ມີຫຼາຍໆບ່ອນເມື່ອທາງເພ ສິ່ງຕ່າງໆທີ່ນຳໃຊ້ໃນຊີວິດປະຈຳວັນລວມເຖິງຂຶ້ເຫຍື້ອທີ່ຕົນເອງສ້າງເອງເມື່ອມີບັນຫາຂຶ້ນມາກໍ່ມັກຈະໂທດແຕ່ພາກສ່ວນຮັບຜິດຊອບ ເຊິ່ງກໍ່ບໍ່ຖືກສະເໝີໄປເພາະຄົນທີ່ສ້າງ ແລະຄົນທຳລາຍມີເປັນລ້ານໆແລ້ວຈະມອບໜ້າທີ່ນີ້ໃຫ້ຈຳນວນໜ້ອຍຮັບຜິດຊອບກໍ່ບໍ່ແມ່ນ ອັນສຳຄັນທຸກຄົນຕ້ອງເປັນເຈົ້າການ ໂດຍມີເຈົ້າໜ້າທີ່ກ່ຽວຂ້ອງມີສ່ວນຮ່ວມຈະດີທີ່ສຸດ, ສ່ວນໄທບ້ານນາວຽງຄຳ ນະຄອນຫຼວງພະບາງ ທາງເຂົ້າບ້ານແຕ່ໃດໆມາກໍ່ຈະເປັນທາງດິນ ບ່ອນໃດສະດວກແນ່ກໍ່ເອົາຫີນໄປລາດໃສ່ພໍບໍ່ເປັນຂີ້ຕົມຍາມຝົນຕົກ ຈົນຮອດມື້ນີ້ຈິ່ງລວບລວມກຳລັງຊັບຈາກບັນດາຄົວເຮືອນສ້າງທາງປູເບຕົງ ເພື່ອສາມາດນຳໃຊ້ໄລຍະຍາວ.
ການກໍ່ສ້າງເສັ້ນທາງເບຕົງຈາກການຮ່ວມມືຂອງປະຊາຊົນບ້ານນາວຽງຄຳ ຈະເປັນຕົວແບບໃຫ້ຫຼາຍບ້ານໃນນະຄອນ ຫຼວງພະບາງ ໂດຍເພິ່ນໄດ້ເລີ່ມລົງມືປະຕິບັດມາແຕ່ທ້າຍເດືອນພຶດສະພາ ຫາ ທ້າຍເດືອນມິຖຸນານີ້ ໄດ້ສຳເລັດເກືອບ 100% ການກໍ່ສ້າງທັງໝົດ ແມ່ນໄດ້ຈາກການປະກອບສ່ວນ ດ້ານທືນຮອນຂອງປະຊາຊົນທີ່ຊົມໃຊ້ເສັ້ນທາງ, ລວມທັງການປະກອບສ່ວນຂອງນັກທຸລະກິດ ແລະການນຳ-ອາດິດການນຳ ທີ່ດຳລົງຊີວິດຢູ່ພາຍໃນບ້ານ.
ໃນນັ້ນ ມີທັງການປະກອບສ່ວນເປັນຈຳນວນເງີນ ແລະວັດຖຸ ລວມປະມານ 41 ລ້ານກ່ວາກີບ, ສ່ວນການປະກອບສ່ວນດ້ານພາຫະນະຂົນສົ່ງແຫ່-ຊາຍ ແລະແຮງງານ ແມ່ນບໍ່ໄດ້ຄິດໄລ່ເປັນມູນຄ່າ, ພິເສດແມ່ນອົງການປົກຄອງນະຄອນຫຼວງພະບາງປະກອບສ່ວນຊີມັງຈຳນວນ 30 ໂຕ່ນ.
ທ່ານ ຈັນສຸກ ພັນໂດລັກ ເຈົ້ານະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ການກໍ່ສ້າງເສັ້ນທາງເບຕົງ ພາຍໃນບ້ານນາວຽງຄຳ ເປັນຕົວແບບໜື່ງໃນການປະຕິບັດແຜນການ 5 ປີຂອງນະຄອນ ຫຼວງພະບາງ ເື່ອກ້າວຂື້ນເປັນນະຄອນທີ່ສະອາດ ສີຂຽວໃນອານາຄົດ, ເຊີ່ງເມືອງກ່ອນເສັ້ນທາງພາຍໃນບ້ານ ເປັນເສັ້ນທາງດີນແດງ ປູູດ້ວຍຫີນກາບ ເຮັດໃຫ້ພົບຄວາມຫຍຸ້ງຍາກ ໃນການໄປມາຫາສູ່ກັນ ທັງບໍ່ມີຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ, ທ່ານກ່າວຕື່ມວ່າ: ຜົນສຳເລັດຂອງການປູເສັ້ນທາງເບຕົງພາຍໃນບ້ານນາວຽງຄຳ ແມ່ນການປະກອບສ່ວນນັບທັງວັດຖຸ-ເງີນຄຳ ແລະເຮື່ອແຮງຂອງປະຊາຊົນພາຍໃນບ້ານ ເຊີ່ງຈະເປັນແບບຢ່າງໃຫ້ກັບບ້ານອື່ນ ນຳໄປໝູນໃຊ້ ແລະປະຕິບັດຕໍ່ໄປ ເພື່ອເຮັດໃຫ້ບັນດາບ້ານ ພາຍໃນນະຄອນຫຼວງພະບາງ ໄດ້ມີເສັ້ນທາງເບຕົງຊົມໃຊ້.
ບ້ານນາວຽງຄຳ ເປັນບ້ານໜື່ງຕັ້ງຢູ່ໃນເທດສະບານຂອງແຂວງ ກໍ່ຄືນະຄອນ ຫຼວງພະບາງ ປະກອບມີ 239 ຄອບຄົວ, ສະເພາະເສັ້ນທາງເບຕົງ ທີ່ສ້າງສຳເລັດແລ້ວມີຄວາມຍາວທັງໝົດ 407 ແມັດ, ນໍາໃຊ້ທືນທັງໝົດ 41 ລ້ານກວ່າກີນ, ໃນນັ້ນ ແມ່ນການປະກອບສ່ວນຂອງປະຊາຊົນຜູ້ນຳໃຊ້ເສັ້ນທາງ ຈຳນວນ 55 ຄອບຄົວ, ຄອບຄົວ ລະ 4 ແສນກີບ ລວມ 32 ລ້ານກີບ, ໃນແຜນການຕໍ່ໜ້າ ອົງການປົກຄອງບ້ານຈະສືບຕໍ່ໃນການສ້າງທາງເບຕົງ ໃຫ້ປະຊາຊົນພາຍໃນບ້ານຊົມໃຊ້ຕື່ມ ໂດຍປັບຈາກເສັ້ນທາງປູຫີນທີ່ຍັງເຫຼືອ 1 ເສັ້ນ ມີຄວາມຍາວປະມານ 200 ແມັດ ໃຫ້ເປັນເສັ້ນທາງເບຕົງ ໃນທ້າຍປີນີ້.