“ໄຂ້ເລືອກອອກ” ພະຍາດອັນຕະລາຍ ທີ່ມີຍຸງລາຍເປັນພາຫະ

330

ໄຂ້ເລືອດອອກເປັນພະຍາດທີ່ເກີດຈາກຍຸງ ເຊິ່ງເປັນພາຫະຂອງພະຍາດໄຂ້ເລືອດອອກ ນອກຈາກຈະເປັນບັນຫາສາທາລະນະສຸກລະດັບປະເທດແລ້ວ ຍັງເປັນບັນຫາສາທາລະນະສຸກຂອງທົ່ວໂລກ ໂດຍສະເພາະໃນເຂດຮ້ອນຊື້ນ ແລະ ຍັງເຮັດໃຫ້ເກີດຄວາມກັງວົນຂອງພໍ່ແມ່ຜູ້ປົກຄອງໃນເວລາທີ່ເດັກມີໄຂ້ ແລະ ມັກຈະພົບໃນເດັກທີ່ມີອາຍຸຕ່ຳກວ່າ 15 ປີ ໂດຍສະເພາະຊ່ວງອາຍຸ 2-8 ປີ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຜູ້ໃຫຍ່ຈະບໍ່ມີໂອກາດເປັນພະຍາດໄຂ້ເລືອດອອກໄດ້ ໂດຍສະເພາະຜູ້ທີ່ຕ້ອງອາໄສຢູ່ໃນແຫຼ່ງທີ່ເຕັມໄປດ້ວຍຍຸງອາໄສຢູ່.

ອາການຂອງໄຂ້ເລືອດອອກ

ອາການຂອງໄຂ້ເລືອດອອກ ແມ່ນບໍ່ຈຳເພາະອາການ ໂດຍອາການທີ່ເກີດຢູ່ໃນເດັກນ້ອຍແມ່ນອາດຈະມີພຽງແຕ່ອາການໄຂ້ ແລະ ຜື່ນ ສ່ວນໃນຜູ້ໃຫຍ່ທີ່ເປັນໄຂ້ເລືອດອອກອາດຈະມີໄຂ້ສູງ, ປວດຫົວ, ປວດຕົນໂຕ, ປວດເບົ້າຕາ ຖ້າຫາກບໍ່ຄິດວ່າເປັນພະຍາດໄຂ້ເລືອດອອກ ກໍອາດຈະເຮັດໃຫ້ການປິ່ນປົວແມ່ນຊ້າ ຄົນເຈັບອາດຈະເຖິງຂັ້ນເສຍຊີວິດໄດ້ ທັ້ງນີ້ ລັກສະນະທີ່ສຳຄັນຂອງໄຂ້ເລືອດອອກ ມີອາການສຳຄັນ 4 ປະການຄື

1 ໄຂ້ສູງ: ໄຂ້ 39-40 ອົງສາເຊ ມັກຈະມໜ້າແດງ ໂດຍສ່ວນຫຼາຍຈະບໍ່ມີອາການນ້ຳມູກໄຫຼ ຫຼື ໄອ ດັກໃຫຍ່ອາດຈະມີອາການປວດເມື່ອຍຕົນໂຕ ແລະ ເຈັບຫົວ ອາການໄຂ້ສູງມັກຈະມີຢູ່ປະມານ 4-5 ມື້.

2 ອາການເລືອດອອກ: ເລືອດດັງໄຫຼ, ເລືອດອອກຕາມເຫງືອກ, ເລືອດອອກໃນກະເພາະອາຫານ ໂດຍຈະມີອາການຮາກເປັນເລືອດ ຫຼື ຖ່າຍໜັກເປັນສີດຳ ມີຈຸດເລືອດອອກຕາມຕົນໂຕ.

3 ຕັບໃຫຍ່.

4 ຄວາມຜິດປົກກະຕິຂອງລະບົບການໄຫຼວຽນຂອງເລືອດ ຫຼື ຊັກ: ອາການນີ້ມັກຈະເກີດຢູ່ໃນຊ່ວງໄຂ້ຈະຫຼຸດລົງ ໂດຍຄົນເຈັບຈະມີອາການນອນບໍ່ຫຼັບ, ຕີນມືເຢັນ, ຮອບປາກຂຽວ, ອາດຈະມີອາການເຈັບທ້ອງແຮງ ກ່ອນຈະມີອາການຊັກ ຊີບພະຈອນຊ້າ ແລະ ຄວາມດັນຕ່ຳ.

