ສະພາປະຊາຊົນແຂວງ ສະຫວັນນະເຂດ ເລື່ອນການຈັດກອງປະຊຸມຄັ້ງປະຖົມມະລືກ ຈາກຜົນກະທົບການລະບາດພະຍາດໂຄວິດ-19

720

ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງ ຊຸດທີ II ແມ່ນໄດ້ເລື່ອນໄປໃນເດືອນ ພຶດສະພາ 2021 ສຳລັບວັນເວລາຕົວຈິງ ຄະນະປະຈຳຈະໄດ້ຄົ້ນຄວ້າ ແລະ ພິຈາລະນາຕົກລົງຕື່ມ ແລະ ຈະໄດ້ຈັດຖະແຫຼງໃຫ້ບັນດາທ່ານຮັບຊາບຕາມຫຼັງ.

ໃນຕອນບ່າຍ ວັນທີ 26 ເມສາ 2021ນີ້ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ທ່ານ ຫວັນຄຳ ອິນທິຈັກ ເລຂາທິການສະພາປະຊາຊົນແຂວງ ຕາງໜ້າໃຫ້ ສະພາປະຊາຊົນແຂວງ ໄດ້ຖະແຫຼງຂ່າວກ່ຽວກັບການເລື່ອນ ການດຳເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ II ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ19 ຍັງເພີ່ມຂຶ້ນພາຍໃນແຂວງສະຫວັນນະເຂດ.

ໂດຍປະຕິບັດຕາມຄຳສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມ ຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19, ອີງຕາມທິດສະດີຊີ້ນຳຂອງ ສະຫາຍ ເລຂາພັກແຂວງ ແລະ ການຕົກລົງເຫັນດີຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ສະກັດກັ້ນ ການລະບາດໂຄວິດ – 19 ຂອງແຂວງ ສະຫວັນນະເຂດ ຄັ້ງວັນທີ 22 ເມສາ 2021, ອີງຕາມມະຕິ ຂອງຄະນະປະຈຳ ວ່າດ້ວຍການເລື່ອນ ການດຳເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ II ສະບັບເລກທີ 32/ຄປຈຂ ລົງວັນທີ 23 ເມສາ 2021 ຜັນຂະຫຍາຍຄໍາສັ່ງເລກທີ 15/ນຍ ເພື່ອເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ 19 ທີ່ແຂວງ ສະຫວັນນະເຂດ. ອີງຕາມຄຳສັ່ງເພີ່ມເຕີມ ເຈົ້າແຂວງ ແຂວງ ສະຫວັນນະເຂດ ສະບັບເລກທີ 0776/ຈຂ.ສຂ ລົງວັນທີ 20 ເມສາ 2021 ວ່າດ້ວຍການເພີ່ມທະວີປ້ອງກັນ, ສະກັດກັ້ນ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານການລະບາດພະຍາດໂຄວິດ – 19 ທີ່ແຂວງ ສະຫວັນນະເຂດ.

ຕາມແຜນການກອງປະຊຸມ ຄັ້ງປະຖົມມະລຶກຂອງ ສະພາປະຊາຊົນແຂວງ ຊຸດທີ II ແມ່ນຈະໄດ້ຈັດຂຶ້ນໃນວັນທີ 27 – 29 ເມສາ 2021 ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ. ເນື່ອງຈາກວ່າ ມາຮອດໄລຍະໜຶ່ງ ຄັ້ງວັນທີ 20 ເມສາ 2021 (ກໍລະນີຜູ້ຕິດເຊື້ອ 59) ໄດ້ມີການແຜ່ລະບາດ ຕິດເຊື້ອພະຍາດໂຄວິດ – 19 ຢູ່ແຂວງ ສະຫວັນນະເຂດ ແລະ ບັນດາແຂວງອື່ນໆ ໃນ ສປປ ລາວ ດ້ວຍເຫດນັ້ນ ເພື່ອປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ກໍຄືທິດນຳຂອງສະຫາຍ ເລຂາພັກແຂວງ ແລະ ການຕົກລົງເຫັນດີ ຂອງຄະນະສະເພາະກິດ.

ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງ ຊຸດທີ II ແມ່ນໄດ້ເລື່ອນໄປໃນເດືອນ ພຶດສະພາ 2021 ສຳລັບວັນເວລາຕົວຈິງ ຄະນະປະຈຳຈະໄດ້ຄົ້ນຄວ້າ ແລະ ພິຈາລະນາຕົກລົງຕື່ມ ແລະ ຈະໄດ້ຈັດຖະແຫຼງໃຫ້ບັນດາທ່ານຮັບຊາບຕາມຫຼັງ.