ຕ້ອນຮັບເດືອນໃໝ່ ປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດ ເລີ່ມເຊົ້າທີ 1 ກໍລະກົດ

101

ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກຊະນິດ ແອັດຊັງພິເສດ ປັບຂຶ້ນ 240 ກີບຕໍ່ລິດ, ແອັດຊັງທຳມະດາ ປັບຂຶ້ນ 240 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 220 ກີບຕໍ່ລິດ ເລີ່ມປະຕິບັດເຊົ້າວັນທີ 1 ກໍລະກົດນີ້.
ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການເລກທີ 0619/ອຄ.ກຄພນ, ນະຄອນຫຼວງວຽງຈັນ, ວັນທີ 30 ມິຖຸນາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ສຳລັບລາຄາປັບໃໝ່ນີ້ນີ້ ຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດລາຄາໃໝ່ຢູ່ທີ່ 8.320 ກີບ, ແອັດຊັງທຳມະດາ 7.830 ກີບ, ກາຊວນ 7.350 ກີບຕໍ່ລິດ, ສະຫວັນນະເຂດ ແອັດຊັງພິເສດ 8.350 ກີບ, ແອັດຊັງທຳມະດາ 7.860 ກີບ, ກາຊວນ 7.830 ກີບ, ແຂວງຈຳປາສັກ ແອັດຊັງພິເສດຂາຍໃນລາຄາ 8.380 ກິບຕໍ່ລິດ, ແອັດຊັງທຳມະດາ 7.890 ກີບ, ກາຊວນລິດລະ 7.410 ກີບ. ພາກເໜືອແຂວງຫຼວງພະບາງ ແອັດຊັງພິເສດລິດໜຶ່ງ 8.720 ກີບຕໍ່ລິດ,ແອັດຊັງທຳມະດາ 8.230 ກີບ ແລະກາຊວນ 7.750 ກີບ, ຊຽງຂວາງ ແອັດຊັງທຳມະດາ 8.020 ກີບຕໍ່ລິດ, ກາຊວນ 7.540 ກີບ ແລະ ແຂວງບໍ່ແກ້ວແອັດຊັງພິເສດ 8.420 ກີບຕໍ່ລິດ, ແອັດຊັງທຳມະດາ 7.930 ກີບ, ກາຊວນ 7.540 ກີບຕໍ່ລິດ.

ທັງນີ້, ລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດວັນທີ 1 ກໍລະກົດ 2020 ເວລາ 6:00 ໂມງໃນຂອບເຂດທົ່ວປະເທດ; ການປັບລາຄາຄັ້ງນີ້ແມ່ນໄດ້ຫຼຸດຄັ້ງແຮນ້ຳມັນແອັດຊັງພິເສດ 510 ກີບຕໍ່ລິດ, ແອັດຊັງທຳມະດາ 515 ກີບຕໍ່ລິດ ແລະ ນ້ຳມັນກາຊວນ 230 ກີບຕໍ່ລິດ ແລະ ປັບຂຶ້ນນ້ຳມັນແອັດຊັງພິເສດ 240 ກີບຕໍ່ລິດ, ແອັດຊັງທຳມະດາ ປັບຂຶ້ນ 240 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 220 ກີບຕໍ່ລິດ; ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງຄິດໄລ່ເກັບຕາມທີ່ກຳນົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0542/ກຄພນ.ຄສລ, ລົງວັນທີ 30 ມິຖຸນາ 2020 ຈົນກວ່າຈະມີການປ່ຽນແປງ ແລະ ແຈ້ງການສະບັບນີ້ປ່ຽນແທນແຈ້ງການສະບັບເລກທີ 0553/ອຄ.ກຄພນ, ລົງວັນທີ 11 ມິຖຸນາ 2020.

ດ້ານລາຄານໍ້າມັນດິບໃນຕະຫຼາດໂລກເຊັ່ນ: West Texas Intermediate: WTI ຂອງສະຫະລັດອາເມລິກາ ວັນທີ 30 ມິຖຸນາ 2020 ລາຄາຢູ່ທີ່ 39,38 ໂດລາສະຫະລັດຕໍ່ບາເຣວ ແລະ ລາຄານ້ຳມັນດິບ Brent 41,60 ໂດລາຕໍ່ບາເຣວ ໃນຕະຫຼາດຊື້-ຂາຍ ລ່ວງໜ້າ.