Monthly Archives: June, 2020

5 ປີ ກອງກວດກາໄມ້ ຢຶດຈັກຕັດໄມ້ໄດ້ທັງໝົດ 1.326 ເຄື່ອງ

ສະຫາຍ ແສງເພັດ ສີລິສົມບັດ ເລຂາໜ່ວຍພັກຫົວໜ້າກອງກວດກາປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ກ່າວໃນກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ II ທີ່ຈັດຂຶ້ນໃນວັນທີ 24 ມິຖຸນາຜ່ານມາວ່າ: ຕະຫຼອດໄລຍະຜ່ານມາເອົາໃຈໃສ່ກວດກາການບຸກລຸກຫັນປ່ຽນເນື້ອທີ່ດິນປ່າໄມ້ ເປັນຕົ້ນການຖາງປ່າໄມ້ທີ່ບໍ່ໄດ້ຮັບອະນຸຍາດ ເພື່ອເປັນບ່ອນທໍາການຜະລິດມີ 397 ຕອນ, ມີເນື້ອທີ່ 303,04 ເຮັກຕາ, ມີ 360...

ອາດສະພອນ ທຳລາຍກັນຊາແລະ ຢາຝິ່ນ ຈຳນວນ 470 ກິໂລ

ໃນວັນທີ 26 ມິຖຸນາ 2020 ທີ່ກອງບັນຊາການ ປກສ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍຢາເສບຕິດປະເພດກັນຊາ ແລະ ຢາຝິ່ນ ໂດຍການເຂົ້າຮ່ວມຂອງ ທ່ານ ບົວລີ ຈັນສີ ຮອງເລຂາພັກເມືອງ ປະທານກວດກາພັກ - ລັດເມືອງ, ມີທ່ານ ພັນໂທ ໝອນຄຳ ກິ່ນທະວົງສັກ ຫົວໜ້າກອງບັນຊາການ...

ຕໍ່ໄປອາຫານ ແລະ ເຄື່ອງດື່ມທີ່ນໍາເຂົ້າ, ຜະລິດ-ຈຳໜ່າຍຢູ່ລາວຕ້ອງໄດ້ຮັບການກວດຜ່ານຄຸນນະພາບ

ຄວາມປອດໄພຂອງອາຫານ ແລະ ເຄື່ອງດື່ມທີ່ນຳເຂົ້າມາໃນຮູບແແບສຳເລັດຮູບ, ນຳມາເພື່ອຜະລິດ ແລະ ຈຳໜ່າຍປູ່ປະເທດເຮົາທີ່ຜ່ານມາ ຍັງບໍ່ທັນໄດ້ຮັບການກວດຜ່ານໃຫ້ເຂົ້າກັບມາດຕະຖານຂອງສາກົນ ເຮັດໃຫ້ມີຄຳຖາມບໍ່ໜ້ອຍຈາກສັງຄົມ ໂດຍສະເພາະເວລາກວດພົບສິນຄ້າບໍ່ໄດ້ມາດຕະຖານທີ່ອາດສົ່ງຜົນເສຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ດັ່ງນັ້ນ, ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນໃນຕໍ່ໜ້າ ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລົງນາມເຊັນສັນຍາກັບບໍລິສັດ ເທັກຟູດ ຈຳກັດຜູ້ດຽວ...

ຮອງນາຍົກ ເນັ້ນຂະແໜງພາສີສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໃຫ້ເຈົ້າໜ້າທີ່ພາສີ ຕ້ອງໄດ້ເປັນເຈົ້າການເກັບລາຍຮັບໃຫ້ບັນລຸ 95% ຂອງແຜນການປີຂຶ້ນໄປ. ຄົ້ນຄວ້າບັນດາມາດຕະການຕ່າງໆທີ່ຈະເປັນເຄື່ອງມືໃນການຈັດເກັບລາຍຮັບ; ອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບຢ່າງເປັນຮູບປະທຳ. ອີງຕາມບົດໂອ້ລົມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ 5 ເດືອນປີ 2020 ເມື່ອໃນວັນທີ 4 ມິຖຸນາ 2020...

ເຄພີເອັສ ເອັຟຊີ ເລືອກ ມາຍເວ ຜູ້ສະໜັບສະໜູນຫຼັກ ລຸຍລາວລີກ 2

ພິທີເຊັນສັນຍາລະຫວ່າງ ມາຍເວ ຜະລິດຕະພັນເສື້ອກີລາພິມລາຍທີ່ເປັນຂອງຄົນລາວ ກັບ ເຄພີເອັສ ເອັຟຊີ ສະໂມສອນໃນລາວລີກ 2 ຈັດຂຶ້ນທີ່ສະໜາມບານເຕະຫຍ້າທຽມ ໝາຍເວ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 29 ມິຖຸນາ 2020 ໃຫ້ກຽດເຊັນສັນຍາລະຫວ່າງ ທ່ານ ພຸດທະພອນ ສີວິໄຊ ປະທານບໍລິສັດ ມາຍເວ ສະປອດແວ...

ຕ້ອນຮັບເດືອນໃໝ່ ປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດ ເລີ່ມເຊົ້າທີ 1 ກໍລະກົດ

ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກຊະນິດ ແອັດຊັງພິເສດ ປັບຂຶ້ນ 240 ກີບຕໍ່ລິດ, ແອັດຊັງທຳມະດາ ປັບຂຶ້ນ 240 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 220 ກີບຕໍ່ລິດ ເລີ່ມປະຕິບັດເຊົ້າວັນທີ 1 ກໍລະກົດນີ້. ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການເລກທີ 0619/ອຄ.ກຄພນ, ນະຄອນຫຼວງວຽງຈັນ, ວັນທີ 30...

