“ແກ່ນພັນ ແຫ່ງອານາຄົດ ປະຈໍາປີ 2023” ໄດ້ຮ່ວມກັນສ້າງຜູ້ນໍາດ້ານດິຈິຕອນ ເພື່ອພາກພື້ນຂອງເຮົາ

264

ເມື່ອເວົ້າເຖິງການບໍາລຸງສ້າງໄວໜຸ່ມ ເພື່ອສົ່ງເສີມເຂົາເຈົ້າເປັນທ່າແຮງໃຫ້ແກ່ການພັດທະນາດ້ານດິຈີຕອນ ສໍາລັບ 10 ປະເທດອາຊຽນ ແລະ ພາກພື້ນອາຊີປາຊີຟິກ, ໜຶ່ງບໍລິສັດເອກະຊົນ ທີ່ໂດດເດັ່ນກໍຄື ຫົວເຫວີຍ ຂອງ ສປ ຈີນ ແມ່ນມີສ່ວນສຳຄັນຕໍ່ກັບວຽກງານນີ້ ໂດຍໄດ້ດຳເນີນໂຄງການ “ແກ່ນພັນ ແຫ່ງອານາຄົດ” ຢູ່ບັນດາປະເທດໃນໂລກເມື່ອປີ 2008 ແລະສຳລັບ ສປປ ລາວ ແມ່ນເລີ່ມໃນປີ 2016.

“ແກ່ນພັນ ແຫ່ງອານາຄົດ” ຄືໂຄງການສົ່ງເສີມຜູ້ມີຄວາມສາມາດທີ່ໂດດເດັ່ນຂອງຫົວເຫວີຍ ຊຶ່ງຜູ້ທີ່ເຂົ້າຮ່ວມຈະໄດ້ດື່ມດໍ່າກັບເຕັກໂນໂລຊີ ແລະ ປະສົບການດ້ານວັດທະນະທໍາທີຫຼາກຫຼາຍ, ການສະເໜີແນວທາງແກ້ໄຂບັນຫາສັງຄົມ ຜ່ານໂຄງການ ເທກໂຟກູດ (Tech4Good) ທີ່ມີິເປົ້າໝາຍໃນການສ້າງຜູ້ນໍາດ້ານໄອຊີທີ ແຫ່ງອານາຄົດ. ໃນປີນີ້, ຫົວເຫວີຍ, ມູນນິທິອາຊຽນ ແລະ ອົງການລັດຖະມົນຕີສຶກສາແຫ່ງອາຊີຕາເວັນອອກສຽງໃຕ້ ຫຼື Southeast Asian Ministers of Education Organization (SEAMEO) ໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມສຸດຍອດ “ແກ່ນພັນ ແຫ່ງອານາຄົດ” ປະຈໍາປີ 2023 ທີ່ ສປ ຈີນ ໂດຍຮ່ວມກັນ ເພື່ອອານາຄົດດິຈີຕອນຂອງພວກເຮົາ; ພ້ອມດຽວກັນນີ້, ການຮ່ວມມືແບບກວມລວມ ລະຫວ່າງ ຫົວເຫວີຍ ແລະ ສະຫະພັນໂທລະຄົມມະນາຄົມສາກົນ (ITU) ກໍໄດ້ເລີ່ມຕົ້ນ ດ້ວຍທ່າອ່ຽງຂອງການພັດທະນາດິຈີຕອນສໍາລັບພາກພື້ນ.

