6 ເດືອນຕົ້ນປີ ເມືອງເລົ່າງາມສົ່ງອອກສິນຄ້າໄດ້ 400 ຕື້ກີບ

90

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 6 ເດືອນຕົ້ນປີ ເມືອງເລົ່າງາມ ສາມາດລຶບລ້າງບ້ານທຸກຍາກໄດ້ 100%, ສາມາດຈໍລະຈອນສິນຄ້າ ມູນຄ່າ 997 ຕື້ກີບ. ໃນນັ້ນ, ສິນຄ້າສົ່ງອອກ ມູນຄ່າ 400 ຕື້ກວ່າກີບ ແລະ ນຳເຂົ້າມູນຄ່າ 39 ຕື້ກີບ.

ໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງເລົ່າງາມເປີດກວ້າງ ຄັ້ງທີ 1 ສະໄໝທີ XII ທີ່ຈັດຂຶ້ນໃນທ້າຍອາທິດຜ່ານມານີ້, ຢູ່ສະໂມສອນເມືອງ ໂດຍການເປັນປະທານຂອງ ສະຫາຍ ສົມສັກ ທົງຄຳຫານ ເລຂາພັກເມືອງ ເຈົ້າເມືອງເລົ່າງາມ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະພັກຮາກຖານ, ຫົວໜ້າຫ້ອງການ, ອົງການທຽບເທົ່າອ້ອມຂ້າງເມືອງ ແລະ ເລຂາໜ່ວຍພັກ – ນາຍບ້ານທົ່ວເມືອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ຕີລາຄາຄືນໝາກຜົນ ຜົນງານໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ 2020 ມາຮອດປັດຈຸບັນສາມາດລຶບລ້າງບ້ານທຸກຍາກໄດ້ 100%, ຄອບຄົວທຸກຍາກຍັງເຫຼືອພຽງ 200 ກວ່າຄອບຄົວ ເທົ່າກັບ 2,07%. ປີ 2020 ເມືອງເລົ່າງາມ ໄດ້ຮັບອະນຸມັດທຶນທັງໝົດທີ່ສະພາຮັບຮອງ 18 ໂຄງການ ມູນຄ່າ 5.114 ລ້ານກວ່າກີບ ແລະ ມີການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ( FID ) ມີ 15 ໂຄງການ ມູນຄ່າ 98 ລ້ານກວ່າໂດລາສະຫະລັດ, ການຜະລິດເປັນສິນຄ້າຂອງປະຊາຊົນ ປະຕິບັດໄດ້ 27.124 ເຮັກຕາ ຜົນຜະລິດບັນລຸ 4 ແສນກວ່າໂຕນ ເທົ່າກັບ 94% ຂອງແຜນການປີ ແລະ ຜະລິດກາເຟໄດ້ 9.436 ໂຕນ ( ໝາກສ້ອມ ) ແລະ ມັນຕົ້ນ ປະຕິບັດໄດ້ 4 ແສນກວ່າໂຕນ ເທົ່າກັບ 99% ແລະ ສາມາດຈໍລະຈອນສິນຄ້າ ມູນຄ່າ 997 ຕື້ກີບ, ໃນນັ້ນສິນຄ້າສົ່ງອອກ ມູນຄ່າ 400 ຕື້ກວ່າກີບ ແລະ ນຳເຂົ້າມູນຄ່າ 39 ຕື້ກີບ. ສ່ວນວຽກງານໃນຂົງເຂດອື່ນໆກໍ່ການເຕີບໂຕຂຶ້ນເລື້ອຍໆ ອັນໄດ້ເຮັດໃຫ້ເສດຖະກິດຂອງເມືອງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຖືກທິດ ແລະ ໝັ້ນທ່ຽງ.

ກອງປະຊຸມຄັ້ງນີ້ກໍໄດ້ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ, ເຫັນດີ ແລະ ເອກະພາບ ສູ້ຊົນຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນທ້າຍປີ ໃຫ້ບັນລຸຕາມຄາດໝາຍ ເປັນຕົ້ນ: ສືບຕໍ່ເອົາໃຈໃສ່ປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນ, ສຸມໃສ່ການສຶກສາອົບຮົມວຽກງານການເມືອງແນວຄິດ, ກວດກາ, ຕິດຕາມການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂົງເຂດ, ແຜນພັດທະນາເສດຖະກິດ – ສັງຄົມແຫ່ງລັດ ແລະ ເອົາໃຈໃສ່ແກ້ໄຂຜົນກວດກາຢ່າງມີຜົນສັກສິດ, ສູ້ຊົນປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານໃຫ້ບັນລຸຄາດໝາຍ, ສູ້ຊົນເຮັດໃຫ້ອັດຕາການຊົມໃຊ້ວິດຖ່າຍເພີ່ມຂຶ້ນ ແລະ ຊຸກຍູ້ໃນການສ້າງບ້ານ, ຄອບຄົວໃຫ້ກາຍເປັນຕົວແບບຕ່າງໆ, ທັງສຸມໃສ່ຊ່ວຍເຫຼືອ, ແກ້ໄຂ 298 ຄອບຄົວທີ່ຍັງທຸກຍາກ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍກຳນົດເປົ້າໝາຍ, ເວລາຢ່າງລະອຽດຊັດເຈນໃນການຈັດຕັ້ງປະຕິບັດ.