ຊຽງຂວາງເກມ ໄດ້ຄະນະຮັບຜິດຊອບລະດັບຊາດຊຸດໃໝ່ ກຽມກໍານົດວັນເວລາ-ຮູບແບບການແຂ່ງຂັນ

337

ຄວາມເຄື່ອນໄຫວຂອງ ການກະກຽມງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຫຼ້າສຸດປະກາດແຕ່ງຕັ້ງຄະນະຮອບຜິດຊອບລະດັບຊາດຊຸດໃຫຍ່ ຢ່າງເປັນທາງການແລ້ວ ສ່ວນວຽກຕໍ່ໄປແມ່ນຈະກໍານົດວັນເວລາແຂ່ງຂັນ ແລະ ຮູບແບບການແຂ່ງຂັນ ອີງຕາມສະພາບຕົວຈິງ ຄາດວ່າຈະຈັດຂຶ້ນກ່ອນ ຫຼື ຫຼັງ ຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ ທີ່ຈະເປີດສາກຂຶ້ນໃນເດືອນພຶດສະພາ 2021.

ກ່ອນໜ້ານີ້ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ໄດ້ລາຍງານກ່ຽວກັບ 14 ແຜນຈຸດສຸມ 2021-2022 ໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກີລາ-ກາຍຍະກໍາທົ່ວປະເທດປະຈໍາສົກປີ 2016-2020 ແລະ ແຜນພັດທະນາ 5 ປີ ( 2021-2025 ) ເຊິ່ງໃນ 14 ແຜນດັ່ງກ່າວກໍມີໜຶ່ງແຜນທີ່ສໍາຄັນນັ້ນກໍຄື ສົມທົບ ແຂວງຊຽງຂວາງ ເຈົ້າພາບກະກຽມຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ໂດຍສະເພາະການ ປັບປຸງຄະນະຊີ້ນຳລະດັບຊາດຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ແລະ ການກຳນົດຮູບແບບການຈັດງານແຂ່ງຂັນດັ່ງກ່າວ ເນື່ອງຈາກການແຂ່ງຂັນແມ່ນໄດ້ເລື່ອນມາຫຼາຍຄັ້ງ ເຮັດໃຫ້ຄະນະຊີ້ນໍາລະດັບຊາດໃນຊຸດກ່ອນແມ່ນໄດ້ບໍານານ

ຫຼ້າສຸດ ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ ຈັດງານມະຫາກໍາກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ເລກທີ 140/ນຍ, ນະຄອນຫຼວງວຽງຈັນວັນທີ 27 ທັນວາ 2021 ( ດັ່ງໃນຂໍຕົກລົງລຸ່ມນີ້ )