ຮອງນາຍົກ ເນັ້ນຂະແໜງພາສີສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນ

210

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໃຫ້ເຈົ້າໜ້າທີ່ພາສີ ຕ້ອງໄດ້ເປັນເຈົ້າການເກັບລາຍຮັບໃຫ້ບັນລຸ 95% ຂອງແຜນການປີຂຶ້ນໄປ. ຄົ້ນຄວ້າບັນດາມາດຕະການຕ່າງໆທີ່ຈະເປັນເຄື່ອງມືໃນການຈັດເກັບລາຍຮັບ; ອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບຢ່າງເປັນຮູບປະທຳ.

ອີງຕາມບົດໂອ້ລົມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ 5 ເດືອນປີ 2020 ເມື່ອໃນວັນທີ 4 ມິຖຸນາ 2020 ທີ່ກະຊວງການເງິນ ເຊິ່ງທ່ານໄດ້ກ່າວບາງຕອນສໍາຄັນວ່າ: ໄລຍະ 5 ເດືອນຜ່ານມາ ການຈັດເກັບລາຍຮັບເຂົ້າງົບປະມານຂອງຂະແໜງພາສີພົບ ຄວາມຫຍຸ້ງຍາກພໍສົມຄວນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບທີ່ສະແດງອອກທົ່ວປະເທດປະຕິບັດໄດ້ 2.586,68 ຕື້ກີບ, ຖ້າສົມທຽບໃສ່ໄລຍະດຽວກັນຂອງປີ 2019 ຜ່ານມາຫຼຸດລົງ 402 ຕື້ກີບ.

ແນວໃດກໍຕາມ, ຄຽງຄູ່ກັບວຽກງານດັ່ງກ່າວເຫັນວ່າ: ຄະນະກົມພາສີ, ຄະນະພະແນກ, ຄະນະກອງຄຸ້ມຄອງພາສີ, ຄະນະກອງກວດກາ, ຄະນະດ່ານພາສີ, ພະນັກງານ – ເຈົ້າໜ້າທີ່ພາສີໄດ້ມີຄວາມພະຍາຍາມບຸກບືນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ເຮັດໃຫ້ວຽກງານບາງດ້ານມີຜົນສຳເລັດ ເປັນຕົ້ນ: ການປັບປຸງບັນດານິຕິກຳ, ການຄົ້ນຄວ້າກົງຈັກການຈັດຕັ້ງ, ວຽກງານການຫັນເປັນທັນສະໄໝ, ວຽກງານສືບສວນ – ສອບສວນ, ການພົວພັນຮ່ວມກັບຕ່າງປະເທດ, ການອຳນວຍຄວາມສະດວກການນຳເຂົ້າ – ສົ່ງອອກສິນຄ້າ, ເຄື່ອງຂອງຜ່ານດ່ານ ແລະ ບັນຫາອື່ນໆທີ່ຕິດພັນ.

ຄຽງຄູ່ກັນນັ້ນ, ທ່ານ ສົມດີ ດວງດີ ຍັງໄດ້ເນັ້ນໃຫ້ຄະນະກົມພາສີ, ຄະນະພະແນກ, ຄະນະກອງຄຸ້ມຄອງພາສີ I, II, III, IV, V, VI ແລະ VII, ຄະນະກອງກວດກາພາສີ, ຄະນະດ່ານພາສີສາກົນທົ່ວປະເທດ ຕ້ອງໄດ້ເປັນເຈົ້າການເຂັ້ມງວດກວດກາລະອຽດໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະເກັບລາຍຮັບຢ່າງໜ້ອຍໝົດປີ 2020 ລາຍຮັບຂະແໜງພາສີຕ້ອງບັນລຸ 95% ຂອງແຜນການປີ.

ພ້ອມດຽວກັນນີ້, ຕ້ອງໄດ້ເປັນເຈົ້າການວຽກງານການເມືອງ – ແນວຄິດ; ການຕິດຕາມ – ກວດກາການປະຕິບັດໜ້າທີ່ວຽກງານຂອງພະນັກງານ – ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ຄົ້ນຄວ້າບັນດາມາດຕະການຕ່າງໆທີ່ຈະເປັນເຄື່ອງມືໃນການຈັດເກັບລາຍຮັບ; ອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບຢ່າງເປັນຮູບປະທຳ; ປັບປຸງແບບແຜນວິທີເຮັດວຽກ ແລະ ບັນດາກົນໄກ ເພື່ອເຮັດໃຫ້ຜູ້ປະກອບການ ແລະ ບັນດາດ່ານພາສີຊາຍແດນແຈ້ງພາສີຢ່າງເປັນເອກະພາບ.

ນອກນັ້ນ, ກໍໃຫ້ກວດຄືນວຽກງານການແຈ້ງພາສີ; ວຽກງານສືບສວນ – ສອບສວນ ແລະ ປາບປາມການລັກລອບໜີພາສີຕ້ອງເຂັ້ມງວດ; ຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ; ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ; ຫັນວຽກງານຂະແໜງພາສີເປັນທັນສະໄໝ ໂດຍສະເພາະວຽກງານທີ່ຕິດພັນກັບການຄຸ້ມຄອງຈັດເກັບລາຍຮັບໃຫ້ມີລັກສະນະຕັ້ງໜ້າມີ ຄວາມໂປງໃສ – ວ່ອງໄວ ສາມາດກວດສອບໄດ້ ເພື່ອເປັນການຮັບປະກັນໃຫ້ແກ່ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸຕາມແຜນການ.