28 ມິຖຸນາ ມີຜູ້ເດີນທາງເຂົ້າລາວ 1 ພັນກວ່າຄົນ ພ້ອມເຂົ້າຈໍາກັດບໍລິເວນຢູ່ສູນໃຫ້ຄົບ 14ວັນ

236

ເປັນເວລາ 2 ເດືອນກວ່າແລ້ວ ທີ່ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່, ຫຼ້າສຸດ ການເກັບຕົວຢ່າງກວດວິເຄາະຫາເຊື້ອວັນທີ 28 ມິຖຸນາ ຜ່ານມາໃນຈໍານວນ 262 ຄົນ ຜົນກວດລ້ວນເປັນລົບ ບໍ່ມີຜູ້ຕິດເຊື້ອ. ທັງນີ້, ໃນວັນດຽວກັນມີຜູ້ເດີນທາງເຂົ້າລາວຜ່ານດ່ານຜ່ານແດນຕ່າງໆເຖິງ 1.665 ຄົນ ເຊິ່ງກຸ່ມຄົນເຫຼົ່ານີ້ແມ່ນຕ້ອງຈໍາກັດບໍລິເວນຢູ່ສູນໃຫ້ຄົບ 14ວັນ.

ພາບປະກອບຂ່າວເທົ່ານັ້ນ

ໃນວັນທີ 29 ມິຖຸນາ 2020 ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໂດຍມີສື່ມວນຊົນເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ການເຝົ້າລະວັງພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດ 17 ໂມງຂອງວັນທີ 28 ມິຖຸນາຜ່ານມາ ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດ ມີຜູ້ເດີນທາງເຂົ້າລາວ ທັງໝົດ 1.665 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ພາບປະກອບຂ່າວເທົ່ານັ້ນ

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 28 ມິຖຸນາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 262 ຄົນ, ໃນນັ້ນ ມີແຮງງານລາວກັບມາແຕ່ໄທ 191 ຄົນ, ແຮງງານລາວມາແຕ່ ສປ ຈີນ 6 ຄົນ, ແຮງງານຫວຽດນາມ 25 ຄົນ, ແຮງງານໄທ 4 ຄົນ, ແຮງງານຈີນ 19 ຄົນ ແລະ ບຸກຄົນທົ່ວໄປ 17 ຄົນ, ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າເປັນເວລາ 78 ມື້ແລ້ວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຢູ່ລາວ.

ພາບປະກອບຂ່າວເທົ່ານັ້ນ

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 28 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 14.907 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ ໄດ້ປິ່ນປົວຫາຍດີອອກໂຮງໝໍທັງໝົດແລ້ວ ແລະ ໄດ້ຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດມີສູນຈໍາກັດບໍລິເວນ ທັງໝົດ 89 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.295 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ພາບປະກອບຂ່າວເທົ່ານັ້ນ

ຢ່າງໃດກໍ່ຕາມ, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ເຖິງແມ່ນ ສປປ ລາວ ຈະບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ເປັນເວລາ 78 ມື້ແລ້ວ, ແຕ່ບັນຫາສຳຄັນ ແມ່ນພວກເຮົາບໍ່ຄວນປະໝາດ ເພື່ອສະກັດກັ້ນ ການລະບາດຂອງພະຍາດ ບໍ່ໃຫ້ກັບຄືນມາຮອບໃໝ່, ພວກເຮົາທຸກຄົນ ຕ້ອງໄດ້ພາກັນປະຕິບັດ ຕາມແຈ້ງການຂອງຄະນະສະເພາະກິດ ກໍ່ຄືລັດຖະບານ, ຮຽກຮ້ອງມາຍັງບັນດາທ່ານທຸກຊັ້ນຄົນໃນສັງຄົມຈົ່ງປະຕິບັດຢ່າງເຄັ່ງຄັດ. ພ້ອມກັນນັ້ນກໍ່ໃຫ້ປະຕິບັດ ວິທີປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ.