນອຸປະກອນຕົວດຽວ (ເຊິ່ງປົກກະຕິໃນເມື່ອກ່ອນ ອຸປະກອນຫນຶ່ງຕົວແມ່ນຮອງຮັບໄດ້ພຽງ 1 ຍ່ານຄວາມຖີ່ເທົ່ານັ້ນ). ສະນັ້ນ, ຈຶ່ງສາມາດຊ່ວຍປະຢັດພື້້ນທີ່ອຸປະກອນຂອງສະຖານີຖານໂທລະສັບເຄື່ອນທີ່ ໄດ້ເຖິງ 60% ເນື່ອງຈາກນໍາໃຊ້ອຸປະກອນພຽງຕົວດຽວ. ນອກຈາກນີ້, ຍັງເປັນການປະສົມປະສານ ຂອງລະບົບລະບາຍຄວາມຮ້ອນດ້ວຍອາກາດທາງນອກ ແລະ ມີຄວາມຍືດຍຸ່ນໃນການນໍາໃຊ້ພະລັງຮ່ວມກັນເຊິ່ງຊ່ວຍຫຼຸດການໃຊ້ພະລັງງານໄດ້ປະມານ 30% ຊ່ວຍໃຫ້ຜູ້ປະກອບການດ້ານເຄືອຂ່າຍໂທລະຄົມສາມາດຍົກລະດັບຄຸນນະພາບຂອງເຄືອຂ່າຍ ແລະ ປະຢັດງົບປະມານໃນພາກສ່ວນການລົງທຶນຂອງ OPEX.

May be an illustration of blueprint and text that says 'Challenges of Tower Ultra-wideband RRU: 3 boxes in 1 Antenna Antenna 3 RRU Boxes RRU 1.8GHz RRU 2.1GHz RRU 2.6GHz RRU Box No extra tower space No extra tower load-bearing capacity RRU 1.8+2 1+2 6GHz Box Q-ty: 67% Weight: 48% Energy consumption: 30%'

ທ່ານ ຖັງ ເຈີ້ງເຊີງ, ຜູ້ອຳນວຍການຝ່າຍຂາຍ Wireless solution ຂອງຫົວເຫວີຍ ກໍາປູເຈຍ ກ່າວວ່າ ເນື່ອງຈາກຄວາມຮຽກຮ້ອງຕ້ອງການຂອງຜູ້ໃຊ້ງານ ແລະ ເພື່ອເປັນການຍົກລະດັບການໃຫ້ບໍລິການດ້ານຄຸນນະພາບຂອງເຄືອຂ່າຍໃຫ້ສູງຂຶ້ນ, ຜູ້ໃຫ້ບໍລິການດ້ານໂທລະຄົມຈຶ່ງຈຳເປັນຕ້ອງມີການຂະຫຍາຍສັນຍານເພີ່ມຕື່ມເຊິ່ງຈະຕ້ອງ ເພີ່ມອຸປະກອນດັ່ງກ່າວໄປພ້ອມ. ຢ່າງໃດກໍຕາມ, ເສົາສັນຍານຢູ່ທີ່ສະຖານີຖານມີຂໍ້ຈຳກັດດ້ານພື້ນທີ່ ແລະ ຄວາມສາມາດໃນການຮັບນໍຳ້ໜັກຂອງອຸປະກອນສື່ສານ ເຊິ່ງເຮັດໃຫ້ຍາກຕໍ່ການຕິດຕັ້ງອຸປະກອນໃໝ່ເພີ່ມຕື່ມ. ເຊິ່ງຜ່ານມາຜູ້ໃຫ້ບໍລິການເຄືອຂ່າຍຕ້ອງໄດ້ຕິດຕັ້ງອຸປະກອນຫນຶ່ງຕົວຕໍ່ໜຶ່ງຍ່ານຄວາມຖີ່ (1.8 GHz, 2.1 GHz ແລະ 2.6 GHz). ແຕ່ຫົວເຫວີຍໄດ້ນໍາສະເໜີ ອຸປະກອນລຸ້ນໃໝ່ ແລະ ເປັນລຸ້ນທໍາອິດທີ່ສາມາດຮວບຮວມຍ່ານຄວາມຖີ່ວິທະຍຸສື່ສານທັງສາມຍ່ານ ເຂົ້າໄວ້ໃນອຸປະກອນພຽງຕົວດຽວນັ້ນກໍຄື RRU 4T4R (ສົ່ງ 4 ຮັບ 4) ຫົວເຫວີຍໄດ້ໃຊ້ນະວັດຕະກໍາ ultra-wideband ຄື້ນຄວາມຖີ່ວິທະຍຸ ແລະ ດ້ວຍນະວັດຕະກໍາທີ່ມີວິທີການດ້ານການເພີ່ມປະສິດທິພາບການໃຊ້ພະລັງານທີ່ເໝາະສົມທີ່ສຸດ. ໂຊລູຊັນທີ່ສາມາດຮວບຮວມເອົາ 3 ຄື້ນຄວາມຖີ່ 1.8 GHz+2.1 GHz+2.6 GHz ເຂົ້າໄວ້ໃນອຸປະກອນຕົວດຽວນີ້ແມ່ນສາມາດຕອບສະຫນອງຄວາມຕ້ອງການສໍາລັບການນໍາໃຊ້ການຂະຫຍາຍເຄືອຂ່າຍໂທລະສັບເຄື່ອນທີ່ໄດ້ເຕັມຮູບແບບ.

