ອິນເດຍມີຜູ້ຕິດເຊື້ອເກີນ 3 ແສນຄົນ 5 ມື້ຕິດຕໍ່ກັນ

490

ການແຜ່ລະບາດພະຍາດໂຄວິດ-19ຢູ່ອິນເດຍຍັງເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຕົວເລກຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນອິນເດຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດໃນວັນທີ 26 ເມສານີ້ ມີຜູ້ຕິດເຊື້ອລາຍໃໝ່ 354.531 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອລາຍໃໝ່ເກີນ 3 ແສນຄົນເປັນມື້ທີ 5 ຕິດຕໍ່ກັນແລ້ວ.

ສົ່ງຜົນໃຫ້ມີຜູ້ຕິດເຊື້ອສະສົມໃນອິນເດຍເພີ່ມເປັນ 17,3 ລ້ານກວ່າຄົນ, ຂະນະທີ່ຍອດຜູ້ເສຍຊີວິດກໍເພີ່ມ 2.806 ຄົນໃນໜຶ່ງ ວັນຜ່ານມາ, ເຮັດໃຫ້ຍອດຜູ້ເສຍຊີວິດສະສົມຢູ່ທີ່ 195.116 ຄົນ ແລະ ເປັນປະເທດທີ່ມີຜູ້ຕິດເຊື້ອລາຍໃໝ່ສູງທີ່ສຸດໃນໂລກ, ໃນຂະນະດຽວກັນຖັງອົກຊີ ຫຼື ເຄື່ອງຊ່ວຍຫາຍໃຈກໍບໍ່ພຽງພໍສຳລັບຄົນເຈັບທີ່ມີອາການຮຸນແຮງ.


ລັດຖະບານອິນເດຍໄດ້ປະກາດຂະຫຍາຍເວລາລັອກດາວນະຄອນຫຼວງນິວແດລີ ອອກໄປອີກຈົນເຖິງເວລາ 5:00 ໂມງຂອງວັນທີ 3 ພຶດສະພາ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຈົ່ງພ້ອມກັນໄປສັກວັກແຊັງປ້ອງກັນໂຄວິດ-19 ແລະ ໃຊ້ຊີວິດດ້ວຍຄວາມລະມັດລະວັງ ເພື່ອຫຼີກລຽງການຕິດເຊື້ອ.