Monthly Archives: April, 2021

ຈີນ ສຳເລັດໂຄງການກໍ່ສ້າງສູນຜະລິດ-ທົດລອງເຮືອບິນຂະໜາດໃຫຍ່

ຂ່າວຊີອາໄອ ລາຍງານວ່າ: ສປ ຈີນໄດ້ສຳເລັດໂຄງການກໍ່ສ້າງສູນຜະລິດ ແລະ ທົດລອງ ການບິນ ຈ່ຽງຊີ ຂອງບໍລິສັດ ການບິນຂອງຈີນ (COMAC) ເຊິ່ງເປັນສູນ ການຜະລິດ ແລະ ທົດລອງ ເຮືອບິນ ຂະໜາດໃຫຍ່ແຫ່ງທຳອິດ ຂອງ ສປ ຈີນ ໂດຍອອກແບບ ແລະ ຜະລິດ ພາຍໃນປະເທດ. ລາຍງານລະບຸວ່າ:...

ບໍລິສັດ ສາລະວັນ ພັດທະນາ ມອບເງິນ 50 ລ້ານກີບ ໃຫ້ແຂວງສາລະວັນ ນຳໃຊ້ເຂົ້າໃນວຽກປ້ອງກັນ, ຕ້ານ ແລະກັດກັ້ນການແຜ່ລະບາດພະຍາດໂຄວິດ-19

ວັນທີ 23 ເມສາ 2021 ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການແຂວງສາລະວັນ ນໍາໂດຍ ທ່ານ ນາງ ຄໍາເຮືອງ ໄຊຍະແສງ ຕາງໜ້າບໍລິສັດ ສາລະວັນ ພັດທະນາ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ໄດ້ມອບເງິນຈຳນວນ 50 ລ້ານກີບ ມອບໃຫ້ ແຂວງສາລະວັນ ຮັບໂດຍ ໂດຍ ທ່ານ  ໂພໄຊ...

ແຈ້ງການໃໝ່ຫຼ້າສຸດ ຈາກສຳນັກງານນາຍົກ ໃຫ້ທົ່ວປະເທດກຽມສູນກັກກັນ ແລະປິ່ນປົວໃຫ້ພຽງພໍ

ສະຖານະການໂຄວິດ-19 ໃນລາວ ໂດຍລວມຍັງໜ້າເປັນຫ່ວງ ແລະມີຕົວເລກທີ່ເພີ່ມຂຶ້ນທຸກໆວັນ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຈິ່ງໄດ້ອອກແຈ້ງການສະບັບເລກທີ 406 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 26 ເມສາ 2021 ໃຫ້ຄະນະສະເພາະກິດຂັ້ນແຂວງ, ນະຄອນຫຼວງສືບຕໍ່ປະຕິບັດ ທິດຊີ້ນໍາກ່ຽວກັບການສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ໃຫ້ໄດ້ປະສິດທິຜົນສູງສຸດ. ໃນແຈ້ງການດັ່ງກ່າວລະບຸວ່າ: ຜ່ານການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ...

ອຸຕຸເຕືອນເຝົ້າລະວັງຝົນຕົກໜັກ, ລົມພັດແຮງ ໄລຍະ 26 ຫາ 30 ເມສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 26 ເມສາ ຫາ 2 ພຶດສະພາ 2021ວ່າ: ໃນໄລຍະວັນທີ 26 - 30 ເມສານີ້ ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ ແລະ ຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງເພີ່ມຂື້ນພັດປົກຄຸມເປັນສ່ວນໃຫຍ່. ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ...

26 ເມສາ 2021 ຄະນະສະເພາະກິດຖະແຫຼງ ມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 113 ຄົນ ນອນໃນ9ແຂວງ 1ນະຄອນຫຼວງ

ໜ້າເປັນຫ່ວງ ການເຝົ້າລະວັງການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນປະເທດລາວເຮົາ ມາຮອດໃນວັນທີ 25 ເມສາ 2021 ກວດພົບຜູ້ຕິດເຊື້ອ ອີກ 113 ຄົນ, ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 31 ຄົນ; ຈຳປາສັກ 54 ຄົນ, ບໍ່ແກ້ວ 7 ຄົນ, ຢູ່ສະຫວັນນະເຂດ 13...

ຮ່ວມເປັນກໍາລັງໃຈ ໂຫວດໃຫ້ Miss Universe Laos 2020 ເຂົ້າຮອບ 21 ຄົນແບບອັດຕະໂນມັດ

ການປະກວດ Miss Universe ໃນປີນີ້ ໄດ້ເປີດໂຫວດສຳຫລັບສາວງາມ ປະເທດທີ່ໄດ້ຮັບຄະແນນໂຫວດສູງສຸດ ຈະໄດ້ເຂົ້າຮອບ 21ຄົນ ໂດຍອັດຕະໂນມັດ ຊ່ວຍໂຫວດ ແລະ ເປັນກໍາລັງໃຈໃຫ້ນ້ອງ ຄຣິດຕິນ່າ ລາສະສິມມາ ສາວງາມຕົວແທນຂອງປະເທດລາວເຮົາເພື່ອໃຫ້ນ້ອງໄດ້ເຂົ້າຮອບ 21 ຄົນ ໂດຍທຸກຄົນສາມາດໂຫວດໄດ້ 2 ທາງຄື: ທາງ Miss Universe App ຫລື...

