ແຂວງບໍ່ແກ້ວ ປິດການເຂົ້າ – ອອກເມືອງຫ້ວຍຊາຍ ເປັນການຊົ່ວຄາວ ນັບແຕ່ວັນທີ 26 ເມສາ 2021ເປັນຕົ້ນໄປ

609

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ອອກແຈ້ງການເລກທີ 085/ສພກ.ບກ. ລົງວັນທີ26 ເມສາ 2021 ເຖິງ: ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ສອງກອງບັນຊາການປກຊ-ປກສ, ບັນດາເຈົ້າເມືອງ 5 ເມືອງ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງບໍ່ແກ້ວ ທີ່ນັບຖື;  ເລື່ອງ: ປີດການເຂົ້າ-ອອກ ພາຍໃນຂອບເຂດ ເມືອງຫ້ວຍຊາຍ ເປັນການຊົ່ວຄາວ.

ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ພາຍໃນ ສປປ ລາວ, ໂດຍສະເພາະຢູ່ແຂວງບໍ່ ແກ້ວພວກເຮົາ ເຊິ່ງມີລາຍງານຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ, ເພື່ອເປັນການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ແຜ່ເຊື້ອ ບໍ່ໃຫ້ແຜ່ຂະຫຍາຍເປັນວົງກວ້າງ; ຄະນະສະເພາະກິດແຂວງບໍ່ແກ້ວ ຂໍຖືເປັນກຽດແຈ້ງມາຍັງອົງການຈັດຕັ້ງພັກ-ລັດ,
ສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ສອງກອງບັນຊາການປກຊ-ປກສ, ບັນດາເຈົ້າເມືອງ 5 ເມືອງ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງບໍ່ແກ້ວ ເພື່ອ ຊາບ ດັ່ງນີ້:

1. ເຫັນດີໃຫ້ປິດການເຂົ້າ-ອອກ ພາຍໃນຂອບເຂດເມືອງຫ້ວຍຊາຍ ນັບແຕ່ ວັນທີ 26 ເມສາ 2011 ເປັນຕົ້ນໄປ ແລະ
ປີດການສັນຈອນໄປ-ມາ ລະຫວ່າງບ້ານ ຢູ່ພາຍໃນເມືອງຫ້ວຍຊາຍ ແຕ່ 18:30 ໂມງ (ຕອນແລງ) ຮອດເວລາ 6: 00 ໂມງ (ຕອນເຊົ້າ) ຍົກເວັ້ນເຈົ້າຫນ້າທີ່, ພະນັກງານທີ່ປະຈໍາການ ກວດກາ ລາດຕະເວນ ແລະ ຄົນເຈັບ ທີ່ຕ້ອງໄດ້ຮັບການປິ່ນປົວໂດຍດ່ວນ.

2. ເຫັນດີໃຫ້ປິດຮ້ານຕັດຜົມ, ຮ້ານເສີມຄວາມງາມ ແລະ ການບໍລິການ 3 ຕະຫຼາດ ທີ່ຢູ່ພາຍໃນເທດສະບານເມືອງຫ້ວຍ
ຊາຍຄື: (ຕະຫຼາດສົດມ່ວງແກ້ວ ແລະ ວັງວິວ, ຕະຫຼາດສິດອນມື, ຕະຫຼາດສາຍມະນີ ບ້ານຂອນແກ້ວ).

3. ເຫັນດີໃຫ້ພະນັກງານລັດຖະກອນ ໂຈະການມາປະຈໍາການ ກັກຕົວຢູ່ເຮືອນ, ໂດຍມອບໃຫ້ແຕ່ລະພາກສ່ວນເປັນເຈົ້າ
ການຈັດຕັ້ງແບ່ງຄວາມຮັບຜິດຊອບ, ຜັດປ່ຽນກັນປະຈໍາການກັນລະອຽດ ເພື່ອເປັນການຫຼຸດຜ່ອນຄວາມສ່ຽງ ແລະ ແກ້ໄຂວຽກງານທີ່ຈໍາເປັນ ຮີບດ່ວນ ພ້ອມນັ້ນ ກໍໃຫ້ນໍາໃຊ້ເຄື່ອງມືເອເລັກໂຕນິກໃນການສື່ສານ ຕິດຕໍ່ພົວພັນວຽກງານ.

4. ສໍາລັບການຂົນສົ່ງສິນຄ້າຜ່ານແດນ ທີ່ມີຄວາມຈໍາເປັນເຊັ່ນ: ການຂົນສົ່ງນໍາເຂົ້ານໍ້າມັນເຊື້ອໄຟ, ແກັດ, ປູນເຕົ້າ,
ສິນຄ້າອຸປະໂພກ-ບໍລິໂພກ ຈາກຕ່າງປະເທດແມ່ນໃຫ້ນໍາເຂົ້າດ່ານສາກົນຂົວມິດຕະພາບ 4 ຈຸດດຽວ ໂດຍຜ່ານການ ກວດກາຕາມລະບຽບການຂອງເຈົ້າຫນ້າທີ່ດ່ານ, ປະຕິບັດມາດຕະການປ້ອງກັນ, ຄວບຄຸມການຕິດເຊື້ອ ແຜ່ເຊື້ອ ຢ່າງເຂັ້ມງວດ ເປັນຕົ້ນພະນັກງານຂັບລົດຕ້ອງສວມໃສ່ຊຸດປ້ອງກັນ; ໃສ່ຜ້າປິດປາກ-ດັ່ງ; ພາຫະນະຂົນສົ່ງໄດ້ຮັບການ ສິດພົ່ນຢາຂ້າເຊື້ອ; ກວດວັດແທກອຸນຫະພູມ ແລະ ມີລົດເປີດ-ປິດຂະບວນລົດຕະຫຼອດການເດີນທາງຕາມບົດ
ບັນທຶກທີ່ໄດ້ເຊັນຮ່ວມກັນ.