ໄຂ້ເລືອດອອກມີຈັກໄລຍະ

ໄລຍະຟັກໂຕຂອງໄຂ້ເລືອດອອກຈະຢູ່ໃນລະຫວ່າງ 3-5 ມື້ ແລະອາການໄຂ້ເລືອດອອກສາມາດແບ່ງອອກເປັນ 3 ໄລຍະ ໄດ້ແກ່:

ໄລຍະທີ 1 ໄລຍະໄຂ້ສູງ

ຄົນເຈັບຈະມີໄຂ້ສູງຂັ້ນຮຸນແຮງ ໄຂ້ຈະສູງຄ້າງຢູ່ແບບນັ້ນຕະຫຼອດເວລາ ໂດຍທີ່ກິນຢາຫຼຸດໄຂ້ກໍຍັງບັນເທົາໄຂ້ບໍ່ໄດ້ ຮ່ວມກັບອາການໜ້າແດງ ເຈັບຫົວ ເບື່ອອາຫານ ແລະ ບາງກໍລະນີມີອາການຮາກເປັນຊ່ວງໆ ຫຼື ມີອາການຖອກທ້ອງ ຫຼື ຖ່າຍແຫຼວ ແລະ ບາງກໍລະນີອາດຈະມີອາການເຈັບຄໍ ໄອເລັກໜ້ອຍ.

ໄລຍະທີ 2 ໄລຍະຊັກ ແລະ ມີເລືອດອອກ

ອາການນີ້ຈະເຫັນໃນຊ່ວງໄລຍະວັນທີ 3-7 ຂອງຄົນເຈັບ ແລະ ຈະມັກເກີດໃນຄົນເຈັບທີ່ປ່ວຍຈາກເຊື້ອທີ່ມີຄວາມຮຸນແຮງຂັ້ນທີ 3 ແລະ ຂັ້ນທີ 4 ເຊິ່ງໄລຍະນີ້ຖືວ່າເປັນຊ່ວງວິກິດຂອງພະຍາດ ອາການໄຂ້ຂອງຄົນເຈັບຈະເລີ່ມຫຼຸດລົງ ແຕ່ຈະມີອາການຮາກ, ເຈັບທ້ອງຫຼາຍຂຶ້ນ, ໂຕເຢັນ, ມືຕີນເຢັນ, ເຫື່ອອອກ, ຊີບພະຈອນເຕັ້ນຄ່ອຍແຕ່ໄວ ແລະ ຄວາມດັນຕ່ຳ ເຊິ່ງເປັນພາວະຊັກ ແລະ ຫາກບໍ່ໄດ້ຮັບການຮັກສາພາຍໃນ 1-2 ມື້ິ ກໍອາດຈະເຮັດໃຫ້ເສຍຊີວິດໄດ້.

ນອກຈາກນີ້ ຄົນເຈັບທີ່ມີອາການເລືອດອອກຕາມຜິວໜັງ ເລືອດດັງໄຫຼ ຮາກເປັນເລືອດ ຖ່າຍເປຫນເລືອດ ເຊິ່ງຫາກຢູ່ໃນພາວະນີ້ ອາດຈະສ່ຽງຕໍ່ການເສຍຊີວິດຫຼາຍຂຶ້ນ ຖ້າບໍ່ໄດ້ຮັບການປິ່ນປົວທີ່ຖືກຕ້ອງກໍອາດຈະເສຍຊີວິດພາຍໃນ 24 -27 ຊົ່ວໂມງ ແຕ່ຖ້າຄົນເຈັບສາມາດປະຄອງອາການໃຫ້ຜ່ານພົ້ນໄລຍະນີ້ໄປໄດ້ກໍຈະເຂົ້າສູ່ໄລຍະທີ່ 3 ຂອງໂລກໄຂ້ເລືອດອອກ.

