Yearly Archives: 2021

ການຄ້າຈະກວດເຂັ້ມ 8 ຕະຫຼາດໃຫຍ່ໃນນະຄອນຫຼວງຫ້າມສວຍໂອກາດໂດຍເດັດຂາດ

ໃນໄລຍະປີໃໝ່ນີ້ ຫຼາຍພາກສ່ວນຕ້ອງເປັນເຈົ້າການນຳກັນ ໂດຍສະເພາະລາຄາສິນຄ້າ ເພື່ອວ່າບາງບ່ອນອາດມີການສວຍໂອກາດຖືເອົາຊ່ວງນີ້ຂຶ້ນລາຄາສິນຄ້າ ແລະ ຂາຍສິ່ງທີ່ເປັນອັນຕະລາຍຕໍ່ສັງຄົມ ອັນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສັງຄົມໄດ້. ເພື່ອຕ້ານສິ່ງດັ່ງກ່າວ, ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ເຂັ້ມງວດກວດກາ ເພື່ອບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າປະເພດຕ່າງໆ ທີ່ຈໍາເປັນໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ສາກົນ 2022, ທັງຮັບປະກັນໃຫ້ມີສິນຄ້າ ໂດຍສະເພາະສິນຄ້າບໍລິໂພກຕາມທ້ອງຕະຫລາດພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ. ທ່ານ ນັນຕາ ສານຸວົງ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ...

ປັບໃໝ່ຄ່າຂຶ້ນທາງດ່ວນ ເລີ່ມ 1 ມັງກອນ 2022

ການຂຶ້ນທາງດ່ວນ ເປັນການເລັ່ງລັດ ແລະ ປະຢັດເວລາ ເພື່ອຄວາມສະດວກ ສະບາຍ ທັນໃຈ ແຕ່ທັງນີ້, ຫຼາຍຄົນຮູ້ດີ ການເດີນທາງຜ່ານທາງດ່ວນ ແມ່ນຕ້ອງໄດ້ເສຍຄ່າທຳນຽມຕາມກົດລະບຽບ ເຊິ່ງຫຼ້າສຸດນີ້ ທະນາຄານແຫ່ງ ສປປ ລາວ ໄດ້ມີການດຳເນີນການປັບອັດຕາການແລກປ່ຽນຕໍ່ສະກຸນເງິນກີບ-ເງິນໂດລາສະຫະລັດ ພ້ອມໃຫ້ປັບປ່ຽນຄ່າຂຶ້ນທາງດ່ວນຄືນໃໝ່. ດັ່ງນັ້ນ, ນັບຕັ້ງແຕ່ເວລາ 00:00 ໂມງ ຂອງ ວັນທີ 1 ມັງກອນ...

ອີກ 2 ເດືອນເທົ່ານັ້ນສາລະວັນ ຈະສົ່ງກ້ວຍສູ່ຕະຫຼາດ ສປ ຈີນແລ້ວ

ສຳລັບເມືອງສາລະວັນແມ່ນມີທ່າແຮງໃນການປູກກ້ວຍສົ່ງອອກຂາຍເປັນສິນຄ້າໃຫ້ສປຈີນ,ໂດຍສະເພາະແມ່ນຢູ່ບ້ານຫາງພູນ້ອຍທີ່ມີເນື້ອທີ່ປູກກ້ວຍຫຼາຍເຖິງ 300 ເຮັກຕາ ຕາມແຜນແລ້ວປະມານ 2 ເດືອນຂ້າງໜ້າສວນກ້ວຍໃນສາລະວັນຈະສາມາດເກັບກ່ຽວຜົນກະລິດສົ່ງສູ່ຕະຫຼາດ ສປ ຈີນແລ້ວ. ໃນໂອກາດຕ້ອນຮັບການມາເຄື່ອນໄຫວຊຸກຍູ້ການພັດທະນາຢູ່ເມືອງສາລະວັນຂອງທ່ານໂພໄຊ ໄຊຍະສອນເຈົ້າແຂວງສາລະວັນ ໃນວັນທີ 29 ທັນວາ 2021 ທີ່ຜ່ານມານີ້ ທ່ານ ຖາວອນ ພົມວິບຸດ ຜູ້ປະສານງານໂຄງການປູກກ້ວຍຢູ່ເມືອງສາລະວັນໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງເຊັນບົດທຶກຄວາມເຂົ້າໃຈແລ້ວບໍລິສັດເຈຊິງພັດທະນາກະສິກໍາ ແລະ ເຕັກໂນໂລຊີ ກໍໄດ້ລົງມືບຸກເບີກເນື້ອທີ່ເພື່ອດຳເນີນໂຄງການໃນການຜະລິດ ຊຶ່ງໄດ້ເລີ່ມລົງມືໃນເດືອນ ມີນາ...

