“ ນ້ຳຫວານໝາກອຶ ” ເມນູຂອງຫວານທີ່ເຮັດງ່າຍ

192

ເມນູຂອງຫວານຈາກໝາກອຶ ສູດນີ້ກໍນິຍົມບໍ່ແມ່ນໜ້ອຍແຖມຍັງເຮັດງ່າຍໆແບບບໍ່ຕ້ອງອອກແຮງ ຖ້າເກີດວ່າມື້ໃດມື້ໜຶ່ງໄດ້ແຕ່ງກິນແລ້ວເກີດມີໝາກອຶເຫຼືອໃນຕູ້ເຢັນກໍ່ລອງມາເຮັດນ້ຳຫວານໝາກອຶກິນລອງເບິ່ງເດີ້! ຖ້າຢາກຈະຮັກສາສຸຂະພາບກໍ່ລອງປ່ຽນຈາກກະທິມາເປັນນົມສົດແທນກໍໄດ້ຄືກັນ.

ສ່ວນປະກອບນ້ຳຫວານໝາກອຶ

•ໝາກອຶ (ຊອຍເປັນຕ່ອນພໍດີ) 300 ກຼາມ (ຖ້າຈະໃຫ້ແຊບຄວນໃຊ້ໝາກອຶທີ່ແກ່)

•ນ້ຳປູນໃສ ສຳລັບແຊ່ໝາກອຶ (ຖ້າມີ)

•ກະທິ ຫຼື ນົມສົດ 500 ມິນລີລິດ

•ໃບເຕີຍ 2 ໃບ

•ນ້ຳຕານຊາຍ 40 ກຼາມ

•ນ້ຳຕານປີ໊ບ 40 ກຼາມ

•ເກືອໜ້ອຍໜຶ່ງ

ວິທີເຮັດນ້ຳຫວານໝາກອຶ

1 ແຊ່ໝາກອຶລົງໃນນ້ຳປູນໃສແລ້ວປະໄວ້ປະມານ 30 ນາທີ.

2 ເທນົມສົດ ຫຼື ນ້ຳກະທິລົງໃນໝໍ້ ໃສ່ໃບເຕີີຍ, ນ້ຳຕານຊາຍ, ນ້ຳຕານປີ໊ບ ແລະ ເກືອ ຕົ້ມດ້ວຍໄຟກາງຈົນຟົດ.

3 ໃສ່ໝາກອຶລົງໄປຕົ້ມຈົນໝາກອຶສຸກ ແລະ ນຸ້ມຕາມທີ່ຕ້ອງການ ຫຼື ປະມານ 20 ນາທີແລ້ວຍົກລົງຈາກເຕົາ.

4 ຕັກນ້ຳຫວານໝາກອຶໃສ່ຖ້ວຍພ້ອມເສີບສາມາດຮັບປະທານໄດ້ແບບຮ້ອນ ແລະ ແບບເຢັນຕາມຄວາມມັກ.