ເພື່ອດຶງເງິນຕາເຂົ້າມາປະເທດ ຕ້ອງນຳໃຊ້ຂະແໜງທ່ອງທ່ຽວໃຫ້ເກີດປະໂຫຍດສູງສຸດ

43

ໃນກອງປະຊຸມທຸລະກິດລາວຄັ້ງທີ 15 ທີ່ຈັດຂຶ້ນເມື່ອວັນທີ 2 ເມສາ ຜ່ານມາ ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ທ່ານ ພູວົງພະມີສິດ ເຈົ້າຂອງຮ້ານຄໍາພູວົງ ແລະ ເຈົ້າຂອງສວນພຶກສາໄດ້ໃຫ້ສໍາພາດວ່າ ປະເທດເຮົາມີທ່າແຮງໃນການທ່ອງທ່ຽວ ທາງທໍາມະຊາດ ແລະ ດ້ານວັດທະນະທໍາ ສາມາດດຶງດູດເມັດເງິນຕາຕ່າງປະເທດເຂົ້າມາ ເພື່ອປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດໄດ້.

May be an image of 7 people, newsroom and text
ທ່ານ ພູວົງ ພະມີສິດ ໄດ້ກ່າວວ່າ: ໃນນນາມພາກທຸລະກິດລາວ ສ່ວນຕົວໄດ້ມີໂອກາດໃນການເຂົ້າຮ່ວມກອງປະຊຸມທຸລະກິດລາວຄັ້ງທີ 15 ປີ 2024ນີ້ ເຊິ່ງເປັນເວທີກອງປະຊຸມໃຫຍ່ສໍາລັບນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເຊີ່ງພວກເຮົາໄດ້ມີໂອກາດສະເໜີ ຄໍາຄິດຄໍາເຫັນ ແລະ ບາງຂໍ້ສະເໜີ ບັນຫາທີ່ພວກເຮົາພົບພໍ້ໃນການ ດໍາເນີນທຸລະກິດ ໂດຍສະເພາະໃນຂະແໜງການບໍລິການທ່ອງທ່ຽວ ເຊີ່ງຕົວແທນກໍໄດ້ສະເໜີບາງບັນຫາ ຕໍ່ລັດຖະບານເພື່ອ ນໍາເອົາໄປເພື່ອປັບປຸງ ແກ້ໄຂ ຮ່ວມກັນ ສ້າງໃຫ້ບັນຍາກາດການລົງທຶນໃຫ້ຫຼາຍຂຶ້ນ ເກີດໃຫ້ມີຂະບວນການດືງດູດນັກທ່ອງທ່ຽວເຂົ້າມາ ເພີ່ມຂຶ້ນ ເພື່ອສ້າງລາຍຮັບໃຫ້ຜູ້ປະກອບການ, ພໍ່ແມ່ປະຊາຊົນໃນທ້ອງຖີ່ນ ໄດ້ນໍາເອົາສິນຄ້າ, ເກີດມີການຜະລິດ ເພື່ອມາຮັບໃຊ້ ແລະ ບໍລິການໃຫ້ນັກທ່ອງທ່ຽວ.

May be an image of temple
ທ່ານພູວົງ ພະມີສິດ ຍັງໄດ້ ຍົກໃຫ້ເຫັນ ຈຸດທີ່ຜູ້ຕາງໜ້າ ທະນາຄານໂລກ ຍົກຂຶ້ນມາໃນກອງປະຊຸມ ທຸລະກິດລາວຄັ້ງທີ 15ນີ້ວ່າ ປະເທດເຮົາ ແມ່ນຂາດເງິນຕາຕ່າງປະເທດ ສະນັ້ນ, ໂຕທີ່ເຮົາຕ້ອງໄດ້ພ້ອມກັນແກ້ໄຂແມ່ນດຶງເອົານັກທ່ອງທ່ຽວຕ່າງປະເທດໃຫ້ເຂົ້າມາໄດ້ຫຼາຍທີ່ສຸດ ເພື່ອເອົາເງິນຕາເຂົ້າມາປະເທດເຮົາໃຫ້ໄດ້ຫຼາຍ ໃນຈຸດນີ້ແມ່ນດີໃຈທີ່ສຸດທີ່ກອງປະຊຸມໄດ້ຍົກບັນຫານີ້ຂຶ້ນມາຫາລື ເຊີ່ງສວນພືກສາເອງກໍເປັນສ່ວນໜຶ່ງ ທີ່ດືງດູດເອົານັກທ່ອງທ່ຽວ ເຂົ້າມາທ່ຽວ ໂດຍສະເພາະໃນນະຄອນຫຼວງວຽງຈັນ ເຊີ່ງພວກເຮົາໄດ້ ສ້າງຫໍວາງສະແດງ 50 ຊົນເຜົ່າທີ່ຫາກໍ່ເປີດໃຫ້ບໍລິການຢູ່ສວນພຶກສາ ອັນໄດ້ກາຍເປັນຈຸດຂາຍ ເອົາການສະແດງວັດທະນະທໍາຊົນເຜົ່າມາເປັນຈຸດເດັ່ນ ແລະ ດືງດູດນັກທ່ອງທ່ຽວເຂົ້າມາ ເພາະວັດຖະນະທໍາມັນເປັນມໍລະດົກທີ່ບໍ່ມີວັນບົກແຫ້ງ ຖ້າເຮົາຫາກນໍາສະເໜີໃຫ້ມີຄວາມໂດດເດັ່ນ ແລະ ສາມາດເຂົ້າເຖິງໄດ້ງ່າຍກໍ່ຈະເປັນທ່າແຮງໜຶ່ງທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາເພີ່ມຂຶ້ນ.

May be an image of 1 person and text