– ສ່ວນການຂົນສົ່ງສິນຄ້າຢູ່ພາຍໃນ ຈະຕ້ອງປະຕິບັດມາດຕະການຢ່າງເຂັ້ມງວດ ໂດຍໄດ້ຮັບອະນຸຍາດຈາກຂະແຫນງການກ່ຽວ
ຂ້ອງ, ຄະນະສະເພາະກິດຕາມລະບຽບການ ໂດຍມີການປ່ຽນພະນັກງານຂັບລົດຢູ່ຈຸດກວດການເຂົ້າເມືອງ, ມີໃບຢັ້ງຢືນການກວດເຊື້ອ, ກໍລະນີພະນັກງານຂັບລົດຫາກເປັນຄົນແຂວງບໍ່ແກ້ວເມື່ອເຂົ້າມາແລ້ວ ຈະຕ້ອງໄດ້ຮັບການກັກກັນຕົວ 14 ວັນ.

5. ມອບໃຫ້ສອງກໍາລັງ ປກຊ-ປກສ ແຂວງ ແລະ ເມືອງ ເປັນເຈົ້າການໃນການຕິດຕາມ, ກວດກາ, ລາດຕະເວນຕາມ
ຊາຍແດນ, ຕະຫຼອດການເຂົ້າ-ອອກ ເມືອງຫ້ວຊາຍ, ຢູ່ພາຍໃນບ້ານ ແລະ ສະຖານທີ່ຕ່າງໆ ທີ່ໄດ້ແຈ້ງການປິດ ຢ່າງ
ເຂັ້ມງວດ, ພ້ອມທັງປະຕິບັດມາດຕະການຕໍ່ຜູ້ເມີດ ຕາມລະບຽບກົດຫມາຍ.

6. ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ສົມທົບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ເປັນເຈົ້າ
ການຕິດຕາມ, ກວດກາ ບັນດາຕະຫຼາດທີ່ມີແຈ້ງການປິດ, ກວດກາການສວຍໂອກາດຂຶ້ນລາຄາສິນຄ້າອຸປະໂພກບໍລິໂພກ ແລະ ແນະນໍາ ການບໍລິການ, ປະຕິບັດມາດຕະການ ຂອງບັນດາຮ້ານຄ້າຂາຍຍ່ອຍໃນຂອບເຂດຮັບຜິດຊອບຂອງຕົນ

7. ມອບພະແນກກະສິກໍາ ແລະ ປ່າໄມ້ ແຂວງ ສົມທົບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໃນການຕິດຕາມ, ກວດກາ
, ຢັ້ງຢືນ ກ່ຽວກັບການນໍາສົ່ງສິນຄ້າກະສິກໍາ ຂາເຂົ້າ-ຂາອອກຢູ່ພາຍໃນແຂວງບໍ່ແກ້ວ ຂອງບັນດາບໍລິສັດ ແລະ ວິສາ
ຫາກິດຕ່າງໆ.

8. ມອບໃຫ້ທຸກອົງການຈັດຕັ້ງພັກ-ລັດທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ບ້ານ ແລະ ອົງການຈັດຕັ້ງສັງຄົມທຸກພາກສ່ວນ ເປັນເຈົ້າການໂຄສະນາເຜີຍແຜ່, ສຶກສາອົບຮົມ ພະນັກງານລັດຖະກອນ, ຜູ້ປະກອບການ, ປະຊາຊົນ ບັນດາເຜົ່າ ທົ່ວສັງຄົມ ໄດ້ຮັບຮູ້ ເຂົ້າໃຈ ຕໍ່ມາດຕະການປ້ອງກັນ, ຄວບຄຸມ ການຕິດເຊື້ອແຜ່ເຊື້ອ ແລະ ມີການປະກອບສ່ວນຮ່ວມມືຢ່າງເປັນຂະບວນ.

9. ທຸກອົງການຈັດຕັ້ງ, ພະແນກການ, ຂະແຫນງການກ່ຽວຂ້ອງທຸກພາກສ່ວນ ທີ່ໄດ້ຮັບມອບຫມາຍ ຈົ່ງໄດ້ເພີ່ມທະວີເອົາໃຈໃສ່ໃນການຕິດຕາມ, ກວດກາ, ລາຍງານໃຫ້ຄະນະສະເພາະກິດ ແລະ ກອງເລຂາຄະນະສະເພາະກິດຂັ້ນແຂວງເມືອງ ຮັບຊາບ ພ້ອມກັນແກ້ໄຂຢ່າງທັນເວລາ; ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