ຕັກແຕນທຳລາຍເຂົ້າໄຮ່ ຢູ່ເມືອງໃໝ່

225

ການລະບາດຂອງຕັກແຕນຝູງໄມ້ປ້ອງ ຢູ່ແຂວງຜົ້ງສາລີ ທໍາລາຍເນື້ອທີ່ການຜະລິດຂອງປະຊາຊົນໄປແລ້ວ 4,94 ເຮັກຕາ ຜົນຜະລິດເສຍຫາຍ 24 ລ້ານກວ່າກີບ.

ໃນວັນທີ 26 ມິຖຸນາ 2020 ຜ່ານມາ ອົງການປົກຄອງເມືອງໃໝ່ ແຂວງຜົ້ງສາລີ ໄດ້ຮັບການລາຍງານຈາກຄະນະພັກ ແລະ ປະຊາຊົນບ້ານເພຍລໍໃໝ່ວ່າມີຕັກແຕນຝູງໄມ້ປ່ອງ ເຂົ້າທຳລາຍແນວປູກຕ່າງໆຂອງພໍ່ແມ່ປະຊົນຢ່າງໜັກໜ່ວງ.

ທ່ານ ວຽງສະໄໝ ສີສົງຄາມ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໃໝ່ ພ້ອມດ້ວຍຄະນະໄດ້ລົງກວດກາສຳຫຼວດຕົວຈິງ ແລະ ໄດ້ລາຍງານໃຫ້ຮູ້ວ່າ: ປະຊາຊົນຢູ່ບ້ານເພຍລໍໃໝ່ ເມືອງໃໝ່ ແຂວງຜົ້ງສາລີ ໄດ້ຮັບຜົນກະທົບຈາກຕັກແຕນຝູງໄມ້ປ່ອງທຳລາຍເຂົ້າໄຮ່ ແລະ ແນວປູກອື່ນໆ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ພໍ່ແມ່ປະຊາຊົນ ຈຳນວນ 20 ຄອບຄົວ ລວມເນື້ອທີ່ເສຍຫາຍ ທັງໝົດ 4,94 ເຮັກຕາ ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ 24.885.000 ກີບ.

ປັດຈຸບັນທາງຂະແໜງການທີ່ກ່ຽວຂ້ອງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງແຈກຢາຍຢາສີດພົ່ນໃຫ້ກັບພໍ່ແມ່ປະຊາຊົນ ຈໍານວນ 1.000 ຖົງ, 1 ຖົງໃສ່ນ້ຳໄດ້ 20 ລິດ ແລະ ສາມາດສີດໄດ້ໃນເນື້ອທີ່ ປະມານ 0,3 ເຮັກຕາ ແລະ ກໍໄດ້ນຳພາພໍ່ແມ່ປະຊາຊົນລົງພົ່ນສີດຕາມຫຼັກການບ່ອນທີ່ມີຝູງຕັກແຕນຈຳນວນຫຼວງຫຼາຍ.