Monthly Archives: April, 2021

ຂອບໃຈ ລັດຖະບານ ສປ ຈີນ ສົ່ງວັກຊິນອີກ 300.000 ໂດສຊ່ວຍລາວຕ້ານໂຄວິດ

  ການສັກວັກຊິນ ເພື່ອສ້າງພູມຕ້ານທານໃນຮ່າງກາຍແມ່ນຄວາມພະຍາຍາມຂອງລັດຖະບານ ຢາກໃຫ້ປະຊາຊົນໄດ້ເຂົ້າເຖິງວັກຊິນໄດ້ຫຼາຍທີ່ສຸດ ແລະລັດຖະບານ ສປ ຈີນ ປະເທດຄູ່ຮ່ວມມືຍຸດທະສາດໄດ້ຫຼິງເຫັນຄວາມຕ້ອງການ ແລະຄວາມຈຳເປັນຂອງປະເທດເຮົາ ຈິ່ງຈັດສົ່ງວັກຊີນມາຊ່ວຍ ສປປ ລາວເຮົາອີກ 300.000 ໂດສ. ວັກຊີນປ້ອງກັນໂຄວິດ-19 ຊະນິດຊີໂນຟາມ( Sinopharm Vaccines) ຈໍານວນ 300.000 ໂດສ ເຊິ່ງເປັນຊຸດທີ 3 ຕິດຕໍ່ກັນທີ່ ສປ ຈີນ...

ພົບແລ້ວ ຊາກເຮືອດຳນ້ຳຂອງອິນໂດເນເຊຍ ທະຫານຢູ່ໃນເຮືອເສຍຊີວິດທັງໝົດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ພົນເອກ ຢູໂດ ມາກາໂນ ຜູ້ບັນຊາການກອງທັບເຮືອ ຂອງອິນໂດເນເຊຍຖະແຫຼງວ່າ: ພາບຖ່າຍຈາກກ້ອງໃນຫຸ່ນຍົນດຳນ້ຳເລິກ ພົບວ່າ ເຮືອດຳນ້ຳ Nanggala 402 ໄດ້ແຕກອອກເປັນ 3 ສ່ວນຂະໜາດໃຫຍ່ ຈົມຢູ່ໃຕ້ທະເລ ໃນລະດັບຄວາມເລິກ 838 ແມັດ ຈາກຜິວນ້ຳ ໂດຍຈຸດເຮືອຈົມ ຢູ່ຫ່າງໄປທາງທິດໃຕ້ປະມານ 1.500 ແມັດ ຈາກຈຸດພິກັດສຸດທ້າຍທີ່ເຮືອລອຍລຳຢູ່...

ອິນເດຍມີຜູ້ຕິດເຊື້ອເກີນ 3 ແສນຄົນ 5 ມື້ຕິດຕໍ່ກັນ

ການແຜ່ລະບາດພະຍາດໂຄວິດ-19ຢູ່ອິນເດຍຍັງເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຕົວເລກຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນອິນເດຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດໃນວັນທີ 26 ເມສານີ້ ມີຜູ້ຕິດເຊື້ອລາຍໃໝ່ 354.531 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອລາຍໃໝ່ເກີນ 3 ແສນຄົນເປັນມື້ທີ 5 ຕິດຕໍ່ກັນແລ້ວ. ສົ່ງຜົນໃຫ້ມີຜູ້ຕິດເຊື້ອສະສົມໃນອິນເດຍເພີ່ມເປັນ 17,3 ລ້ານກວ່າຄົນ, ຂະນະທີ່ຍອດຜູ້ເສຍຊີວິດກໍເພີ່ມ 2.806 ຄົນໃນໜຶ່ງ ວັນຜ່ານມາ, ເຮັດໃຫ້ຍອດຜູ້ເສຍຊີວິດສະສົມຢູ່ທີ່ 195.116 ຄົນ...

ສະພາປະຊາຊົນແຂວງ ສະຫວັນນະເຂດ ເລື່ອນການຈັດກອງປະຊຸມຄັ້ງປະຖົມມະລືກ ຈາກຜົນກະທົບການລະບາດພະຍາດໂຄວິດ-19

ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງ ຊຸດທີ II ແມ່ນໄດ້ເລື່ອນໄປໃນເດືອນ ພຶດສະພາ 2021 ສຳລັບວັນເວລາຕົວຈິງ ຄະນະປະຈຳຈະໄດ້ຄົ້ນຄວ້າ ແລະ ພິຈາລະນາຕົກລົງຕື່ມ ແລະ ຈະໄດ້ຈັດຖະແຫຼງໃຫ້ບັນດາທ່ານຮັບຊາບຕາມຫຼັງ. ໃນຕອນບ່າຍ ວັນທີ 26 ເມສາ 2021ນີ້ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ທ່ານ ຫວັນຄຳ ອິນທິຈັກ ເລຂາທິການສະພາປະຊາຊົນແຂວງ ຕາງໜ້າໃຫ້ ສະພາປະຊາຊົນແຂວງ...

ຫຼາຍພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ຕ້ານພະຍາດໂຄວິດ-19 ລວມມູນຄ່າ 9,6 ລ້ານໂດລາ ແລະ 1,75 ຕື້ກີບ

ໃນວັນທີ 26 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບ ການຊ່ວຍເຫຼືອຈາກບັນດາບໍລິສັດ ແລະ ພາກສ່ວນຕ່າງໆ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 9,6 ລ້ານໂດລາສະຫະລັດ ແລະ 1,75 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່...

ແຂວງບໍ່ແກ້ວ ປິດການເຂົ້າ – ອອກເມືອງຫ້ວຍຊາຍ ເປັນການຊົ່ວຄາວ ນັບແຕ່ວັນທີ 26 ເມສາ 2021ເປັນຕົ້ນໄປ

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ອອກແຈ້ງການເລກທີ 085/ສພກ.ບກ. ລົງວັນທີ26 ເມສາ 2021 ເຖິງ: ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ສອງກອງບັນຊາການປກຊ-ປກສ, ບັນດາເຈົ້າເມືອງ 5 ເມືອງ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງບໍ່ແກ້ວ ທີ່ນັບຖື; ...

ນາດາລ ປາບ ຊິດຊິປາສ ຄວ້າແຊັມ ບາເຊໂລນາ ໂອເພັນ ສະໄໝທີ 12

ຣາຟາເອລ ນາດາລ ນັກເທັນນິສມື 3 ຂອງໂລກຈາກແອັດສະປາຍ ງັດຟອມເກັ່ງເອົາຊະນະ ສະເຕຟານນອສ ຊິດຊິປາສ ນັກເທັນນິສຮຸ່ນນ້ອງຊາວເກຣັກ 2-1 ເຊັດຄວ້າແຊັມລາຍການ ບາເຊໂລນາ ໂອເພັນ ສະໄໝທີ 12 ເມື່ອວັນທີ 25 ເມສາ 2021. ແມັດດັ່ງກ່າວ ນາດາລ ເອົາຊະນະໄປ 2-1 ເຊັດ 6-4,...

ອົງການພຸດທະສາສະໜາ ມີຄໍາສັ່ງ 7 ຂໍ້ປະຕິບັດມາດຕະການຕ້ານພະຍາດໂຄວິດ, ພ້ອມໃຫ້ວັດເຂດສ່ຽງງົດການອອກບິນທະບາດ

ຕໍ່ສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມວິຕົກກັງວົນ ແລະ ຄວາມເປັນຫ່ວງເປັນໃຍ ຕໍ່ສະຖຽນລະພາບ ດ້ານເສດຖະກິດ, ສັງຄົມ ຂອງອົງການຈັດຕັ້ງພັກ-ລັດ ແລະ ຄວາມຕົກໃຈຢ້ານກົວ ຂອງສັງຄົມ, ປະຊາຊົນລາວບັນດາເຜົ່າ ກໍຄືພຸດທະສາສະນິກະຊົນທັງຫຼາຍ ບົນພື້ນຖານນີ້ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຈຶ່ງອອກຄຳສັ່ງແນະນຳມາຍັງ ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ...

ພະແນກສາທາລະນະສຸກແຂວງບໍ່ແກ້ວ ລົງພົນຢາຂ້າເຊື້ອພະຍາດໂຄວິດ-19

ໃນວັນທີ 26 ເມສາ2021ນີ້ ທ່ານ ປທ ຄຳຄູນ ແສງສະຫວ່າງ ຫົວໜ້າໜ່ວຍງານພົ່ນຢາຂ້າເຊື້ອ ໂຄວິດ 19 ພະແນກສາທາລະນະສຸກແຂວງ ບໍ່ແກ້ວ ໄດ້ໃຫ້ຮູ້ວ່າ:ວຽກງານພົ່ນຢາ ເພື່ອປ້ອງກັນ ແລະ ຄວບການລະບາດຂອງພະຍາດໂຄວິດ 19 ແມ່ນ ວຽກງານໜຶ່ງ ທີ່ມີຄວາມສໍາຄັນ ແລະ ຈໍາເປັນ ເພື່ອຕອບໂຕ້ຂອງພະຍາດໂຄວິດ 19...

ເຈົ້າແຂວງຈຳປາສັກ ເປັນປະທານກອງປະຊຸມກຽມຄວາມພ້ອມຮອບດ້ານ ສະກັດກັ້ນພະຍາດໂຄວິດ-19 ໂດຍຄົ້ນຄວ້າສ້າງໂຮງໝໍສະໜາມໃຫ້ໄດ້400ຕຽງ

ຄະນະສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ໃນການຕ້ານການລະບາດພະຍາດ COVID-19 ແຂວງ ຈຳປາສັກ ໄດ້ໄຂກອງປະຊຸມຂຶ້ນເພື່ອກຽມພ້ອມຮອບດ້ານ ເພື່ອປ້ອງກັນສະກັດກັ້ນ ຄວບຄຸມ ຕ້ານການລະບາດພະຍາດ COVID-19 ໂດຍເຫັນດີໃຫ້ຍົກລະດັບໂຮງໝໍເມືອງໂພນທອງ ແລະ ໂຮງໝໍ 106 ທີ່ເປັນສູນກາງປີ່ນປົວຫລັກ ໃຫ້ໄດ້ 100 ຕຽງ ແລະ ຄົ້ນຄວ້າ...
- Advertisment -
Slide
Slide

Most Read

error: Content is protected !!