Yearly Archives: 2021

ໂຄວິດເຮັດໃຫ້ເສຍຊີວິດລາຍວັນຫຼັກ 2 ຕົວເລກມາຫຼາຍວັນ ຫຼ້າສຸດ 13 ຄົນໃນມື້ດຽວ

ບ້ານເຮົາທຸກວັນນີ້ເວົ້າໄດ້ວ່າ ໂຄວິດກາຍເປັນເລື່ອງປົກກະຕິຂອງທຸກຄົນໄປແລ້ວ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ເພາະພະຍາດຊະນິດນີ້ຄົງບໍຈາງລົງງ່າຍໆຈິ່ງຕ້ອງຮຽນຮູ້ທີ່ຈະຢູ່ກັບມັນໃຫ້ໄດ້ ແຕ່ນັ້ນບໍ່ແມ່ນປະເດັນບັນຫາໃຫຍ່ຄື ໂຄວິດໄດ້ມາພາກເອົາຊີວິດຂອງຄົນບໍລິສຸດຫລາຍຄົນໃນແຕ່ລະວັນ ຫລ້າສຸດມື້ນີ້ 13 ກໍລະນີ ຖືວ່າບໍໜ້ອຍເລີຍ. ຕາມລາຍງານຂ່າວໜ້າສຸດ ສປປ ລາວ ກວດພົບຜູ້ຕິດເຊື້ອ 1.042 ຄົນ ໃນນັ້ນມີຜູ້ຕິດເຊື້ອພາຍໃນ 1.040ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ, ມີຜູ້ເສຍຊີວິດ 13 ຄົນ...

106 ບໍລິສັດ ຈາກ 13 ຂະແໜງການ ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນປີ 2021

106 ບໍລິສັດ ຈາກທົ່ວປະເທດ ໂດຍແບ່ງເປັນ 13 ຂະແໜງການໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນປີ 2021 ໂດຍໄດ້ມີພິທີມອບລາງວັນຢ່າງເປັນທາງການໃນຕອນບ່າຍວັນທີ 29 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ຂະນະທີ່ ທ່ານ ນາຍົກລັດຖະມົນຕີ ຢືນຢັນອີກເທື່ອໜຶ່ງວ່າພາກລັດ ແລະ ພາກທຸລະກິດ ແມ່ນຫຸ້ນສ່ວນສຳຄັນຮ່ວມກັນ ແລະ ຕັດແຍກອອກຈາກກັນບໍ່ໄດ້ໃນຂະບວນການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ. ທ່ານ ດາວອນ ພະຈັນທະວົງ...

ນາຍົກ ເນັ້ນ4 ຈຸດສຳຄັນ ໃນງານມອບລາງວັນທຸລະກິດຊັ້ນນຳດີເດັ່ນປີ 2021 ໃຫ້ພາກລັດ ແລະ ທຸລະກິດ ເອົາໃຈໃສ່ຮ່ວມກັນ ເພື່ອເສີມຂະຫຍາຍຈຸດແຂງ ເຮັດໃຫ້ເສດຖະກິດມີການຂະຫຍາຍໂຕ

106 ບໍລິສັດ ຈາກທົ່ວປະເທດ ຈາກ 13 ຂະແໜງການໄດ້ຮັບລາງວັນທຸລະກິດຊັນນຳດີເດັ່ນປີ 2021 ໂດຍໄດ້ມີພິທີມອບລາງວັນຢ່າງເປັນທາງການໃນຕອນບ່າຍວັນທີ 29 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ຂະນະທີ່ ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນ 4 ຈຸດສຳຄັນ ໃຫ້ພາກລັດ ແລະ ທຸລະກິດ ເອົາໃຈໃສ່ຮ່ວມກັນ ເພື່ອເສີມຂະຫຍາຍຈຸດແຂງທີ່ເຮົາມີ...

