ພະແນກສາທາລະນະສຸກແຂວງບໍ່ແກ້ວ ລົງພົນຢາຂ້າເຊື້ອພະຍາດໂຄວິດ-19

476

ໃນວັນທີ 26 ເມສາ2021ນີ້ ທ່ານ ປທ ຄຳຄູນ ແສງສະຫວ່າງ ຫົວໜ້າໜ່ວຍງານພົ່ນຢາຂ້າເຊື້ອ ໂຄວິດ 19 ພະແນກສາທາລະນະສຸກແຂວງ ບໍ່ແກ້ວ ໄດ້ໃຫ້ຮູ້ວ່າ:ວຽກງານພົ່ນຢາ ເພື່ອປ້ອງກັນ ແລະ ຄວບການລະບາດຂອງພະຍາດໂຄວິດ 19 ແມ່ນ ວຽກງານໜຶ່ງ ທີ່ມີຄວາມສໍາຄັນ ແລະ ຈໍາເປັນ ເພື່ອຕອບໂຕ້ຂອງພະຍາດໂຄວິດ 19 ຊຶ່ງໃນໄລຍະທີ່ມີການເກີດ ແລະ ແຜ່ເຊື້ອຜ່ານມານີ້ ໜ່ວຍງານພົ່ນຢາ ທີ່ໄດ້ຮັບການມອບໝາຍຂອງຄະນະສະເພາະກິດ ຂັ້ນແຂວງໃນການກຽມພ້ອມ ແລະ ລົງຈັດຕັ້ງປະຕິບັດ ຊຶ່ງໜ່ວຍງານໄດ້ມີຄວາມພ້ອມທາງດ້ານອຸປະກອນ, ພະນັກງານວິຊາການ ແລະ ງົບປະມານເຂົ້າໃນການປະຕິບັດຕົວຈິງ ເລີ່ມແຕ່ ວັນທີ 22 ເມາສາເປັນຕົ້ນມາ ໂດຍລວມ ແມ່ນເໜັ້ນໃສ່ ສະຖານທີ່ ເຮືອນຜູ້ທີ່ຕິດເຊື້ອ, ສະຖານທີ່ຊຸມຊົນແອອັດ , ຕະຫຼາດ, ເຮືອນການນໍາແຂວງ ແລະ ປະຕິບັດໄປຕາມໜ່ວຍງານເກັບກໍາຂໍ້ມູນ ແລະ ສາມາດປະຕິບັດໄດ້ດັ່ງນີ້:


ວັນທີ 22 ເມສາ ເຮືອນຜູ້ຕິດເຊື້ອ ແລະ ພີ່ນ້ອງ ຢູ່ບ້ານວຽງໃໝ່ ໄດ້ 6 ຈຸດ.ເຮືອນ ທ ບຸນທັນ ຜູ້ໄກ້ຊິດຜູ້ຕິດເຊື້ອ ບ້ານຫ້ວຍຊາຍໄຕ້ ຫ້ອງການລາວທຸລາຄົມ .ສູນກັກກັນຄັງເງິນເກົ່າ.
ວັນທີ 23 ປະຕິບັດໄດ້  ປກສ ແຂວງ, ຮ້ານອາຫານໜ້າ ປກສ ແຂວງ 3 ແຫ່ງ, ທະນາຄານພົງສະຫວັນ, ຮ້ານອາຫານສະເຕັກ, ຮ້ານອາຫານ ນາງ ລອຍ, ຮ້ານອາຫານຈີນ ຂ້າງເຮືອນອ້າຍແທ່ງ, ຮ້ານສະໜຸກເກີ, ຮ້ານອົບນວດ ປ່າອ້ອຍ, ພະແນກການເງິນ, ຫ້ອງການອາກອນ, ດ່ານກວດການໍ້າເກິ່ງ, ເຮືອນຜູ້ຖືກກັກຕົວຂ້າງ ປກສ ແຂວງ, ເຮືອນ ທ ແດດ. ( ລວມ 15 ຈຸດ)


ວັນທີ 24 ຕະຫຼາດສີດອນມີ, ເດີ່ນບານມົກກະຈອກ, ຮ້ານຊີ້ນດາດມົກກະຈອກ, ຮ້ານສະນຸກເກີ ປາກຮາວເໜືອ,ເຮືອນຜູ້ຕິດເຊື້ອ ຂ້າງນໍ້າດື່ມດອກເກດ ປາກຮາວເໜືອ,ຕະຫຼາດວັງວິວ, ທະນາຄານການຄ້າສາຂາ ບ້ານອຸດົມ.

ວັນທີ 25 ຕະຫຼາດຂອນແກ້ວ, ຮ້ານອາຫານຕົ້ນກ້າ, ທະນາຄານພັດທະນາລາວ, ເຮືອນການນໍາແຂວງ( ເຮືອນທ່ານເຈົ້າແຂວງ, ທ່ານ ເຄື່ອນເພັດ ວົງຈັນ, ທ່ານ ດຣ ຄຳຜະຫຍາ ພົມປັນຍາ , ເຮືອນ ທ່ານ ຈອມສີ ລັດຕະນະປັນ ແລະ ເຮືອນ ທ່ານ ເພັງສອນ ແກ້ວວິໄລ.), ຮ້ານອົບນວດ ແລະ ເຮືອນຜູ້ຕິດເຊື້ອ ບ້ານຫ້ວຍຊາຍໃຕ້, ເຮືອນຜູ້ຕິດເຊື້ອ ບ້ານວຽງໃໝ່.

.

ຂ່າວ: ຄຳພັນ ແກ້ວມະນີ .ຂໍ້ມູນ ແລະ ພາບ:ໜ່ວຍງານພົ່ນຢາຂ້າເຊື້ອ ໂຄວິດ 19 ພະແນກສາທາລະນະສຸກແຂວງ.