5 ປີ ກອງກວດກາໄມ້ ຢຶດຈັກຕັດໄມ້ໄດ້ທັງໝົດ 1.326 ເຄື່ອງ

79

ສະຫາຍ ແສງເພັດ ສີລິສົມບັດ ເລຂາໜ່ວຍພັກຫົວໜ້າກອງກວດກາປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ກ່າວໃນກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ II ທີ່ຈັດຂຶ້ນໃນວັນທີ 24 ມິຖຸນາຜ່ານມາວ່າ: ຕະຫຼອດໄລຍະຜ່ານມາເອົາໃຈໃສ່ກວດກາການບຸກລຸກຫັນປ່ຽນເນື້ອທີ່ດິນປ່າໄມ້ ເປັນຕົ້ນການຖາງປ່າໄມ້ທີ່ບໍ່ໄດ້ຮັບອະນຸຍາດ ເພື່ອເປັນບ່ອນທໍາການຜະລິດມີ 397 ຕອນ, ມີເນື້ອທີ່ 303,04 ເຮັກຕາ, ມີ 360 ຄອບຄົວ. ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງລົງກວດກາການເກັບກູ້ໄມ້ບໍ່ຖືກຕ້ອງຕາມລະບຽບກົດໝາຍພົບເຫັນໄດ້ຄຸ້ມຄອງ ຈໍານວນ 1.032 ທ່ອນ, ໄມ້ຫວງຫ້າມ 89 ປູດ ນໍ້າໜັກ 3.440 ໂຕນ: ໄມ້ຕັບ 7 ຕັບ ບໍລິມາດ 0,673 ແມັດກ້ອນ ໄມ້ດັ່ງກ່າວໄດ້ຢຶດມາເປັນຂອງລັດ ແລະ ສົ່ງບັນຊີໄມ້ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເພື່ອປະມູນຂາຍຕາມລະບຽບກົດໝາຍ.

ຄ່ຽງຄູ່ກັນນີ້ ດັດສົມໂຮງງານຈາກ 111 ແຫ່ງ ປັດຈຸບັນເຫຼືອພຽງ 26 ແຫ່ງ.

ລົງເກັບພາຫະນະຢຶດຈັກສະຕິນ ທັງໝົດ 1.326 ເຄື່ອງ, ໝໍ້ໄຟຊັອດປາ 14 ເຄື່ອງ, ໝໍ້ດູດປາ 4 ເຄື່ອງ, ປືນລ່າສັດ 117 ກະບອກ ແລະ ດິນລະເບີດ 5 ກິໂລ.

ສ່ວນການນໍາໃຊ້ມາດຕະການຕໍ່ຜູ້ລະເມີດ ແມ່ນໄດ້ເຮັດບົດບັນທຶກສຶກສາອົບຮົມ ມີ 324 ຄົນ, ສຶກສາອົບຮົມດັດສ້າງດ້ານບໍລິຫານ 40 ຄົນ ດໍາເນີນຄະດີລາຍງານໃຫ້ໄອຍະການມີ 7 ເລື່ອງ, ມີ 21 ຄົນ, ສານຕັດສິນຄະດີ 9 ຄົນ, ປັບໃໝ ແລະ ລົງວິໄນ 1 ເລື່ອງ.

ກອງປະຊຸມເລືອກເອົາຄະນະໜ່ວຍພັກຊຸດໃໝ່ ໂດຍ ສະຫາຍ ຍຸດທະສິນ ສີປະມວນ ເປັນເລຂາໜ່ວຍພັກ, ສະຫາຍ ພອນສະຫວັດ ສິງງາມ ເປັນຮອງເລຂາທັງເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ ກອງທ່ຽນ ໄຊຍະພອນ ເປັນຄະນະໜ່ວຍພັກ.