ອົງການພຸດທະສາສະໜາ ມີຄໍາສັ່ງ 7 ຂໍ້ປະຕິບັດມາດຕະການຕ້ານພະຍາດໂຄວິດ, ພ້ອມໃຫ້ວັດເຂດສ່ຽງງົດການອອກບິນທະບາດ

579

ຕໍ່ສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມວິຕົກກັງວົນ ແລະ ຄວາມເປັນຫ່ວງເປັນໃຍ ຕໍ່ສະຖຽນລະພາບ ດ້ານເສດຖະກິດ, ສັງຄົມ ຂອງອົງການຈັດຕັ້ງພັກ-ລັດ ແລະ ຄວາມຕົກໃຈຢ້ານກົວ ຂອງສັງຄົມ, ປະຊາຊົນລາວບັນດາເຜົ່າ ກໍຄືພຸດທະສາສະນິກະຊົນທັງຫຼາຍ ບົນພື້ນຖານນີ້ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຈຶ່ງອອກຄຳສັ່ງແນະນຳມາຍັງ ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ທຸກຂັ້ນ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ, ພຸດທະສາສະນິກະຊົນລາວ ບັນດາເຜົ່າ ດັ່ງນີ້:


1. ໃຫ້ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມຄຳສັ່ງ ຂອງນາຍົກລັດຖະມົນຕີຢ່າງເຄັ່ງຄັດ.
2.ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ເອົາໃຈໃສ່ເປັນເຈົ້າການ ໃນການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ເປັນຫຼັກສໍາຄັນ ອີກອັນໜຶ່ງ.
3.ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາແຕ່ລະຂັ້ນ ສືບຕໍ່, ຕິດຕາມ ແລະ ປະເມີດສະຖານະການ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງໃກ້ຊິດ. ພ້ອມຄົ້ນຄວ້າ, ວາງມາດຕະການຮັບມື, ແກ້ໄຂ ແລະ ຟື້ນຟູຜົນກະທົບໂດຍກົງ ຕໍ່ການດຳລົງຊີວິດປະຈຳວັນ ກໍຄືການເຄື່ອນໄຫວວຽກງານ ຂອງບຸກຄະລາກອນສົງ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ.


4.ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາ ໃນແຕ່ລະຂັ້ນ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ, ພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ເອົາໃຈໃສ່ປະກອບສ່ວນ ອຸປະຖັມທາງດ້ານເຄື່ອງມື, ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດໜ້າທີ່ພະນັກງານ, ແພດໝໍ ແລະ ບຸກຄະລາກອນອື່ນໆ ທີ່ມີໜ້າທີ່ໂດຍກົງແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍການຊ່ວຍເຫຼືອທາງດ້ານວັດຖຸ ແລະ ການໃຫ້ກໍາລັງໃຈ ຕາມສະພາບເງື່ອນໄຂ, ກໍາລັງສັດທາ ທີ່ເໝາະສົມ.
5.ໃຫ້ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແຕ່ລະວັດ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ເພີ່ມຕື່ມ ໃນການສູດມົນຈະເຣີນພາວະນາ ໂດຍ ສູດຣະຕະນະສູດ, ເມຕຕາສູດ, ທະຊັຄຄະສູດ ໃນແຕ່ລະວັນ ພ້ອມກັນນັ້ນ ກໍໃຫ້ສູດ ອາຕານາຕິຍະສູດ, ມະຫາສະມະຍະສູດ, ທັມມະຈັກກັປປະວັຕຕະນະສູດ ເປັນຕົ້ນ ຕາມແຕ່ກໍລະນີ ເພື່ອນ້ອມນໍາເອົາ ພຸທທານຸພາບ, ທັມມານຸພາບ, ສັງຄານຸພາບ ແລະ ອານຸພາບແຫ່ງພຣະປະຣິດທັງຫຼາຍ ໄດ້ຊ່ວຍເປັນເຄື່ອງຮັກສາ, ຄຸ້ມຄອງປ້ອງກັນ ປະເທດຊາດບ້ານເມືອງ, ປະຊາຊົນ ໃນປະເທດ ໃນໂລກ, ຊ່ວຍຂະຈັດ ສັບພະທຸກ, ສັບພະໂສກ, ສັບພະໂຣກໄພພະຍາດທັງຫຼາຍ ໃຫ້ອັນຕະຣະທານໝົດສ້ຽງໄປ.


6. ການຈັດກິດຈະກັມຕ່າງໆ ຂໍໃຫ້ໂຈະໄວ້ກ່ອນ ຈົນກວ່າສະຖານະການ ການແຜ່ລະບາດພະຍາດໂຄວິດ-19 ສະຫງົບລະງັບໄປ, ສັງຄົມກັບຄືນສູ່ສະພາບປົກກະຕິ. ສຳລັບການອອກບິນທະບາດ ຕາມອະຣິຍະປະເພນີ ຂອງພຣະສົງ-ສາມະເນນ ກໍໃຫ້ຂຶ້ນກັບເງື່ອນໄຂຂອງແຕ່ລະວັດ, ວັດໃດຢູ່ໃນເງື່ອນໄຂບໍ່ສາມາດອອກບິນທະບາດໄດ້ ກໍບໍ່ຄວນອອກບິນທະບາດ, ວັດໃດມີເງື່ອນໄຂ ອອກບິນທະບາດໄດ້ ກໍປະຕິບັດຕາມອະຣິຍະປະເພນີນັ້ນ ແລະ ການອອກບິນທະບາດ ກໍໃຫ້ຈັດຕັ້ງປະຕິບັດ ຕາມມາດຕະການການສະກັດກັ້ນ, ປ້ອງກັນ, ຄວບຄຸມ ຂອງການຈັດຕັ້ງພັກ-ລັດ ທີ່ວາງອອກ.


7. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາແຕ່ລະຂັ້ນ ຊີ້ນຳເອົາໃຈໃສ່ບັນຫາ ໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ປະຕິບັດຖືກຕ້ອງ ວິທີປ້ອງກັນພະຍາດ ໂດຍນຳເອົາຫຼັກທັມຄໍາສັ່ງສອນ ຂອງພຣະສັມມາສັມພຸດທະເຈົ້າ ເຊັ່ນ ຫຼັກອັປປະມາທະທັມ, ຫຼັກກັລະຍານະມິຕຕະທັມ, ຫຼັກປັນຈະສີລ, ຫຼັກປັນຈະກັນລະຍານະທັມ, ຫຼັກອະຣິຍະວຸທທິທັມ 5 ປະການ, ຫຼັກອາຍຸສສະທັມ 5 ປະການ ເປັນຕົ້ນ ໃຫ້ນໍາໄປປະພຶດປະຕິບັດ ເພື່ອເກີດໝາກເກີດຜົນ ຜ່ານພົ້ນສະພາບການພະຍາດນີ້ໄປໄດ້ ເກີດຄວາມສຸກສະຖານພອນ.