106 ບໍລິສັດ ຈາກ 13 ຂະແໜງການ ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນປີ 2021

282

106 ບໍລິສັດ ຈາກທົ່ວປະເທດ ໂດຍແບ່ງເປັນ 13 ຂະແໜງການໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນປີ 2021 ໂດຍໄດ້ມີພິທີມອບລາງວັນຢ່າງເປັນທາງການໃນຕອນບ່າຍວັນທີ 29 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ຂະນະທີ່ ທ່ານ ນາຍົກລັດຖະມົນຕີ ຢືນຢັນອີກເທື່ອໜຶ່ງວ່າພາກລັດ ແລະ ພາກທຸລະກິດ ແມ່ນຫຸ້ນສ່ວນສຳຄັນຮ່ວມກັນ ແລະ ຕັດແຍກອອກຈາກກັນບໍ່ໄດ້ໃນຂະບວນການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.

ທ່ານ ດາວອນ ພະຈັນທະວົງ ຮອງປະທານ ສຄອຊ ທັງເປັນຜູ້ປະຈຳການ ສຄອຊ ໄດ້ລາຍງານໂດຍຫຍໍ້ວ່າ: ຈຸດປະສົງຕົ້ນຕໍຂອງການຈັດງານມອບລາງວັນໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂວັນກໍາລັງໃຈ, ໃຫ້ການຍ້ອງຍໍຊົມເຊີຍ ບັນດາຫົວຫນ່ວຍທຸລະກິດ ທີ່ເປັນສະມາຊິກ ຂອງ ສຄອຊ ທີ່ມີຜົນງານໃນການບໍລິຫານວິສາຫະກິດຂອງຕົນເອງໃຫ້ມີການຂະຫຍາຍຕົວ ແລະ ສາມາດປະຄັບປະຄອງທຸລະກິດ ໃຫ້ສາມາດຂ້າມຜ່ານວິກິດຕ່າງໆ ທີ່ເກີດຂຶ້ນຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19. ພ້ອມດຽວກັນນີ້ ກໍເປັນການຊົມເຊີຍ ບັນດາວິສາຫະກິດ ທີ່ມີທ່າແຮງປະກອບສ່ວນທາງດ້ານທຶນຮອນ, ວັດຖຸປັດໄຈຕ່າງໆ ສົມທົບໃຫ້ແກ່ລັດຖະບານ ໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ປະກອບສ່ວນ ຕໍ່ການຟື້ນຟູເສດຖະກິດຂອງປະເທດຊາດ ກໍຄືການພັດທະນາເສດຖະກິດສັງຄົມ ໃນໄລຍະຜ່ານມາ.

ຄະນະບໍລິຫານງານ ສຄອຊ ໄດ້ມີການປຶກສາຫາລື, ສຶກສາ ແລະ ຄັດເລືອກຍ້ອງຍໍບັນດາສະມາຊິກ ສຄອຊ ທີ່ມີຜົນງານດີເດັ່ນໃນໄລຍະການແຜ່ລະບາດຂອງ ເຊື້ອພະຍາດ COVID-19 ຈາກ ຫຼາຍກວ່າ 4.000 ສະມາຊິກ ໃນຂອບເຂດທົ່ວປະເທດ ໃນນັ້ນຜູ້ທີ່ໄດ້ຮັບການຄັດເລືອກຈາກ ຄະນະຮັບຜິດຊອບ ລວມມີທັງໝົດ 106 ບໍລິສັດ ຈາກທົ່ວປະເທດ ຊຶ່ງລວມມີ: ແຂວງສາລະວັນ, ຈໍາປາສັກ, ສະຫວັນນະເຂດ, ບໍລິຄໍາໄຊ, ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ ແລະ ອື່ນໆ ໂດຍໄດ້ແບ່ງເປັນ 13 ຂະແໜງການ.

