ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ຈະຊ່ວຍຍົກສູງການຜະລິດພາຍໃນ

589

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 29 ມິຖຸນາ 2020 ນີ້ ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆໄດ້ປະກອບຄຳຄິດຄຳເຫັນ ແລະ ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ທີ່ສະເໜີໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

ທ່ານ ສົມດີ ດວງດີ ກ່າວວ່າ: ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ປະກອບມີ 17 ພາກ, 28 ໝວດ, 180 ມາດຕາ. ໃນນັ້ນ: ເພີ່ມເຂົ້າໃໝ່ 5 ພາກ, ປັບປຸງ 4 ພາກ, ຮັກສາເດີມ 8 ພາກ, ເພີ່ມເຂົ້າໃໝ່ 10 ໝວດ, ປັບປຸງ 6 ໝວດ, ຮັກສາເດີມ 12 ໝວດ, ເພີ່ມເຂົ້າໃໝ່ 65 ມາດຕາ, ປັບປຸງ 86 ມາດຕາ ແລະ ຮັກສາເດີມ 29 ມາດຕາ.

ພາຍຫຼັງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະການໃຊ້ ຈະເປັນບ່ອນອີງໃຫ້ແກ່ອົງການຈັດຕັ້ງລັດໃນການຈັດຕັ້ງປະຕິບັດການຄຸ້ມຄອງວຽກງານພາສີ ເພື່ອໃຫ້ແທດເໝາະກັບສະພາບການຂະຫຍາຍຕົວໃນປັດຈຸບັນ ແລະ ອະນາຄົດ, ມີມາດຖານ, ຄວາມເປັນເອກະພາບຂອງລະບຽບການທາງພາສີ ແລະ ສອດຄ່ອງກັບລະບຽບການ, ຫຼັກການພາຍໃນ ແລະ ສາກົນ ໃນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ການຄຸ້ມຄອງວຽກງານພາສີມີປະສິດທິຜົນຂຶ້ນກວ່າເກົ່າ.

ຊ່ວຍຍົກສູງບົດບາດໃນການເຮັດໜ້າທີ່ຄຸ້ມຄອງກວດກາວຽກງານພາສີຢ່າງລວມສູນ, ເປັນເອກະພາບໃນຂອບເຂດທົ່ວປະເທດ, ຊ່ວຍຍົກສູງວຽກງານການສົ່ງເສີມການຜະລິດ, ການດຳເນີນທຸລະກິດ, ການລົງທຶນ, ອຳນວຍຄວາມສະດວກ, ຫຼຸດຜ່ອນຂອດຂັ້ນຕ່າງໆທີ່ບໍ່ຈຳເປັນໃນການນຳເຂົ້າສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ, ການສະໜອງສິນຄ້າ, ເຄື່ອງຂອງ ແລະ ການບໍລິການຢູ່ ສປປ ລາວ ໃຫ້ມີສະພາບຄ່ອງ ແລະ ວ່ອງໄວຂຶ້ນກວ່າເກົ່າ.

ພາຍຫຼັງການນຳສະເໜີຮ່າງກົດໝາຍຕໍ່ທີ່ປະຊຸມ ບັນຫາທີ່ ສສຊ ໃຫ້ຄວາມສົນໃຈ ແລະ ສຸມໃສ່ປະກອບຄຳເຫັນ ແມ່ນການນໍາເຂົ້າ – ສົ່ງອອກຕາມນະໂຍບາຍສົ່ງເສີມການລົງທຶນ, ການນໍາເຂົ້າເຄື່ອງຂອງ ແລະ ຍານພາຫະນະ ເພື່ອຮັບໃຊ້ອົງການຈັດຕັ້ງສາກົນ ເຊິ່ງລັດຖະບານມີນະໂຍບາຍສົ່ງເສີມການລົງທຶນສຳລັບກິດຈະການ, ໂຄງການທີ່ເປັນບຸລິມະສິດຂອງລັດຖະບານ ລວມທັງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນໃນເວລານໍາເຂົ້າ – ສົ່ງອອກ ຈະໄດ້ຮັບນະໂຍບາຍດ້ານພາສີ ແລະ ອາກອນ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.

ອີງຕາມກົດໝາຍພາສີ ສະບັບປັບປຸງໃໝ່ ໃນນີ້: ມາດຕາ 95 ( ປັບປຸງ ) ການຍົກເວັ້ນພາສີ ແລະ ພັນທະອື່ນ ສໍາລັບເຄື່ອງຕິດຕົວຜູ້ໂດຍສານ.

ຜູ້ໂດຍສານທີ່ເດີນທາງເຂົ້າມາໃນ ສປປ ລາວ ທີ່ນໍາໃຊ້ໜັງສືຜ່ານແດນ ມີເຄື່ອງຕິດຕົວຈະໄດ້ຮັບນະໂຍບາຍຍົກເວັ້ນພາສີ ແລະ ພັນທະອື່ນ ດັ່ງນີ້:

1 ສິນຄ້າ, ເຄື່ອງຂອງທີ່ມີມູນຄ່າບໍ່ເກີນ 1 ລ້ານກີບ.

2 ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ທີ່ມີມູນຄ່າບໍ່ເກີນຈໍານວນໜຶ່ງຮ້ອຍລ້ານກີບ ຫຼື ທຽບເທົ່າ.

3 ເຫຼົ້າທຸກຊະນິດບໍ່ເກີນຈໍານວນ 2 ລິດ ຫຼື ເບຍທຸກຊະນິດບໍ່ເກີນ 5 ລິດ ຫຼື ເຫຼົ້າແວງທຸກຊະນິດບໍ່ເກີນ 3 ລິດ.

4 ຢາສູບທຸກຊະນິດບໍ່ເກີນ 1 ຕຸດ ( 200 ກອກ ) ຫຼື ຢາສູບຊີກາບໍ່ເກີນ 50 ກອກ ຫຼື ໃບຢາສູບບໍ່ເກີນ 250 ກຣາມ.

5 ນໍ້າຫອມ ແລະ ຫົວນໍ້າຫອມບໍ່ເກີນຊະນິດລະໜຶ່ງຢ່າງ.

ຜ່ານການປະກອບຄຳເຫັນຢ່າງກົງໄປກົງມາ ບັນດາສະມາຊິກສະພາແຫ່ງຊາດ ເຫັນດີເປັນເອກະພາບຮັບຮອງເອົາກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ດ້ວຍຄະແນນສຽງສ່ວນຫຼາຍ.