ເສຍດາຍສັກກັນບໍ່ທັນ! ໄນຈີເຣຍ ທຳລາຍວັກຊີນປ້ອງກັນໂຄວິດ-19 ໝົດອາຍຸລ້ານກວ່າໂດສ

ທຸກສິ່ງທຸກຢ່າງ ເຖິງວ່າຈະມີຄຸນຄ່າຫຼາຍ ກໍ່ຕ້ອງເຊື່ອມໄປຕາມການເວລາ ແມ່ນແຕ່ວັກຊິນ ປ້ອງກັນພະຍາດໂຄວິດ19 ທີ່ເປັນສິ່ງທີ່ສາມາດສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ ແລະ ເປັນທີ່ຕ້ອງການຂອງຫຼາຍປະເທດໃນທົ່ວໂລກ ເພື່ອປະຊາຊົນຂອງຕົນເອງໄດ້ເຂົ້າເຖິງແຕ່ເມື່ອໝົດອາຍຸກໍ່ຕ້ອງທຳລາຍຖີ້ມ. ຕາມຂ່າວຕ່າງປະເທດລາຍງານວ່າ ວັນທີ24ທັນວາ2021, ເຈົ້າໜ້າທີ່ ທາງການ ຂອງໄນຈີເຣຍ(Nigeria) ໄດ້ທຳລາຍ ວັກຊິນ ປ້ອງກັນໂຄວິດ-19 ຂອງແອສຕຣາ ເຊເນກາ ຫລາຍກວ່າ1ລ້ານໂດສ ຍ້ອນວັກຊິນ ໝົດອາຍຸການໃຊ້ງານແລ້ວ ຫລັງຈາກນຳໄປໃຊ້ບໍ່ທັນຕາມໄລຍະເວລາທີ່ກຳນົດ. ພາຍຫລັງເຈົ້າໜ້າທີ່ຈາກໜ່ວຍງານພັດທະນາ ເບິ່ງແຍງສຸຂະພາບຂັ້ນພື້ນຖານແຫ່ງຊາດ(NPHCDA) ເປັນຜູ້ປະສານງານການສັກວັກຊີນປ້ອງກັນໂຄວິດ-19...

ນັກສຶກສາກຽມພ້ອມ! ປາກປ່າສັກ ຈະເປີດການຮຽນ-ສອນແລ້ວ

ໂຄວິດມາ ການສຶຶກສາກໍ່ຖືກຢຸດໄປພ້ອມໆກັບຂະແໜງການອື່ນໆ, ເນື່ອງຈາກແຕ່ຕົ້ນສົກຮຽນ ຫຼື ສົກສຶກສາ 2021-2022 ນັ້ນແມ່ນ ຕ້ອງໄດ້ຜັນປ່ຽນການຮຽນ ການສອນໃນຮູບແບບອອນລາຍ ເພື່ອໃຫ້ເຂົ້າກັບສະພາບການແຜ່ລະບາດຂອງໂຄວິດ-19, ແຕ່ອີກບໍ່ດົນຈາກນີ້ຈະໄດ້ໄປນັ່ງໃນຫ້ອງຢ່າງເຊິ່ງໜ້າຄືກັບບັນຍາກາດທີ່ເຄີຍເປັນມາ. ຫຼ້າສຸດນີ້ ທາງວິທະຍາໄລປາກປ່າສັກ ກໍ່ໄດ້ອອກແຈ້ງການເລກທີ 4303/ວຕປສ ລົງວັນທີ 27 ທັນວາ 2021 ກ່ຽວກັບການຈັດຕັ້ງການຮຽນ-ສອນ ປະຈໍາສົກສຶກສາ 2021-2022 ແຕ່ຍັງຄົງປະຕິບັດຕໍ່ມາດຕະການຢ່າງເຂັ້ມງວດຕື່ມ. ເຊິ່ງວ່າຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ໄດ້ລະບຸວ່າ: ກ່ຽວກັບ...

ຍີ່ປຸ່ນ ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ ໃຫ້ ສປປ ລາວ

ລັດຖະບານຍີ່ປຸ່ນ ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ແລະ ຂົນສົ່ງວັກຊີນ ມູນຄ່າລວມກວ່າ 900.000 ໂດລາສະຫະລັດ ແລະ ວັກຊີນປ້ອງກັນພະຍາດໂຄວິດ-19 AstraZeneca ຈຳນວນ 320.200 ໂດສ໌ ໃຫ້ແກ່ ກະຊວງສາທາລະນະສຸກ, ສປປ ລາວ. ພິທີມອບ-ຮັບ ອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ແລະ ຂົນສົ່ງວັກຊີນໃຫ້ແກ່ ກະຊວງສາທາລະນະສຸກ ເພື່ອເສີມສ້າງຄວາມເຂັ້ມແຂງໃນຂະບວນການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃນ ສປປ...