ເງື່ອນໄຂຕົ້ນຕໍຂອງຫົວໜ່ວຍທຸລະກິດທີ່ຈະໄດ້ຮັບລາງວັນ ແມ່ນຕ້ອງເປັນສະມາຊິກ ຂອງ ສຄອຊ, ສະພາການຄ້າອຸດສາຫະກໍາ ນະຄອນຫຼວງ, ແຂວງ, ເມືອງ ຫຼື ກຸ່ມ-ສະມາຄົມທຸລະກິດ ທີ່ຂຶ້ນກັບ ສຄອຊ; ເປັນບໍລິສັດທີ່ປະກອບສ່ວນ ພັນທະໃຫ້ລັດຖະບານຕາມລະບຽບກົດໝາຍ ທີ່ວາງອອກ; ມີຫົວຄິດປະດິດສ້າງໃນການບໍລິຫານຈັດການ ທຸລະກິດຂອງຕົນໃຫ້ມີການຂະຫຍາຍຕົວ, ຫຼື ປະຄັບປະຄອງທຸລະກິດ ໃຫ້ສາມາດຂ້າມຜ່ານວິກິດຕ່າງໆ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19; ເປັນບໍລິສັດທີ່ໃຫ້ການຊ່ວຍເຫຼືອສັງຄົມໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19; ມີການເຄື່ອນໄຫວ ແລະ ເຂົ້າຮ່ວມກິດຈະກໍາຂອງ ສຄອ ໃນຂັ້ນຕ່າງໆ , ປະກອບສ່ວນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ສຄອຊ ກໍຄືພາກທຸລະກິດ.

106 ບໍລິສັດທີ່ໄດ້ຮັບລາງວັນໃນຄັ້ງນີ້ ລ້ວນແຕ່ມີເງື່ອນໄຂຕາມທີ່ ສຄອຊ ກໍານົດ ໂດຍສະເພາະແມ່ນໄດ້ມີການປະກອບສ່ວນພັນທະອາກອນ ຕາມລະບຽບກົດໝາຍເປັນປົກກະຕິ, ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກ COVID-19 ກໍຕາມ, ອີງຕາມຕົວເລກທີ່ເກັບກໍາໃນໃບທະບຽນອາກອນຂອງປີ 2020 ນີ້ ເຫັນວ່າ ການປະກອບສ່ວນພັນທະອາກອນ ຂອງຈໍານວນ 106 ບໍລິສັດ ລວມມີ ມູນຄ່າທັງຫມົດຫຼາຍກວ່າ 1.000 ຕື້ກີບ, ນອກຈາກນີ້ຍັງມີ ຫຼາຍຫົວໜ່ວຍທຸລະກິດຍັງໄດ້ປະກອບສ່ວນທາງດ້ານວັດຖຸ ແລະ ທຶນຮອນ ເປັນຈໍານວນຫຼວງຫຼາຍ ເພື່ອສົມທົບກັບລັດຖະບານ ຮ່ວມໃຈປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດ COVID-19.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນມອບ ລາງວັນນັກທຸລະກິດຊັ້ນນຳດີເດັ່ນ ສຄອຊ ໃນໄລຍະໂຄວິດ-19 ປະຈຳປີ 2021 ຄັ້ງນີ້ ໃຫ້ແກ່ບັນດາທຸລະກິດທີ່ໄດ້ຮັບລາງວັນດັ່ງກ່າວ. ຈາກນັ້ນຜູ້ເຂົ້າຮ່ວມງານຄັ້ງນີ້, ໄດ້ພ້ອມກັນຮັບຟັງ ການລາຍງານສະພາບການດຳເນີນທຸລະກິດ ຈາກຄະນະທຸລະກິດຂະແໜງກະສິກຳ, ທ່ອງທ່ຽວ, ອຸດສາຫະກຳ ແລະ ໂລຈິສຕິກ.

ໂອກາດສຳຄັນນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຢືນຢັນອີກເທື່ອໜຶ່ງວ່າພາກລັດ ແລະ ພາກທຸລະກິດ ແມ່ນຫຸ້ນສ່ວນສຳຄັນຮ່ວມກັນ ແລະ ຕັດແຍກອອກຈາກກັນບໍ່ໄດ້ໃນຂະບວນການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ, ຈາກນີ້ພາກລັດຕ້ອງຫັນປ່ຽນທັດສະນະແນວຄິດ ແລະ ການກະທຳຂອງຕົນ ຈາກທີ່ຊິນເຄີຍເປັນຜູ້ຄວບຄຸມແຕ່ດ້ານດຽວ ມາເປັນຜູ້ບໍລິຫານຈັດການ ຊຶ່ງໃນນັ້ນມີໜ້າທີ່ເຮັດການບໍລິການຮັບໃຊ້ປະຊາຊົນເປັນອັນສຳຄັນ, ພາກທຸລະກິດ ແລະ ຜູ້ປະກອບການກໍ່ຕ້ອງຫັນປ່ຽນປັບປຸງ ແກ້ໄຂຂອດອ່ອນ, ພັດທະນາຍົກສູງຄວາມອາດສາມາດຂອງຕົນເອງໃຫ້ຫຼາຍຂຶ້ນກວ່າເກົ່າໃນຫຼາຍດ້ານ.