ນາດາລ ປາບ ຊິດຊິປາສ ຄວ້າແຊັມ ບາເຊໂລນາ ໂອເພັນ ສະໄໝທີ 12

998
BARCELONA, SPAIN - APRIL 25: Rafael Nadal of Spain poses with the trophy after his victory against Stefanos Tsitsipas of Greece in their final match during day seven of the Barcelona Open Banc Sabadell 2021 at Real Club de Tenis Barcelona on April 25, 2021 in Barcelona, Spain. (Photo by Alex Caparros/Getty Images)

ຣາຟາເອລ ນາດາລ ນັກເທັນນິສມື 3 ຂອງໂລກຈາກແອັດສະປາຍ ງັດຟອມເກັ່ງເອົາຊະນະ ສະເຕຟານນອສ ຊິດຊິປາສ ນັກເທັນນິສຮຸ່ນນ້ອງຊາວເກຣັກ 2-1 ເຊັດຄວ້າແຊັມລາຍການ ບາເຊໂລນາ ໂອເພັນ ສະໄໝທີ 12 ເມື່ອວັນທີ 25 ເມສາ 2021.

ແມັດດັ່ງກ່າວ ນາດາລ ເອົາຊະນະໄປ 2-1 ເຊັດ 6-4, 6-7 ( 6-8 ) ແລະ 7-5 ກ່ອນຄວ້າແຊັມໄປຄອງ

ສໍາລັບ ແຊັມຄັ້ງນີ້ເປັນແຊັມລະດັບອາຊີບຄັ້ງທີ 87 ຂອງ ນາດາລ ລວມທັງເປັນແຊັມ ບາເຊໂລນາ ໂອເພັນ ສະໄໝທີ 12 ແລະ ນັບເປັນແຊັມສະໜາມດິນທີ່ໄດ້ມາຄອງຫຼາຍທີ່ສຸດຕໍ່ຈາກ ເຟຣນ ໂອເພັນ ທີ່ຍາດແຊັມໄດ້ເຖິງ 13 ສະໄໝ.