ເຄພີເອັສ ເອັຟຊີ ເລືອກ ມາຍເວ ຜູ້ສະໜັບສະໜູນຫຼັກ ລຸຍລາວລີກ 2

109

ພິທີເຊັນສັນຍາລະຫວ່າງ ມາຍເວ ຜະລິດຕະພັນເສື້ອກີລາພິມລາຍທີ່ເປັນຂອງຄົນລາວ ກັບ ເຄພີເອັສ ເອັຟຊີ ສະໂມສອນໃນລາວລີກ 2 ຈັດຂຶ້ນທີ່ສະໜາມບານເຕະຫຍ້າທຽມ ໝາຍເວ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 29 ມິຖຸນາ 2020 ໃຫ້ກຽດເຊັນສັນຍາລະຫວ່າງ ທ່ານ ພຸດທະພອນ ສີວິໄຊ ປະທານບໍລິສັດ ມາຍເວ ສະປອດແວ ກັບ ທ່ານ ແກ້ວພະແສງ ສີປະເສີດ ຮອງປະທານສະໂມສອນ ເຄພີເອັສ ເອັຟຊີ ໂດຍມີຕົວແທນຂອງທັງສອງພາກສ່ວນ ລວມເຖິງຄູຝຶກ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພຸດທະພອນ ສີວິໄຊ ກ່າວວ່າ: ການສະໜັບສະໜູນສະໂມສອນ ເຄພີເອັສ ເອັຟຊີ ຄັ້ງນີ້ກໍເປັນບາດກ້າວທໍາອິດຂອງພວກເຮົາໃນການສະໜັບສະໜູນວົງການກີລາລາວ ເພື່ອເປັນສ່ວນໜຶ່ງໃນການພັດທະນາວົງການບານເຕະລາວ ແລະ ໃຫ້ຄົນລາວໄດ້ນໍາໃຊ້ຜະລິດຕະພັນຂອງຄົນລາວ ເພາະຜະລິດຕະພັນຂອງພວກເຮົາເປັນຂອງລາວ 100%.

ທ່ານ ແກ້ວພະແສງ ສີປະເສີດ ກ່າວວ່າ: ເຫດຜົນທີ່ພວກເຮົາເລື່ອງເສື້ອແຂ່ງຂອງ ມາຍເວ ກໍຄື ການເຮັດວຽກຮ່ວມກັນທີ່ສະບາຍໆ, ຕອບສະໜອງຄວາມຕ້ອງການຂອງພວກເຮົາໄດ້, ມີທີມງານ ແລະ ເສື້ອທີ່ມີຄຸນນະພາບ ສາມາດເຮັດໃຫ້ຍອດຂາຍເສຶ້ອໄດ້ຫຼາຍສົມຄວນໃນໄລຍະ 1 ເດືອນທີ່ຜ່ານມາ, ເຊິ່ງທຸກໆນັດທີ່ແຂ່ງຂັນພວກເຮົາຈະຈັດກິດຈະກໍາແຈກເສື້ອນໍາອີກ.

ສໍາລັບ ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປິ 2020 ມີທີມເຂົ້າຮ່ວມທັງຫມົດ 14 ທີມ ໂດຍໄດ້ແບ່ງກຸ່ມອອກເປັນ 2 ກຸ່ມ, ກຸ່ມລະ 7 ທີມ ຜົນການຈັບສະຫລາກມີດັ່ງນີ້:
-ກຸ່ມ ເອ : ວຽງຈັນ ຢູໄນເຕັດ, ເຄພີເອັສ ເອັຟຊີ, ກອງທັບ ເອັຟຊີ, ກາຣູດາ 369 ເອັຟຊີ, ເຮັສບີທີ 941 ເອັຟຊີ, ແຄນລາວ ຢູໄນເຕັດ ແລະ ນະຄອນຫລວງ ເອັຟຊີ
-ກຸ່ມ ບີ: ເມືອງຫາດ ຢູໄນເຕັດ, ວິທະຍາໄລ ລາວ – ທ໋ອບ ເອັຟຊີ, ວິທະຍາໄລ ເຄວສ ຢູໄນເຕັດ, ບີແກນ ຢູໄນເຕັດ, ເອັສທີທີ ເອັຟຊີ, ທຣີນີຕີ ເອັຟຊີ ແລະ ເອັສຊີອີ ຢູໄນເຕັດ