ກອງປະຊຸມສຸດຍອດ “ແກ່ນພັນ ແຫ່ງອານາຄົດ” ປະຈໍາປີ 2023 ໄດ້ເປີດຂຶ້ນຢ່າງເປັນທາງການເມື່ອວັນທີ 19 ກັນຍາ 2023 ເພື່ອຮ່ວມກັນດຳເນີນງານ ການເສີ່ມສ້າງທັກສະດ້ານດິຈິຕອນ ພາຍໃຕ້ຫົວຂໍ້ “ເຊື່ອມຕໍ່, ຝຶກຝົນ, ມີສ່ວນຮ່ວມ ເພື່ອການເຕີບໂຕຂອງຜູ້ທີ່ມີຄວາມສາມາດດ້ານດິຈິຕອນຂອງພວກເຮົາ” ເຊິ່ງມີຜູ້ເຂົ້າຮ່ວມໂຄງການຈໍານວນ 91 ທ່ານ ທີ່ມາຈາກ 19 ປະເທດ ລວມທັງ 10 ປະເທດອາຊຽນ, ສປຈີນ ເຈົ້າພາບ ແລະ ສ. ເກົາຫຼີ, ຍີ່ປຸ່ນ, ບັງກາລາເທດ, ເນປານ, ສີລັງກາ, ເມົາດີບ, ຟິຈິ ແລະ ໝູ່ເກາະໂຊໂລມອນ. ທັງໝົດທີ່ເຂົ້າຮ່ວມໄດ້ຮັບການຄັດເລືອກໂດຍ ຫົວເຫວີຍ, ມູນນິທິອາຊຽນ ແລະ ITU ເຊິ່ງໂອກາດນີ້ ຫົວເຫວີຍ ກໍໄດ້ເນັ້ນຍໍ້າເຖິງບົດບາດສຳຄັນຂອງໄວໜຸ່ມ ໃນວິວັດທະນາການທາງດິຈິຕອນຂອງພາກພື້ນ. ພ້ອມດຽວກັນນີ້, ທ່ານ ໄຊມ້ອນ ຫຼິນ (Simon Lin) ປະທານບໍລິສັດຫົວເຫວີຍ ປະຈໍາອາຊີປາຊີຟິກ ກ່າວວ່າ: ປີນີ້, ກໍເປັນອີກປີທີ່ຫົວເຫວີຍ ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ແກ່ນພັນ ແຫ່ງອານາຄົດ ຂອງອາຊີປາຊີຟິກ. ທຸກປີ, ພວກເຮົາຈະເຫັນໄດ້ວ່າໂຄງການນີ້ ເຕີບໂຕໄປພ້ອມກັບສິ່ງໃໝ່ໆ ໂດຍມີຄູ່ຮ່ວມງານທີ່ເຂົ້າຮ່ວມເພີ່ມຂຶ້ນ. ໃນຂະນະດຽວກັນ, 3 ຢ່າງທີ່ຍັງມີຢູ່ ບໍ່ມີການປ່ຽນແປງ ຄື: ການຮ່ວມມື, ຄວາມໄວ້ວາງໃຈ ແລະ ການເສີ່ມສັກກະຍະພາບໃຫ້ໄວໜຸ່ມ”.

ຂະນະທີ່ກ່ອນເປີດກອງປະຊຸມສຸດຍອດ, ໄດ້ມີການເລີ່ມງານນີ້ດ້ວຍຂະບວນພາເລດ ວັດທະນະທໍາ ໂດຍຄະນະຜູ້ເຂົ້າຮ່ວມທັງ 19 ປະເທດ ລວມທັງ ນັກສຶກສາ ທີເປັນຕົວແທນ ຈາກ ບໍລິສັດ ຫົວເຫວີຍລາວ  ໃນການແຕ່ງກາຍຊຸດປະຈໍາຊາດ ທັງມີການທັກທາຍຜູ້ຊົມ ແລະ ແບ່ງປັນວັດທະນະທໍາຂອງຕົນເອງຢ່າງພາກພູມໃຈ. ກ້າວສູ່ພິທີເປີດຢ່າງເປັນທາງການ, ທ່ານ ທ່ານ ເກົາ ຄິມ ຮວນ (Kao Kim Hourn) ເລຂາທິການອາຊຽນ ກ່າວເປີດວ່າ: “ຂ້າພະເຈົ້າຂໍສະໜັບສະໜູນຄວາມຄິດລິເລີ່ມ ນໍາໂດຍເອກະຊົນ ທີ່ມີວິໄສທັດໃນການດຶງດູດຄືກັນ ແລະ ບົ່ມເພາະຜູ້ມີຄວາມສາມາດດ້ານດິຈິຕອນ ເຊັ່ນ: “ໂຄງການ ແກ່ນພັນ ແຫ່ງອານາຄົດ”. ຂ້າພະເຈົ້າ ຫວັງວ່າໂຄງການນີ້ ຈະຊ່ວຍໃຫ້ໂອກາດແກ່ໄວໜຸ່ມ ພ້ອມທັງໃຫ້ຄວາມສຳຄັນກັບກຸ່ມທີ່ມີຄວາມສ່ຽງ ກໍຄືເພດຍິງ, ຄົນທີ່ພິການ ແລະ ຜູ້ທີ່ມາຈາກຊົນນະບົດ ເພື່ອໃຫ້ເກີດການມີສ່ວນຮ່ວມ ແລະ ໃຫ້ມີຄວາມສົມດຸນ ບໍ່ມີການແບ່ງແຍກ”.

