ລັດຖະບານຍັງເດີນໜ້າຕິດຕາມຄວາມເປັນຢູ່ຂອງຊາວເມືອງສະໜາມໄຊ

132

ເຫດການໃນເມືອງສະໜາມໄຊແມ່ນວ່າຈະຜ່ານໄປແລ້ວສອງປີ ແຕ່ຊີວິດຄວາມເປັນຢູ່ຫຼາຍຢ່າງຍັງມີຄວາມຫຍຸ້ງຍາກ ບັນຫ່ໍານີ້ລັດຖະບານແມ່ນມີຄວາມເຫັນອົກເຫັນໃຈ ແລະ ເດີນໜ້າຕິດຕາມເບິ່ງແຍງເປັນແຕ່ລະໄລຍະມາ ຫຼ້າສຸດ ໃນວັນທີ 29 ມິຖຸນາ 2020, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍອຳນາດການປົກຄອງເມືອງສະໜາມໄຊ ໄດ້ລົງກວດກາພື້ນທີ່ປຸກສ້າງເຮືອນຖາວອນ ແລະ ພົບປະຢ້ຽມຢາມປະຊາຊົນ ຢູ່ສູນພັກຊົ່ວຄາວຜູ້ປະສົບໄພນ້ຳຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື.


ຄະນະດັ່ງກ່າວນຳໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໂດຍມີ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງສະໜາມໄຊ ແລະ ບັນດາຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຕິດຕາມ.


ພື້ນທີ່ໃນການລົງເຄື່ອນໄຫວເຮັດວຽກຕະຫລອດ 1 ວັນ ໃນຄັ້ງນີ້ລວມມີ: ສູນພັກຊົ່ວຄາວຈຸດບ້ານຕໍມະຢອດ, ສູນພັກຊົ່ວຄາວຈຸດບ້ານດອນບົກ ແລະ ສູນພັກຊົ່ວຄາວຈຸດບ້ານດົງບາກ ໂດຍແນໃສ່ເພື່ອຕິດຕາມ ແລະ ກວດກາຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆໃຫ້ມີການພັດທະນາຢ່າງຕໍ່ເນື່ອງ, ທັງເປັນການເລັ່ງແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.


ຂະນະດຽວກັນ ກໍເພື່ອເປັນການຮັບຟັງການສະເໜີຕ່າງໆຂອງພໍ່ແມ່ປະຊາຊົນຢູ່ບັນດາສູນພັກຊົ່ວຄາວດັ່ງກ່າວ ເພື່ອເກັບກຳຂໍ້ມູນແລ້ວລາຍງານໃຫ້ລັດຖະບານໃນການພິຈາລະນາແກ້ໄຂໃນຈຸດທີ່ຄົງຄ້າງ, ທັງນີ້ກໍເພື່ອເປັນການອຳນວຍຄວາມສະດວກ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນໃນການດຳລົງຊີວິດປະຈຳວັນ.​
ບັນຫາທີ່ປະຊາຊົນສະເໜີໃຫ້ແກ້ໄຂປະກອບມີ: ການຈັດສັນພື້ນທີ່ປຸກເຮືອນຖາວອນ ຍັງບໍ່ທັນມີຄວາມເໝາະສົມ ເນື່ອງຈາກຍັງມີບ່ອນຫລຸບບ່ອນໂນນ, ລະບົບໄຟຟ້າ ແລະ ນ້ຳໃຊ້ ຍັງບໍ່ທັນພຽງພໍ, ການຈັດສັນພື້ນທີ່ທຳການຜະລິດຍັງບໍ່ທັນສາມາດຕອບສະໜອງໄດ້ເທົ່າທີ່ຄວນ,​ ການຄ້າງຈ່າຍເງິນອຸດໜູນແຕ່ລະເດືອນ, ເສັ້ນທາງເຂົ້າສູ່ເຂດທຳການຜະລິດບໍ່ສາມາດໄປໄດ້ ແລະ ບັນຫາອື່ນໆ.


ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ການລົງມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ກໍແມ່ນຍ້ອນຄວາມເປັນຫ່ວງເປັນໄຍຂອງພັກ ແລະ ລັດຖະບານ ຕໍ່ບັນດາຜູ້ປະສົບໄພ. ພວກເຮົາຈະນໍາເອົາທຸກຂໍ້ສະເໜີຂອງພໍ່ແມ່ປະຊາຊົນ ໄປນຳສະເໜີລັດຖະບານເພື່ອເລັ່ງພິຈາລະນາແກ້ ໂດຍສະເພາະແມ່ນການຈັດສັນພື້ນທີ່ປຸກສ້າງເຮືອນຢູ່ຖາວອນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໃຫ້ສຳເລັດຕາມຈຸດປະສົງຄາດໝາຍ ແລະ ການຈັດສັນພື້ນທີ່ທຳການຜະລິດໃຫ້ສຳເລັດໂດຍໄວ ເພື່ອໃຫ້ພໍ່ແມ່ປະຊາຊົນສາມາດດຳລົງຊີວິດເປັນປົກກະຕິໂດຍໄວ.


ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ກໍໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ໃຫ້ເອົາໃຈໃສ່ໃນການຕິດຕາມຂໍ້ມູນຂ່າວສານໃນການເຝົ້າລະວັງໄພພິບັດເປັນຕົ້ນແມ່ນ: ໄພນໍ້າຖ້ວມ ເຊິ່ງອາດຈະເກີດຂຶ້ນໃນຕໍ່ໜ້າອີກ.
ໂອກາດດຽວກັນ,​ ທ່ານ ຈະເລີນ ເຢຍປາວເຮີ ໄດ້ສະແດງຄວາມເຫັນໃຈຕໍ່ເຫດການເຄາະຮ້າຍດັ່ງກ່າວທີ່ເກີດຂຶ້ນ ແລະ ສະແດງຄວາມດີໃຈ ທີ່ເຫັນວ່າພໍ່ແມ່ປະຊາຊົນພ້ອມກັນສູ້ຊົນຜ່ານຜ່າເຫດການດັ່ງກ່າວນີ້ໄປໄດ້ດ້ວຍດີ, ພ້ອມກັນນັ້ນ ກໍໄດ້ເນັ້ນໃຫ້ພໍ່ແມ່ປະຊາຊົນ ຈົ່ງຮັກສາມູນເຊື້ອຄວາມສາມັກຄີ, ຄວາມດຸໝັ່ນຂະຫຍັນພຽນ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນສາມາດກັບມາໃຊ້ຊີວິດເປັນປົກກະຕິໂດຍໄວ.


ນອກຈາກນັ້ນ, ຄະນະດັ່ງກ່າວ ກໍໄດ້ມອບເຄື່ອງປ້ອງກັນພະຍາດໂຄວິດ-19 ໃຫ້ບັນດາສູນພັກຊົ່ວຄາວຕ່າງໆ ເພື່ອສືບຕໍ່ແຈກຢາຍໃຫ້ພໍ່ແມ່ປະຊາຊົນໄດ້ນຳໃຊ້ໃນການປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ.

ຂອບໃຈ ຂ່າວຮສສ: ເພັດສະໄໝ