ມຽນມາກໍ່ໜັກໜ່ວງ ພິດໂຄວິດ ສົ່ງຜົນໃຫ້ຫົວໜ່ວຍທຸລະກິດ 1/3 ຕ້ອງປິດຊົ່ວຄາວ

120

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງອີງຂໍ້ມູນຈາກມູນນິທິອາຊີ ( Asia Foundation ) ລະບຸວ່າທຸລະກິດ ເກືອບ 1 ໃນ 3 ໃນປະເທດມຽນມາ ຕ້ອງປິດກິດຈະການລົງຊົ່ວຄາວ ເນື່ອງຈາກມາດຕະການລັອກດາວ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19, ຂະນະທີ່ຫົວໜ່ວຍທຸລະກິດທີ່ຍັງດຳເນີນຕໍ່ໄປກໍມີລາຍໄດ້ຫຼຸດລົງ.

ລາຍງານລະບຸວ່າ: ຜົນສຳຫຼວດຫົວໜ່ວຍທຸລະກິດ 750 ແຫ່ງ ໃນມຽນມາ ພົບວ່າໃນໄລຍະວິກິດໂຄວິດ – 19 ມີຫົວ ໜ່ວຍທຸລະກິດໃນມຽນມາ ຕ້ອງປິດຊົ່ວຄາວ 29% ໃນຂະນະທີ່ທຸລະກິດທີ່ຍັງດຳເນີນກິດຈະການຕໍ່ກໍມີລາຍຮັບຫຼຸດລົງເຖິງ 92% ໂດຍທຸລະກິດມີຍອດຂາຍຫຼຸດລົງເກີນເຄິ່ງໜຶ່ງຈາກຍອດຂາຍເດີມ ກວ່າ 74% ເຊິ່ງເຫດຜົນຫຼັກໃນການປິດກິດຈະການ ສ່ວນໃຫຍ່ເພື່ອຄວາມປອດໄພຂອງພະນັກງານ ແລະ ຈຳນວນລູກຄ້າຫຼຸດລົງ.


ນອກຈາກນີ້, ຜົນສຳຫຼວດຍັງພົບວ່າຫົວໜ່ວຍທຸລະກິດໃນມຽນມາ ໄດ້ເລີກຈ້າງພະນັກງານສະເລ່ຍປະມານ 16% ຂອງຈຳນວນພະນັກງານທັງໝົດ, ມູນນິທິອາຊີຍັງລະບຸວ່າ ທຸລະກິດໃນມຽນມາ ເກືອບ 64% ອາດມີບັນຫາດ້ານການເງິນ ເຊິ່ງອາດສົ່ງຜົນເຖິງຄວາມຢູ່ລອດຂອງທຸລະກິດ.


ແນວໃດກໍຕາມ, ແຜນບັນເທົາຜົນກະທົບດ້ານເສດຖະກິດ ຫຼື The COVID – 19 Economic Relief Plan ເຊິ່ງລັດຖະບານມຽນມາ ໄດ້ປະກາດຊ່ວຍເຫຼືອໃນທ້າຍເດືອນເມສາຜ່ານມານັ້ນ ໄດ້ລະບຸແນວທາງການຊ່ວຍເຫຼືອພາກທຸລະກິດ. ແຕ່ພາກທຸລະກິດສ່ວນໃຫຍ່ຍັງບໍ່ຮູ້ເຖິງນະໂຍບາຍເຫຼົ່ານັ້ນ ໂດຍພາກທຸລະກິດຮັບຮູ້ການຊ່ວຍເຫຼືອຂອງລັດຖະບານ ກໍຄືສິນເຊື່ອສຸກເສີນ, ໃນຂະນະທີ່ນະໂຍບາຍທີ່ພາກທຸລະກິດຮັບຮູ້ໜ້ອຍທີ່ສຸດຄືນະໂຍບາຍຫຼຸດພາສີອາກອນລາຍໄດ້ຈາກການສົ່ງອອກ.