ຂ່າວດ່ວນ! ຫທລ ແຈ້ງເງິນປອມລະບາດໃຫ້ສັງຄົມຍົກສູງສະຕິຮັບ-ຈ່າຍ

139

ໄລຍະນີ້ ມີກຸ່ມຄົນບໍ່ດີຈຳນວນໜຶ່ງກຳລັງນຳເງິນປອມອອກມາໃຊ້ຈ່າຍ ຂໍໃຫ້ທຸກຄົນມີສະຕິໃນການຮັບ-ຈ່າຍເງິນກີບໂດຍສະເພາະແມ່ນໃບ 50.000, ອີງໃສ່ແຈ້ງການຂອງທະນາຄານແຫ່ງ ສປປ ລາວ ຫຼື ທຫລ ສະບັບເລກທີ 66 /ຫກ ລົງວັນທີ 26 ເມສາ 2024 ອີງຕາມ ການກວດພົບເຫັນຂອງເຈົ້າຫນ້າທີ່ກ່ຽວຂ້ອງ.

May be an illustration of 1 person and text
ຫ້ອງການທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ໃນປະຈຸບັນໄດ້ມີກຸ່ມ ຄົນບໍ່ດີສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ ດ້ວຍການປອມແປງ ແລະ ນໍາເອົາທະນະບັດ ສະກຸນເງິນກີບ ປະເພດໃບ 50.000 ກີບ ລຸ້ນປີ 2004 ອອກມາໃຊ້ຈ່າຍໃນສັງຄົມ ໂດຍສະເພາະຢູ່ຂົງເຂດທາງພາກເໜືອ (ແຂວງ ບໍ່ແກ້ວ) ຊຶ່ງທາງເຈົ້າຫນ້າທີໄດ້ກວດພົບເຫັນ ຕາມເລກລໍາດັບ (Serial number) AZ. 021800 – AZ 0218999, ຮູບແບບການປອມແປງແມ່ນໄດ້ນໍາໃຊ້ເຄື່ອງຈັກພິມຂຶ້ນມາສະເພາະ, ມີຮູບແບບສີສັນລວດລາຍຄ້າຍຄືທະນະບັດ ປະເພດໃບ 50.000 ກີບ ລຸ້ນປີ 2004 ແທ້ ແຕ່ມີຄວາມແຕກຕ່າງຈາກການພົບເຫັນທະນະບັດປອມໃນໄລຍະຜ່ານມາ (ການນໍາເອົາເງິນແທ້ໄປກ໋ອບປີ້ສ໌ Copy ໃສ່ເຈ້ຍ 4 ທໍາມະດາ).

May be an illustration of 4 people, slow loris, map and text

ສະນັ້ນ, ກ່ອນຈະຮັບ-ຈ່າຍ ທະນະບັດ ສະກຸນເງິນ ກີບ ປະເພດໃບ 50.000 ກີບ ລຸ້ນປີ 2004 ທຸກໆຄັ້ງ ຕ້ອງເປັນເຈົ້າການກວດກາເບິ່ງໃຫ້ລະອຽດ ຕາມຄຸນລັກສະນະ ຂອງວິທີການສັງເກດທະນະບັດແທ້ ໃນເອກະສານຊ້ອນທ້າຍຄັດຕິດມາພ້ອມນີ້.

May be an illustration of 4 people, slow loris and text
ສໍາລັບກຸ່ມຄົນທີ່ບໍ່ດີ ທີ່ສ້າງຄວາມປັ່ນປ່ວນໂດຍການນໍາເອົາເງິນປອມອອກມາໃຊ້ຈ່າຍໃນສັງຄົມ, ທະນາຄານ ແຫ່ງ ສປປ ລາວ ພວມສົມທົບກັບເຈົ້າຫນ້າທີ່ກ່ຽວຂ້ອງ ເພື່ອຮີບຮ້ອນປະຕິບັດມາດຕະການຕ່າງໆຕາມທີ່ໄດ້ກໍານົດໄວ້ ໃນກົດຫນາຍຂອງ ສປປ ລາວ.

ກໍລະນີພົບເຫັນ ຫຼື ມີຂໍ້ມູນແຫຼ່ງທີ່ມາຂອງທະນະບັດປອມດັ່ງກ່າວ ກະລຸນາແຈ້ງຕໍ່ເຈົ້າຫນ້າທີ່ຕໍາຫຼວດ ຫຼື ທະນາຄານແຫ່ງ ສປປ ລາວ (ກົມພິມຈໍາຫນ່າຍ ເປີໂທ 020 58007361, 020 5996632), ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາພາກເຫນືອ ແຂວງອຸດົມໄຊ (856-81) 260012, ແຂວງຫຼວງພະບາງ (856-71) 260700, ແຂວງຊຽງຂວາງ (856-61) 260030; ພາກກາງທີ່ແຂວງສະຫວັນນະເຂດ (856-41) 260305; ພາກໃຕ້ທີ່ ແຂວງຈໍາປາສັກ 031 2141 29 ແລະ ທະນາຄານທຸລະກິດໃນຂອບເຂດທົ່ວປະເທດ.

May be an image of 3 people, slow loris and text
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ຈົ່ງຍົກສູງສະຕິລະວັງຕົວໃນການຮັບ-ຈ່າຍ ທະນະບັດ ສະກຸນເງິນກີບ ປະເພດໃບ 50,000 ກີບ ລຸ້ນປີ 2004 ທຸກໆຄັ້ງ ຕາມທີ່ລະບຸໄວ້ຂ້າງເທິງດ້ວຍ..