May be an image of 1 person

ການນຳໃຊ້ແບບລວມເອົາ 3 ຄື້ນຄວາມຖີ່ເປັນ 1 ໂມດູນ ຊ່ວຍຫຼຸດພື້ນທີ່ເສົາສັນຍານໄດ້ຫຼາຍກວ່າ 60%, ນໍ້າໜັກລວມຂອງ RRUs ຫຼຸດລົງ 48% ແລະ ການໃຊ້ພະລັງງານຫຼຸດລົງປະມານ 30%
ອີງຕາມການນໍາໃຊ້ທາງການຄ້າຂອງຜູ້ປະກອບການໃນເຂດເອີຣົບ, ultra-wideband RRUs ມີຜົນປະໂຫຍດດັ່ງນີ້:
ການໃຊ້ງານທີ່ງ່າຍດາຍ: ultra-wideband RRU ຂອງຫົວເຫວີຍຮອງຮັບການປະສານລວມກັນແບບສາມຄື້ນຄວາມຖີ່, ຕາມການນຳໃຊ້ທີ່ຜ່ານມາ RRU ສອງຕົວຖືກນຳໃຊ້ສຳລັບສອງຄື້ນຄວາມຖີ່, ແຕ່ຫຼັງຈາກນັ້ນຈໍາເປັນຈະຕ້ອງໃຊ້ RRU ພຽງຕົວດຽວສຳຫຼັບຄື້ນຄວາມຖີ່ສາມຄື້ນເພື່ອໃຫ້ໃຊ້ງານໄດ້ຢ່າງງ່າຍດາຍ.
ປະສິດທິພາບສູງ ແລະ ປະຢັດພະລັງງານ: ultra-wideband RRUs ຂອງຫົວເຫວີຍເປັນ wideband RRU ທີ່ແທ້ຈິງ. ໂດຍຈະລວມ PA ຂອງຄື້ນຄວາມຖີ່ 3 ຄື້ນເຂົ້າກັບກຸ່ມຊັບພະຍາກອນການໃຊ້ງານ ແລະ ໃຊ້ການແບ່ງປັນພະລັງງານລະຫວ່າງຄື້ນຄວາມຖີ່ 3 ຄື້ນ ທີ່ລະດັບ TTI (Transmission Time Interval). ເມື່ອປຽບທຽບກັບ RRU ຄື້ນຄວາມຖີ່ດ່ຽວຂອງ 3 ຄື້ນ, ການນໍາໃຊ້ພະລັງງານຂອງ ultra-wideband RRU ສາມາດຫຼຸດລົງ 30% ໃນສະຖານະການທີ່ເຫມາະສົມ.
ປະສົບການ ການໃຊ້ງານທີ່ດີຂຶ້ນ: ດ້ວຍການເພີ່ມສະເປັກຂອງເຄືອຂ່າຍ, ultra-wideband RRUs ແລະ ລະບົບ SingleCell algorithm ທີ່ເປັນເອກະລັກຂອງຫົວເຫວີຍ ສາມາດປະສານງານຮອງຮັບໃຫ້ບໍລິການຄື້ນຄວາມຖີ່ຕ່ຳ ແລະ ຄື້ນຄວາມຖີ່ກາງໄດ້ຢ່າງມີປະສິດທິພາບ ແລະ ຮອງການຮັບສົ່ງຂໍ້ມູນຈາກເຊວກາງໄປຍັງຜູ້ໃຫ້ບໍລິການຄື້ນຄວາມຖີ່ລະດັບກາງເພື່ອໃຫ້ສາມາດຮອງຮັບບໍລິມາດການໃຊ້ງານໄດ້. ຜູ້ໃຫ້ບໍລິການຄື້ນຄວາມຖີ່ຕໍ່າແມ່ນຈະມຸ່ງເນັ້ນໃຫ້ກັບການໃຫ້ບໍລິການຜູ້ໃຊ້ຢູ່ບໍລິເວນຂອບເຊວ. ຄຸນລັກສະນະນີ້ເພີ່ມຄວາມໄວຂໍ້ມູນຂອງຜູ້ໃຊ້ຂອບເຊວ 80% ແລະ ເພີ່ມຄວາມຈຸເຄືອຂ່າຍໂດຍລວມ 25%.
ໃນງານເປີດໂຕຄັ້ງນີ້ ທ່ານ ຖັງ ເຈີ້ງເຊີງ, ຜູ້ອຳນວຍການຝ່າຍຂາຍ wireless solution ຂອງຫົວເຫວີຍ ກໍາປູເຈຍ ໄດ້ກ່າວວ່າ: “ultra-wideband RRU5517t ພະລັງງານສູງຂອງຫົວເຫວີຍຈະຖືກນໍາໄປໃຊ້ໃນດ້ານການຄ້າໃນຊ່ວງໄຕມາດທີ 3 ຂອງປີ 2023 ເຊິ່ງຈະຊ່ວຍໃຫ້ຜູ້ປະກອບການໃນປະເທດກຳປູເຈຍຫຼຸດພື້ນທີ່ເສົາສັນຍານ, ປັບປຸງຄຸນນະພາບຂອງເຄືອຂ່າຍ ແລະ ເພີ່ມໂອກາດຄວາມສຳເລັດໃຫ້ກັບທຸລະກິດ. ຖືເປັນການໃຊ້ຜະລິດຕະພັນໃໝ່ນີ້ໃນຂະແໜງການຄ້າຂະໜາດໃຫຍ່ເປັນຄັ້ງທຳອິດໃນພາກພື້ນອາຊີປາຊິຟິກ”.