ຕໍ່ໄປອາຫານ ແລະ ເຄື່ອງດື່ມທີ່ນໍາເຂົ້າ, ຜະລິດ-ຈຳໜ່າຍຢູ່ລາວຕ້ອງໄດ້ຮັບການກວດຜ່ານຄຸນນະພາບ

267

ຄວາມປອດໄພຂອງອາຫານ ແລະ ເຄື່ອງດື່ມທີ່ນຳເຂົ້າມາໃນຮູບແແບສຳເລັດຮູບ, ນຳມາເພື່ອຜະລິດ ແລະ ຈຳໜ່າຍປູ່ປະເທດເຮົາທີ່ຜ່ານມາ ຍັງບໍ່ທັນໄດ້ຮັບການກວດຜ່ານໃຫ້ເຂົ້າກັບມາດຕະຖານຂອງສາກົນ ເຮັດໃຫ້ມີຄຳຖາມບໍ່ໜ້ອຍຈາກສັງຄົມ ໂດຍສະເພາະເວລາກວດພົບສິນຄ້າບໍ່ໄດ້ມາດຕະຖານທີ່ອາດສົ່ງຜົນເສຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ດັ່ງນັ້ນ, ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນໃນຕໍ່ໜ້າ ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລົງນາມເຊັນສັນຍາກັບບໍລິສັດ ເທັກຟູດ ຈຳກັດຜູ້ດຽວ ໃນການກໍ່ສ້າງຫ້ອງກວດສອບຄຸນນະພາບສະບຽງອາຫານ ແລະ ເຄື່ອງດື່ມທີ່ນໍາເຂົ້າ, ຜະລິດ ແລະ ຈຳໜ່າຍ ຢູ່ ສປປ ລາວ.

ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກ່າວວ່າ: ໄລຍະຜ່ານມາຍັງບໍ່ທັນໄດ້ມີການກວດກາຄຸນະພາບຜະລິດຕະພັນສະບຽງອາຫານ ແລະ ເຄື່ອງດື່ມທີ່ນໍາເຂົ້າ, ຜະລິດ ແລະ ຈໍາໜ່າຍໃນລາວ. ພ້ອມດຽວກັນນັ້ນ, ສັງຄົມກໍ່ໃຫ້ຄວາມສົນໃຈດ້ານຄຸນະພາບຂອງສະບຽງອາຫານເພີ່ມຂຶ້ນ ຈຶ່ງເປັນທີ່ມາຂອງໂຄງການດັ່ງກ່າວ ທັງນີ້ກໍ່ເພື່ອໃຫ້ສອດຄ່ອງກັບມາດຕະຖານແຫ່ງຊາດ ແລະ ມາດຕະຖານສາກົນ.


ທ່ານໄດ້ກ່າວຕື່ມວ່າ: ກົມມາດຕະຖານ ແລະ ວັດແທກ ຈະໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເຊັ່ນ: ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສາທາລະນະສຸກ, ກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອເຮັດ ໃຫ້ການກວດກາຄຸນະພາບດ້ານສະບຽງອາຫານ ແລະ ເຄື່ອງດື່ມໃຫ້ຮັບປະກັນດ້ານຄວາມປອດໄພຂອງຜູ້ບໍລິໂພກ. ພ້ອມນັ້ນ, ທັງເປັນການປັບປຸງລະບົບມາດຕະຖານຂອງຜະລິດຕະພັນໃຫ້ສົມບູນ ແລະ ສອດຄ່ອງກັບລະບຽບຫຼັກການນຳອີກ.

ສ່ວນໜ້າວຽກທີ່ຈະໄດ້ຮ່ວມກັນຈັດຕັ້ງປະຕິບັດປະກອບມີ: ກໍານົດລະບົບມາດຕະຖານຂອງຫ້ອງທົດລອງ ແລະ ສ້າງເອກະສານຄູ່ມືຕ່າງໆ ເພື່ອຮັບຮອງດ້ານລະບົບມາດຕະຖານສາກົນ ISO/IEC17025, ມາດຕະຖານສາກົນ (ISO/IEC) ທີ່ກ່ຽວຂ້ອງ ແລະ ຕາມມາດຕະຖານຂອງ ສປປ ລາວ ລວມເຖິງການທົດສອບຄວາມປອດໄພທາງດ້ານມາດຕະຖານຄຸນນະພາບຂອງສະບຽງອາຫານ ແລະ ເຄື່ອງດື່ມທີ່ນໍາເຂົ້າ, ຜະລິດ ແລະ ຈຳໜ່າຍຢູ່ ສປປລາວ ລາວ ເພື່ອຮັບປະກັນໄດ້ດ້ານສຸຂະພາບ, ການຈະເລີນພັນຂອງຜູ້ບໍລິໂພກ, ຄຸນນະພາບຂອງໂພສະນາການ ແລະ ອື່ນໆທີ່ຕິດພັນກັບຄວາມປອດໄພຂອງຜູ້ຊົມໃຊ້.

ໂຄງການດັ່ງກ່າວ, ມີເນື້ອທີ່ທັງໝົດ 30.000 ຕາເມັດ ໃນນັ້ນ 3.200 ຕາເມັດ ເພື່ອໃຊ້ເປັນສະຖານທີ່ກໍ່ສ້າງແຕ່ລະຈຸດກວດກາຕ່າງແຂວງ ປະກອບມີການກໍ່ສ້າງຫ້ອງການ ແລະ ຫ້ອງທົດລອງເປັນອາຄານ 05 ຊັ້ນ ຈຳນວນ 1 ຫຼັງ ແລະ ກໍ່ສ້າງອາຄານ 04 ຊັ້ນຈໍານວນ 1 ຫຼັງ ເປັນຫ້ອງການບໍລິຫານວຽກງານທັງໝົດ ແລະ ຫ້ອງທົດລອງກວດສອບ ໂຄງການດັ່ງກ່າວມີສະຖານທີ່ຕັ້ງຢູ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ດ້ວຍມູນຄ່າການລົງທຶນທັງໝົດ 16 ລ້ານກວ່າໂດລາ.


ພິທີເຊັນສັນຍາດັ່ງກ່າວ, ຈັດຂຶ້ນໃນວັນທີ 30 ມິຖຸນາ 2020 ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ກຽດລົງນາມຮ່ວມກັນຂອງທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ສູນທອນ ຈັນທະເດດ, ຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ແລະ ທ່ານ XIE YU, ອໍານວຍການ ບໍລິສັດ ເທັກຟູດ ຈໍາກັດຜູ້ດຽວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ພາບ-ຂ່າວ: ພະແນກຂ່າວສານ ແລະ ປະຊາສຳພັນ