ໂຊກດີປີໃໝ່! ປະທານປະເທດສົ່ງພອນປີໃໝ່ພໍ່ແມ່ພີ່ນ້ອງປວງຊົນລາວທັງຊາດ

ມື້ນີ້ກໍ່ເປັນມື້ສຸດທ້າຍຂອງປີ ແລະ ສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ 2022 ກໍ່ຈະໄດ້ມາແທນທີ່. ສຳລັບປີ 2021 ຜ່ານມານັ້ນ, ມີຫລາຍເຫດການສໍາຄັນໄດ້ເກີດຂຶ້ນ ໃນປະເທດຂອງພວກເຮົາ ທັງທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຢ່າງທີ່ເຫັນປະຈັກຕາ ນີ້ເປັນຄຳກ່າວເບື້ອງຕົ້ນ ຂອງທ່ານ ປະທານປະເທດ. ເຊິ່ງວ່າທ່ານ ຍັງກ່າວຕື່ມວ່າ: ເຖິງວ່າປີຜ່ານມາ ພວກເຮົາໄດ້ປະເຊີນກັບຄວາມຫຍຸ້ງຍາກ...

ສົ່ງທ້າຍປີເກົ່າ ມື້ນີ້ພົບຜູ້ເສຍຊີວິດໃໝ່ 12 ຄົນ, ຕິດເຊື້ອທັງໝົດ 1.006 ຄົນ

ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈໍາວັນທີ 31 ທັນວາ 2021 ວ່າ ມາຮອດວັນທີ 31 ທັນວາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.100 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.006 ຄົນ...

ຊຽງຂວາງເກມ ໄດ້ຄະນະຮັບຜິດຊອບລະດັບຊາດຊຸດໃໝ່ ກຽມກໍານົດວັນເວລາ-ຮູບແບບການແຂ່ງຂັນ

ຄວາມເຄື່ອນໄຫວຂອງ ການກະກຽມງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຫຼ້າສຸດປະກາດແຕ່ງຕັ້ງຄະນະຮອບຜິດຊອບລະດັບຊາດຊຸດໃຫຍ່ ຢ່າງເປັນທາງການແລ້ວ ສ່ວນວຽກຕໍ່ໄປແມ່ນຈະກໍານົດວັນເວລາແຂ່ງຂັນ ແລະ ຮູບແບບການແຂ່ງຂັນ ອີງຕາມສະພາບຕົວຈິງ ຄາດວ່າຈະຈັດຂຶ້ນກ່ອນ ຫຼື ຫຼັງ ຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ ທີ່ຈະເປີດສາກຂຶ້ນໃນເດືອນພຶດສະພາ 2021. ກ່ອນໜ້ານີ້ ທ່ານ...

ຢາກລວຍຕ້ອນຮັບປີໃໝ່ມື້ນີ້ເລີຍ ເພາະ 3 ມັງກອນ 2022 ງົດອອກຫວຍ

ສຳລັບຄົນທີ່ມັກສ່ຽງໂຊກສ່ຽງດວງ ແມ່ນຮູ້ກັນດີວ່າ ຫວຍພັດທະນາລາວ ທຸກປະເພດແມ່ນອອກ 3 ຄັ້ງຕໍ່ອາທິດ ນັ້ນໄດ້ແກ່ ຈັນ, ພຸດ ແລະ ສຸກ ແລະ ໃນຊ່ວງໄລຍະນີ້ກໍ່ແມ່ນເປັນທີ່ນິຍົມຂອງຄົນໃນສັງຄົມຢ່າງຫຼວງຫຼາຍ ໃນການລຸ້ນລາງວັນໃຫຍ່ເລກ 6 ໂຕ. ແຕ່ຫຼ້າສຸດທາງ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແມ່ນໄດ້ອອກແຈ້ງການ ເລກທີ 1478/ຫພນ ລົງວັນທີ 24...

