ອາດສະພອນ ທຳລາຍກັນຊາແລະ ຢາຝິ່ນ ຈຳນວນ 470 ກິໂລ

259

ໃນວັນທີ 26 ມິຖຸນາ 2020 ທີ່ກອງບັນຊາການ ປກສ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍຢາເສບຕິດປະເພດກັນຊາ ແລະ ຢາຝິ່ນ ໂດຍການເຂົ້າຮ່ວມຂອງ ທ່ານ ບົວລີ ຈັນສີ ຮອງເລຂາພັກເມືອງ ປະທານກວດກາພັກ – ລັດເມືອງ, ມີທ່ານ ພັນໂທ ໝອນຄຳ ກິ່ນທະວົງສັກ ຫົວໜ້າກອງບັນຊາການ ປກສ ເມືອງ, ບັນດາທ່ານກຳມະການພັກເມືອງ ພ້ອມດ້ວຍຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ, ທ່ານ ພັນຕີ ແອນ້ອຍ ແກ້ວດວງສິນ ຄະນະກອງບັນຊາການ ປກສ ເມືອງ ກໍໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາກໍຄືປັດຈຸບັນ ພັກ ແລະ ລັດຖະບານເຮົາ ໄດ້ຖືເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ສຳຄັນ ແລະ ໄດ້ຊີ້ນຳໆພາຈັດຕັ້ງປະຕິບັດວຽກງານຢ່າງຈິງຈັງຕະຫຼອດມາຕໍ່ບັນຫາດັ່ງກ່າວ, ໄດ້ເອົາໃຈໃສ່ສຶກສາອົບຮົມທຸກຊັ້ນຄົນໃນສັງຄົມ ເປັນຕົ້ນ: ແມ່ນຊາວໜຸ່ມ – ເຍົາວະຊົນຜູ້ທີ່ເປັນໜໍ່ແໜງປະເທດຊາດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ.

ໂດຍຮູບການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ມະຕິຄຳສັ່ງຂອງພັກ – ລັດ ກ່ຽວກັບຢາເສບຕິດຢ່າງຕໍ່ເນື່ອງ ແລະ ເພື່ອເຮັດໃຫ້ບັນຫາຢາເສບຕິດຫຼຸດໜ້ອຍລົງ ແລະ ໝົດໄປຈາກສັງຄົມ. ໂອກາດນີ້, ທາງເຈົ້າໜ້າທີ່ຈຶ່ງໄດ້ນຳຂອງກາງໃນຄະດີຢາເສບຕິດທີ່ຢຶດມາໄດ້ ເພື່ອມາທຳລາຍຖິ້ມ ເຊິ່ງປະກອບມີ: ກັນຊາດິບ 454 ກິໂລກຣາມ ແລະ ຝິ່ນ 16 ກິໂລກຣາມ.