ໃນພິທີເປີດ. ຜູ້ແທນເຂົ້າຮ່ວມ ຕາງກໍຕີລາຄາສູງຕໍ່ກອງປະຊຸມສູດຍອດນີ້, ທ່ານ  ໂຫວ ຢານສີ (Hou Yan QI) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາອາຊຽນ ໄດ້ກ່າວວ່າ: “ສິ່ງນີ້ບໍ່ພຽງແຕ່ເປັນການປູກຝັງ “ແກ່ນພັນ” ເພື່ອການປ່ຽນແປງທາງດິຈິຕອນຂອງປະເທດໃນອາຊຽນເທົ່ານັ້ນ, ແຕ່ຍັງເປັນການຊຸກຍູ້ ໄວໜຸ່ມຄົນຮຸ່ນໃໝ່ ຍົດລະດັບການຮ່ວມມືຈີນ-ອາຊຽນ”. ທ່ານ ເຮັ່ງ ສາຣິດ (Heng Sarith) ຜູ້ແທນຖາວອນ ແຫ່ງຣາຊະອານາຈັກກຳປູເຈຍປະຈໍາອາຊຽນ ແລະ ປະທານຄະນະຮັບຜິດຊອບທູນນິທິອາຊຽນ ກໍໄດ້ກ່າວຂອບໃຈມາຍັງ ຫົວເຫວີຍ ວ່າ: “ການຮ່ວມມືກັບມູນນິທິອາຊຽນ ເພື່ອສ້າງເວທີທີ່ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມໃນພູມມິພາກອາຊີປາຊີຟິກ ໄດ້ເຮັດໃຫ້ເຂົາເຈົ້າສາມາດເສີມຂະຫຍາຍທັກສະດ້ານດິຈິຕອນ ແລະ ຂະຫຍາຍເຄືອຂ່າຍຂອງເຂົາເຈົ້າ ເກີນຂອບເຂດລະດັບຊາດ”. ທ່ານ ກິດສະໄຊ ສົມສະໝານ ຜູ້ອຳນວຍການສູນພູມມິພາ ວ່າດ້ວຍສະເຕມສຶກສາຂອງ SEAMEO (ສະເຕມສຶກສາ: STEM Education ຊຶ່ງແມ່ນການສຶກສາທີ່ບໍາລຸງກໍ່ສ້າງຄວາມຮູ້ໃນ 4 ສາຂາວິຊາ ໄດ້ແກ່ ວິທະຍາສາດທໍາມະຊາດ, ເຕັກໂນໂລຊີ, ວິສາວະກຳສາດ, ຄະນິດສາດ) ໄດ້ກ່າວຍໍ້າເຖິງຄວາມເລັ່ງດ່ວນຂອງການຝຶກຝົນ ຜູ້ມີຄວາມສາມາດດ້ານດິຈິຕອນວ່າ: “ໃນສະພາບແວດລ້ອມຂອງດິຈິຕອນທີ່ມີການພັດທະນາຢ່າງວ່ອງໄວນີ້, ການຝຶກຝົນຄວາມສາມາດດ້ານດິຈິຕອນ ມີຄວາມສຳຄັນຫຼາຍຂຶ້ນກວ່າແຕ່ກ່ອນ ເຊິ່ງເປັນກະແຈສຳຄັນໃນການສົ່ງເສີມການເຕີບໂຕ ແລະ ການປັບຕົວ ທັງມີອິດທິພົນຕໍ່ການປະຕິວັດອຸດສາຫະກຳ, ສັງຄົມ ແລະ ເສດຖະກິດ. ໂຄງການ “ແກ່ນພັນ ແຫ່ງອານາຄົດ” ທີ່ໃຈກາງຂອງໂຄງການ ໄດ້ຮັບການອອກແບບມາເພື່ອສ້າງແຮງບັນດານໃຈ ແລະ ອົບຮົມສັ່ງສອນຜູ້ນໍາຮຸ່ນຕໍ່ໄປ”.

