ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂດນັນ ທຣັມ ຂອງສະຫະລັດອາເມຣິກາ ກຽມອອກຄຳສັ່ງຈັດການກັບຜູ້ຊຸມນຸມທີ່ທຳລາຍອະນຸສາວະລີປະຫວັດສາດຕ່າງໆ ເນື່ອງຈາກການເຄື່ອນໄຫວຂອງຜູ້ຊຸມນຸມໄລຍະຫຼັງໆມານີ້ ມຸ່ງເປົ້າໄປທີ່ສັນຍະລັກຂອງຄວາມບໍ່ເປັນທຳທີ່ມີຕໍ່ຊາວຜິວສີ ແລະ ການຢຽດເຊື້ອຊາດ.
ທຣັມ ກ່າວວ່າ: “ ຂ້ອຍຈະບໍ່ຍອມໃຫ້ໃຜມາທຳລາຍອະນຸສາວະລີ ທີ່ເປັນປະຫວັດສາດຂອງຊາວອາເມຣິກາ ພ້ອມຈະເຊັນຄຳສັ່ງເພື່ອຄຸ້ມຄອງໃນໄວໆນີ້ ເພື່ອເສີມກຳລັງຮັກສາຄວາມປອດໄພ ແລະ ຄຸ້ມຄອງອະນຸສາວະລີທົ່ວສະຫະລັດ ”.
ນອກຈາກນີ້, ຜູ້ນຳສະຫະລັດຍັງປະກາດໃຫ້ເຈົ້າໜ້າທີ່ຈັບກຸມ ໃຜກໍຕາມທີ່ທຳລາຍອະນຸສອນຂອງເຈົ້າໜ້າທີ່ໃນເຄື່ອງແບບ ແລະ ອະນຸສາວະລີບຸກຄົນສຳຄັນໃນປະຫວັດສາດ ແລະ ຂູ່ຈະໃຊ້ກຳລັງກັບຜູ້ຊຸມນຸມໃນນະຄອນຫຼວງວໍຊິງຕັນ.
ທັງນີ້ລັດຖະບານສະຫະລັດມີອຳນາດສັ່ງປັບໃໝ ຫຼື ສັ່ງຕັດອິດສະຫຼະພາບສູງສຸດ 17 ປີ ຕໍ່ຜູ້ທີ່ທຳລາຍອະນຸສາວະລີ ຫຼື ອະນຸສອນຕ່າງໆ ຕາມກົດໝາຍທີ່ຊື່ວ່າ “ Veterans Memorial Act ”.
ປະທານາທິບໍດີ ໂດນັນ ທຣັມ ຍັງກ່າວວ່າ: ມີຄົນຈຳນວນຫຼວງຫຼາຍຖືກຈັບເຂົ້າຄຸກໄປແລ້ວ ເນື່ອງຈາກພະຍາຍາມທຳລາຍອະນຸສາວະລີ ອະດີດປະທານາທິບໍດີ ແຈັກສັນ ພ້ອມລະບຸວ່າ ລັດຖະບານກຳລັງພິຈາລະນາຂະຫຍາຍເວລາຄຸມຂັງໃຫ້ດົນຂຶ້ນອີກ.