ສຕລ ອອກແຈ້ງການຢຸດພັກການຝຶກສອນ-ຝຶກຊ້ອມ ສູນພັດທະນາກີລາບານເຕະ ຈຳປີ – ຈຳປາຊົ່ວຄາວ

ສະຫະພັນບານເຕະແຫ່ງຊາດລາວ ອອກແຈ້ງການຂໍຢຸດພັກການຝຶກສອນ ແລະ ຝຶກຊ້ອມ ສູນພັດທະນາກີລາບານເຕະ ຈຳປີ-ຈໍາປາ ຊົ່ວຄາວ, ທັງນີ້ເພື່ອເປັນການ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຕາມລາຍລະອຽດດັ່ງນີ້: 1. ໃຫ້ຢຸດພັກການຝຶກສອນ ແລະ ຝຶກຊ້ອມ ສູນພັດທະນາກິລາບານເຕະ ຈຳປີ - ຈຳປາ ນັບແຕ່ວັນທີ 24 ເມສາ 2021 ຈົນກວ່າຈະມີແຈ້ງການເພີ່ມຕື່ມ 2. ໃຫ້ບັນດາຄູຝຶກ ແລະ...

ເຈົ້າແຂວງຈຳປາສັກ ລົງຕິດຕາມການປະຕິບັດວຽກງານຕ້ານໂຄວິດ-19

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມກວດກາ ການປະຕິບັດວຽກງານຂອງ ຄະນະສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ແຂວງຈຳປາສັກ ຢູ່ຫລາຍຈຸດ ເຊັ່ນ: ໜ່ວຍສະເພາະກິດ ຈຸດກວດກາການເຂົ້າ-ອອກ ລະຫວ່າງແຂວງ, ຈຸດກວດກາເຂົ້າ-ອອກ ນະຄອນປາກເຊ ຫາ ເມືອງໂພນທອງ ແລະ...

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຊຶ່ງຖືກມອບໝາຍເປັນຜູ້ຕາງໜ້າພິເສດຂອງ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 24 ເມສາ 2021, ມານີ້ທີ່ ສໍານັກງານກອງເລຂາອາຊຽນ, ນະຄອນຫຼວງຈາກາກຕາ,...

ແນະນໍາ 6 ວິທີປ້ອງກັນ 4 ຂໍ້ສໍາຄັນຮັກສາສຸຂະພາບງ່າຍໆ ຢູ່ເຮືອນຊ່ວງໂຄວິດ-19

ໃນໄລຍະຂອງການແຜ່ລະບາດຂອງພະຍາດແບບນີ້ ຫຼາຍໆຄົນຄົງຈະເປັນຫ່ວງ ແລະ ໃສ່ໃຈໃນສຸຂະພາບຫຼາຍຂຶ້ນ ດັ່ງນັ້ນເຮົາມາຮູ້ຈັກກັບ 6 ວິທີປ້ອງກັນຫລຸດຜ່ອນການສໍາຜັດເຊື້ອ ເປັນການປ້ອງກັນພາຍນອກ ປະກອບມີ: ເວັ້ນໄລຍະຫ່າງທາງສັງຄົມ: ຄວນປະຕິບັດຕາມມາດຕະການຢ່າງເຄັ່ງຄັດດ້ວຍການຢູ່ຫ່າງຈາກຄົນອື່ນຢ່າງຫນ້ອຍ1-2ເເມັດ ຫລີກລຽງກິດຈະກຳສ່ຽງ: ຊ່ວງນີ້ຄວນຢູ່ເຮືອນຫຼຸດກິດຈະກຳສ່ຽງທຸກປະເພດ ທັງການເດີນທາງໄປພື້ນທີ່ສ່ຽງ ແລະ ຫລີກລຽງການພົບປະກັບບຸກຄົນທີ່ມີຄວາມສ່ຽງໃນການຕິດເຊື້ອ ລວມໄປເຖິງການຫລີກລຽງການສຳຜັດຈຸດສ່ຽງເຊັ່ນ: ກອນປະຕູ, ປຸ່ມກົດລິບ, ຂັ້ນໄດເລື່ອນ ແລະ ໃບຫນ້າ ພ້ອມທັງຮັບປະທານອາຫານຢ່າງປອດໄພ: ອາຫານອຸ່ນ-ຮ້ອນ...
- Advertisment -
Slide
Slide

Most Read

error: Content is protected !!