ສຳນັກຂ່າວບຣູມເບີກ ລາຍງານວ່າ: ສາຍການບິນ ແຄວນຕັສ ແອເວ ຂອງອົສ ຕຣາລີ ຈະເລີກຈ້າງພະນັກງານ 6.000 ຕຳແໜ່ງທົ່ວໂລກ ພາຍໃນເດືອນມິຖຸນານີ້. ໃນຂະນະດຽວກັນ, ກໍເພີ່ມງົບປະມານການລົງທຶນອີກ 1,9 ຕື້ໂດລາອົສຕຣາລີ ຫຼື ປະມານ 1,34 ຕື້ໂດລາສະຫະລັດ ເຊິ່ງແບ່ງເປັນ 2 ສ່ວນ ຄື: ການເພີ່ມທຶນໃຫ້ແກ່ສາຍການບິນ 1,36 ຕື້ໂດລາອົສຕຣາລີ ແລະ ຊື້ຫຸ້ນບໍລິສັດອີກ 500 ລ້ານອົສຕຣາລີ ເພື່ອໃຫ້ສາຍການບິນດຳເນີນກິດຈະການຕໍ່ໄດ້ ພາຍຫຼັງໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ – 19.
ທ່ານ ອາລັນ ຈອຍຊ໌ ປະທານເຈົ້າໜ້າທີ່ບໍລິຫານສາຍການບິນແຄວນຕັສ ກ່າວວ່າ: ຂະນະນີ້ສາຍການບິນແຄວນ ຕັສ ແອເວ ກຳລັງປະເຊີນກັບຄວາມຫຍຸ້ງຍາກລຳບາກ ຫຼັງຈາກທາງສາຍການບິນຕ້ອງປົດພະນັກງານ ປະມານ 20% ຂອງພະນັກງານທັງໝົດອອກຈາກໜ້າທີ່; ໃນຈຳນວນນີ້ເປັນຄົນລະສ່ວນກັບພະນັກງານອີກ 15.000 ຄົນ ທີ່ຕ້ອງພັກວຽກຢ່າງບໍ່ມີກຳນົດ ຈົນກວ່າສາຍການບິນສາມາດເປີດບໍລິການຖ້ຽວບິນໄດ້ປົກກະຕິຄືໄລຍະຜ່ານມາ ເຖິງວ່າຂະນະນີ້ຈະໃຫ້ບໍລິການຖ້ຽວບິນພາຍໃນປະເທດແດ່ແລ້ວກໍຕາມ.
ນອກຈາກນີ້, ຍັງມີແຜນຫຼຸດຂະໜາດທຸລະກິດລົງເປັນສາຍການບິນຂະໜາດນ້ອຍ ໂດຍຈະພັກການໃຊ້ງານຍົນ 100 ລຳ ເປັນເວລາຢ່າງໜ້ອຍ 12 ເດືອນ ໂດຍຕັ້ງເປົ້າຫຼຸດຄ່າໃຊ້ຈ່າຍລົງໃຫ້ໄດ້ 15 ຕື້ໂດລາອົສຕຣາລີ ພາຍໃນ 3 ປີຂ້າງໜ້າ.