ໄລຍະທີ 3 ໄລຍະຟື້ນໂຕ

ໃນຄົນເຈັບທີ່ມີອາການຊັກ ຫຼື ຊັກບໍ່ຮຸນແຮງ ແລະ ໄດ້ຮັບການຮັກສາທັນທີ ອາການຄົນເຈັບຈະຟື້ນໂຕເຂົ້າສູ່ສະພາວະປົກກະຕິ ໂດຍເລີ່ມກິນອາຫານໄດ້ ອາການຈະດີຂຶ້ນຕາມລະດັບພາຍໃນຊ່ວງໄລຍະ 7-10 ມື້ ຫຼັງຈາກຜ່ານພົ້ນໄລຍະທີ່ 2 ຂອງພະຍາດດັ່ງກ່າວ.

ຈະຮູ້ໄດ້ແນວໃດວ່າຄົນເຈັບພົ້ນຂີດອັນຕະລາຍແລ້ວ

ຄົນເຈັບໄຂ້ເລືອດອອກ ຫາກມີອາການໄຂ້ຫຼຸດລົງ ພາຍໃນ 24-48 ຊົ່ວໂມງແລ້ວ ເລີ່ມກິນອາຫານໄດ້ ຮູ້ສຶກໂຕດີ ບໍ່ເຫງົາ ສະແດງວ່າອາການພົ້ນຂີດອັນຕະລາຍ.

ພະຍາດໄຂ້ເລືອດອອກຫ້າມກິນອາຫານຫຍັງແນ່? ຮູ້ແລ້ວຫຼີກລ້ຽງໃຫ້ໄກ

ນອກຈາກຈະຕ້ອງຮັບປະທານອາຫານອ່ອນໆ ແລ້ວ ຄົນເຈັບກໍຄວນຫຼີກລ້ຽງອາຫານມັນໆ ປະເພດອາຫານທອດ ຫຼື ຂົ້ວ ແລະ ບໍ່ຄວນກິນອາຫານລົດຊາດເຜັດ ເພາະອາດຈະເຮັດໃຫ້ແສບທ້ອງ ແລະ ເກີດເລືອດອອກໃນກະເພາະໄດ້ງ່າຍ ນອກຈາກນີ້ຄວນຫຼີກລ້ຽງອາຫານທີ່ມີສີແດງ ສີດຳ ຫຼື ສີນ້ຳຕານ ເພາະສີອາຫານອາດຈະເຮັດໃຫ້ການສັງເກດອາການເລືອດອອກໃນເວລາຖ່າຍເບົາ ແລະ ຖ່າຍໜັກເປັນໄປໄດ້ຍາກຂຶ້ນອີກ.

ຊ່ວງການລະບາດຂອງໄຂ້ເລືອດອອກ

ຊ່ວງການລະບາດຂອງພະຍາດໄຂ້ເລືອດອອກ ສາມາດພົບເຫັນໄດ້ຕະຫຼອດປີ ແຕ່ຈະລະບາດຫຼາຍໃນຊ່ວງລະດູຝົນ ຕັ້ງແຕ່ຕົ້ນເດືອນ ພຶດສະພາ ເຖິງ ເດືອນ ຕຸລາ ຂອງທຸກປີ.

ການປ້ອງກັນພະຍາດໄຂ້ເລືອດອອກ

ທຸກມື້ນີ້ ພະຍາດໄຂ້ເລືອດອອກແມ່ນຍັງບໍ່ມີຢາປິ່ນປົວ ດັ່ງນັ້ນ, ການປ້ອງກັນຈຶ່ງເປັນວິທີທີ່ດີທີ່ສຸດ ໂດຍການປ້ອງກັນການແຜ່ພັນຂອງຍຸງ ໂດຍການຄວບຄຸມສິ່ງແວດລ້ອມ (Environmental management) ເພື່ອບໍ່ໃຫ້ຍຸງມີການແຜ່ພັນ ຄວນໝັ່ນກວດເບິ່ງພາຊະນະ ເຊັ່ນ: ກະຊາມ, ບ່ອນເກັບນ້ຳ, ກະໂປະ, ກະປ໋ອງ, ຍາງເກົ່າລົດໃຫຍ່ ແລະ ພາຊະນະອື່ນໆ ທີ່ເປັນແຫຼ່ງວາງໄຂ່ທີ່ດີຂອງຍຸງ ສະນັ້ນ, ຄວນກວດເບິ່ງຢ່າງເປັນປະຈຳເພື່ອບໍ່ໃຫ້ໜອນນ້ຳນັ້ນກາຍເປັນຍຸງລາຍ.