ທາບທາມເປີດກວ້າງ ຮ່າງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມທາບທາມເປີດກວ້າງ ຮ່າງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫລື ຈວນກ ປີ 2021-2025 ຂຶ້ນ ໃນວັນທີ 29 ທັນວາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ...

ຄວ້າສອງລາງວັນຈາກເວທີແຫ່ງກຽດຕິຍົດຂອງແມ່ຍິງລາວໄປຄອງ ເບບີ້ ເມກຂະຫຼາ

ອາຍຸນ້ອຍບໍ່ໄດ້ເປັນຕົວຊີ້ວັດຄວາມສໍາເລັດ ເພາະອາຍຸນ້ອຍແຕ່ຄວາມສາມາດແມ່ນບໍ່ໄດ້ນ້ອຍເລີຍ ສໍາລັບສາວຫນ້າຫວານ, ຮອຍຍິ້ມສົດໃສຄົນນີ້ ຄວ້າໄດ້ເຖິງ 2ລາງວັນໃຫຍ່ ຈາກເວທີແຫ່ງກຽດຕິຍົດຂອງແມ່ຍິງລາວ ໃນເວທີປະກວດນາງສາວລາວ 2021 ໄດ້ຕໍາແຫນ່ງຮອງອັນດັບສອງ ແລະ ລາງວັນ ນາງສາວຂວັນໃຈຊ່າງພາບໄປຄອງຢ່າງສົມກຽດ ແລະ ເຫມາະສົມເປັນທີ່ສຸດ. ແລະສໍາລັບແມ່ຍິງລາວຄົນເກັ່ງທີ່ກໍາລັງເວົ້າເຖິງຢູ່ນີ້ກໍ່ຄື ເມກຂະຫຼາ ຈະເລີນໄຊ ຫລື ເບບີ້ ML13 ປັດຈຸບັນອາຍຸ 19ປີ ຕົວແທນຈາກນະຄອນຫຼວງວຽງຈັນ ປັດຈຸບັນກຳລັງສຶກສາຢູ່ທີ່...

ອອກມາແລ້ວຜົນຈັບສະຫຼາກບານເຕະຊີງແຊັມອາຊຽນ ຢູ23, ລາວ ຮ່ວມສາຍ ອິນໂດເນເຊຍ-ມາເລເຊຍ

ສະຫະພັນບານເຕະອາຊຽນ ( AFF ) ໄດ້ຈັດພິທີຈັບສະຫຼາກແບ່ງສາຍການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປິ ປະຈຳປີ 2022 ( AFF U23 Championship 2022 ) ຈັດຂຶ້ນໃນຕອນທ່ຽງຂອງວັນທີ 19 ທັນວາ 2021 ໂຮງແຮມ Goodwood Park Hotel...

ຂົວມິດຕະພາບລາວ-ໄທໜຶ່ງ 1 ໃນສອງດ່ານສຳຄັນພ້ອມຕ້ອນຮັບນັກທ່ອງທ່ຽວສູ່ລາວແລ້ວ

ເປັນເວລາ 2 ປີມາແລ້ວທີ່ ທໆ​ປະເທດເຮົາງຽບເຫງົາ ບໍມີນັກທ່ອງທ່ຽວເຂົ້າມາ ແຕ່ນັບຈາກວັນທີ 1 ມັງກອນ 2022 ຈະເປັນນິມິດໝາຍອັນໃໝ່ແກ່ປະເທດເຮົາໃນການຕ້ອນຮັບແຂກຄົນຈາກ 13 ປະເທດ ມາຢ້ຽມຢາມ ພາຍຫຼັງທີ່ລັດຖະບານໄດ້ມີຖະແຫຼງການເປີດຮັບນັກທ່ອງທ່ຽວຕ່າງປະເທດໃນນັ້ນໄລຍະທຳອິດນີ້ແມ່ນມີ 2 ດ່ານໃຫຍ່ຄື ສະໜາມບິນສາກົນວັດໄຕ ແລະ ຂົວມິດຕະພາບລາວ-ໄທແຫ່ງທີ1. ອີງຕາມແຫຼ່ງຂ່າວຈາກ Lao National Radio ໂດຍອ້າງອີງການໃຫ້ສຳພາດທ່ານ ພັນໂທ...
- Advertisment -
Slide
Slide

Most Read

error: Content is protected !!