ຕັກແຕນທຳລາຍເຂົ້າໄຮ່ ຢູ່ເມືອງໃໝ່

ການລະບາດຂອງຕັກແຕນຝູງໄມ້ປ້ອງ ຢູ່ແຂວງຜົ້ງສາລີ ທໍາລາຍເນື້ອທີ່ການຜະລິດຂອງປະຊາຊົນໄປແລ້ວ 4,94 ເຮັກຕາ ຜົນຜະລິດເສຍຫາຍ 24 ລ້ານກວ່າກີບ. ໃນວັນທີ 26 ມິຖຸນາ 2020 ຜ່ານມາ ອົງການປົກຄອງເມືອງໃໝ່ ແຂວງຜົ້ງສາລີ ໄດ້ຮັບການລາຍງານຈາກຄະນະພັກ ແລະ ປະຊາຊົນບ້ານເພຍລໍໃໝ່ວ່າມີຕັກແຕນຝູງໄມ້ປ່ອງ ເຂົ້າທຳລາຍແນວປູກຕ່າງໆຂອງພໍ່ແມ່ປະຊົນຢ່າງໜັກໜ່ວງ. ທ່ານ ວຽງສະໄໝ ສີສົງຄາມ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໃໝ່ ພ້ອມດ້ວຍຄະນະໄດ້ລົງກວດກາສຳຫຼວດຕົວຈິງ...

6 ເດືອນຕົ້ນປີ ເມືອງເລົ່າງາມສົ່ງອອກສິນຄ້າໄດ້ 400 ຕື້ກີບ

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ 6 ເດືອນຕົ້ນປີ ເມືອງເລົ່າງາມ ສາມາດລຶບລ້າງບ້ານທຸກຍາກໄດ້ 100%, ສາມາດຈໍລະຈອນສິນຄ້າ ມູນຄ່າ 997 ຕື້ກີບ. ໃນນັ້ນ, ສິນຄ້າສົ່ງອອກ ມູນຄ່າ 400 ຕື້ກວ່າກີບ ແລະ ນຳເຂົ້າມູນຄ່າ 39 ຕື້ກີບ. ໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງເລົ່າງາມເປີດກວ້າງ ຄັ້ງທີ 1 ສະໄໝທີ...

ແບບຢ່າງທີ່ດີ ຊາວບ້ານນາວຽງຄຳ ອອກເງິນກັນເອງສ້າງທາງປູເບຕົງ

ມີຫຼາຍໆບ່ອນເມື່ອທາງເພ ສິ່ງຕ່າງໆທີ່ນຳໃຊ້ໃນຊີວິດປະຈຳວັນລວມເຖິງຂຶ້ເຫຍື້ອທີ່ຕົນເອງສ້າງເອງເມື່ອມີບັນຫາຂຶ້ນມາກໍ່ມັກຈະໂທດແຕ່ພາກສ່ວນຮັບຜິດຊອບ ເຊິ່ງກໍ່ບໍ່ຖືກສະເໝີໄປເພາະຄົນທີ່ສ້າງ ແລະຄົນທຳລາຍມີເປັນລ້ານໆແລ້ວຈະມອບໜ້າທີ່ນີ້ໃຫ້ຈຳນວນໜ້ອຍຮັບຜິດຊອບກໍ່ບໍ່ແມ່ນ ອັນສຳຄັນທຸກຄົນຕ້ອງເປັນເຈົ້າການ ໂດຍມີເຈົ້າໜ້າທີ່ກ່ຽວຂ້ອງມີສ່ວນຮ່ວມຈະດີທີ່ສຸດ, ສ່ວນໄທບ້ານນາວຽງຄຳ ນະຄອນຫຼວງພະບາງ ທາງເຂົ້າບ້ານແຕ່ໃດໆມາກໍ່ຈະເປັນທາງດິນ ບ່ອນໃດສະດວກແນ່ກໍ່ເອົາຫີນໄປລາດໃສ່ພໍບໍ່ເປັນຂີ້ຕົມຍາມຝົນຕົກ ຈົນຮອດມື້ນີ້ຈິ່ງລວບລວມກຳລັງຊັບຈາກບັນດາຄົວເຮືອນສ້າງທາງປູເບຕົງ ເພື່ອສາມາດນຳໃຊ້ໄລຍະຍາວ. ການກໍ່ສ້າງເສັ້ນທາງເບຕົງຈາກການຮ່ວມມືຂອງປະຊາຊົນບ້ານນາວຽງຄຳ ຈະເປັນຕົວແບບໃຫ້ຫຼາຍບ້ານໃນນະຄອນ ຫຼວງພະບາງ ໂດຍເພິ່ນໄດ້ເລີ່ມລົງມືປະຕິບັດມາແຕ່ທ້າຍເດືອນພຶດສະພາ ຫາ ທ້າຍເດືອນມິຖຸນານີ້ ໄດ້ສຳເລັດເກືອບ 100% ການກໍ່ສ້າງທັງໝົດ ແມ່ນໄດ້ຈາກການປະກອບສ່ວນ ດ້ານທືນຮອນຂອງປະຊາຊົນທີ່ຊົມໃຊ້ເສັ້ນທາງ, ລວມທັງການປະກອບສ່ວນຂອງນັກທຸລະກິດ ແລະການນຳ-ອາດິດການນຳ...

ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ຈະຊ່ວຍຍົກສູງການຜະລິດພາຍໃນ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 29 ມິຖຸນາ 2020 ນີ້ ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆໄດ້ປະກອບຄຳຄິດຄຳເຫັນ ແລະ ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ທີ່ສະເໜີໂດຍ ທ່ານ...
- Advertisment -
Slide
Slide

Most Read

error: Content is protected !!