ພ້ອມນີ້, ຫົວເຫວີຍ ແລະ ITU ໄດ້ປະກາດຖະແຫຼ່ງການຮ່ວມ ໂດຍເນັ້ນໄປທີ່ 6 ປະເດັນສຳຄັນຂອງການຮ່ວມມືທາງດິຈິຕອນ ໃນທົ່ວອາຊີປາຊີຟິກ ລວມເຖິງນະໂຍບາຍດ້ານໄອຊີທີ ແລະ ລະບຽບຂໍ້ບັງຄັບຕ່າງໆ, ການວິໄຈຮ່ວມກັນ, ວາງໂຄງຮ່າງພື້ນຖານຮ່ວມກັນ, ສ້າງຄວາມສາມາດດ້ານດິຈິຕອນ, ສ້າງຄວາມເຂັ້ມແຂງຂອງເດັກຍິງ ແລະ ໄວໜຸ່ມ ແລະ ການແບ່ງປັນການປະຕິບັດຕົວຈິງດ້ານດິຈິຕອນ. ໃນວາລະປິດທ້າຍ, ກໍໄດ້ມີເວທີເສວະນາ ນໍາໂດຍ ທ່ານ ປິຕິ ສີແສງນາມ (Piti Srisangnam) ກຳມະການບໍລິຫານມູນນິທິອາຊຽນ; ຮ່ວມເວທີເສວະນາມີຜູ້ຊ່ຽວຊານຈາກ ມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ຕົວແທນຈາກຫົວເຫວີຍ ແລະ ຜູ້ເຂົ້າຮ່ວມ “ແກ່ນພັນ ແຫ່ງອານາຄົດ” ຊຶ່ງໄດ້ມີອະພິປາຍເຈາະເລິກເຂົ້າໄປໃນຄວາມຊັບຊ້ອນຂອງການສ້າງຜູ້ນໍາແຫ່ງອານາຄົດ ດ້ວຍການປິດຊ່ອງວ່າງ, ໝູນໃຊ້ທັກສະດ້ານດິຈິຕອນ ແລະ ບໍາລຸງສ້າງທັກສະໄປຕະຫຼອດຊີວິດ.

ກ່ອນກອງປະຊຸມສຸດຍອດນີ້, ນັກສຶກສາ 91 ຄົນໄດ້ໄປທັກສະນະສຶກສາ ທີ່ວິທະຍາເຂດຂອງຫົວເຫວີຍ ໃນ ເຊີນເຈິ້ນ ແລະ ຕົງກວນ ທີ່ປະເທດຈີນ ຊຶ່ງເປັນສ່ວນເສີມຂະຫຍາຍປະສົບການອັນໜ້າຈື່ຈໍາຂອງເຂົາເຈົ້າ. ໃນບ່ອນນັ້ນ, ເຂົາເຈົ້າໄດ້ຮັບຂໍ້ມູນເຊີງເລິກທີ່ເປັນເອກະລັກໃນດ້ານຕ່າງໆ ເປັນຕົ້ນ ດ້ານທິດສະດີ, ພະລັງງານດິຈີຕອນ, ເຕັກໂນໂລຊີລົດຍົນ ແລະ ຄວາມປອດໄພທາງໄຊເບີ.