ແຈ້ງ! ປີນີ້ງົດສູດມົນຂ້າມປີ 2022

ເປັນປີທີສອງຕິດຕໍ່ກັນທີ່ບັນຫາຜູ້ຮັກໃນການເຂົ້າວັດສູດມົນຂ້າມປີຕ້ອງອົດໄປນັ່ງສະມາທິຟັງເທດ ແລະສູດມົນຂ້າມປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ປີນີ້ກໍ່ເຊັ່ນດຽວກັນຈະບໍໄດ້ໄປອີກເຊັ່ນເຕີຍພວກເຮົາກໍ່ພາກັນສູດນຳຢູທຸບ ນັ່ງສະມາທິຢູາເຮືອນໃນຄືນຂ້າມຜ່ານປີເກົ່າສູ່ໄປໃໝ່ໄປພ້ອມໆກັນ. ສຳລັບການຈັດກິດຈະກຳສູດມົນຂ້າມປີ ຕ້ອນຮັບສິ່ງດີໆໃຫ້ຊີວິດ ເປັນການປະຕິບັດກັນມາແຕ່ຍາວນານ ເຊິ່ງປະຊາຊົນຄົນຊາວພຸດ ມັກພາກັນໄປ ເນື່ອງຈາກ, ມີຄວາມເຊື່ອໃນການເສີມຄວາມເປັນສິລິມົງຄຸນໃຫ້ຕົນເອງ ແລະ ຕ້ອນຮັບສິ່ງດີໆໃນການໃຊ້ຊີວິດສຳລັບປີໃໝ່ ແລະ ຕະຫຼອດປີ. ແຕ່ວ່າຫຼ້າສຸດນີ້, ທາງອົງການພຸດທະສາສະໜາສຳພັນລາວ ນະຄອນຫຼວງວຽງຈັນແມ່ນໄດ້ອອກໜັງສືແຈ້ງການເລກທີ 060/ອພສ.ນວ ລົງວັນທີ 29 ທັນວາ 2021 ສຳລັບການຈັດງານພິທີສູດມົນຂ້າມປີ 31...

ບໍລິສັດ ຫົວເຫວີຍລາວ ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນປະຈຳປີ 2021 ແລະ ໄດ້ຮັບການຍ້ອງຍໍຈາກນາຍົກລັດຖະມົນຕີແຫ່ງ ສປປ ລາວ

ທ່ານ ເຄວິນ ຫູ ປະທານບໍລິສັດ ຫົວເຫວີຍ ເທັກໂນໂລຢີ (ລາວ) ຈໍາກັດຜູ້ດຽວ ໄດ້ຂຶ້ນຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນຂອງ ສຄອຊ ໃນໄລຍະໂຄວິດ-19 ປະຈຳປີ 2021 ມອບໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 29 ທັນວາ...

ຈັດຈຳລອງເຫດການ ຮັບນັກທ່ອງທ່ຽວທີ່ເດີນທາງເຂົ້າມາລາວ ໃນເຂດທ່ອງທ່ຽວສີຂຽວ

ໃນວັນທີ 30 ທັນວາ 2021 ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ນຳພາຄະນະ ແລະ ຂະແໜງກງານກ່ຽວຂ້ອງເຂົ້າຮ່ວມ ຈັດຈຳລອງເຫດການ ເພື່ອຮັບມືໃນກໍລະນີ ພົບນັກທ່ອງທ່ຽວຕິດເຊື້ອ ໂຄວິດ-19 ແລະ ບັນຫາອື່ນໆ ທີ່ເກີດຂຶ້ນໃນເວລາເດີນທາງມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ຂຶ້ນທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ການຈັດຈຳລອງເຫດການຄັ້ງນີ້ ກໍເພື່ອເປັນການກະກຽມຄວາມພ້ອມຮອບດ້ານ...
- Advertisment -
Slide
Slide

Most Read

error: Content is protected !!