ລັດວິສາຫະກິດຖືຮຸ້ນລາວ ຕັ້ງເປົ້າສ້າງລາຍຮັບປີ 2024 ທີ່ 60 ລ້ານໂດລາ

119

ລັດວິສາຫະກິດຖືຮຸ້ນລາວ (ລຮລ) ໄດ້ດໍາເນີນທຸລະກິດໃນ 4 ໂຄງການຜະລິດໄຟຟ້າ ທີ່ທາງບໍລິສັດຮ່ວມຖືຮຸ້ນ ເຊີ່ງສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 19.688 ລ້ານ kWh ສາມາດສ້າງລາຍຮັບໄດ້ທັງໝົດ 50,51 ລ້ານໂດລາ, ສ່ວນປີນີ້ຕັ້ງເປົ້າໃຫ້ໄດ້ 60 ລ້ານໂດລາສະຫະລັດ.
ໃນວັນທີ 26 ມີນາ 2024 ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6 ລັດວິສາຫະກິດຖືຮຸ້ນລາວ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2023 ແລະ ຜ່ານທິດທາງແຜນການປີ 2024 ເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະສະພາບໍລິຫານ ລຮລ, ຫ້ອງການ, ບັນດາກົມ ແລະ ສະຖາບັນຈາກກະຊວງພະລັງງານແລະ ບໍ່ແຮ່, ຕາງໜ້າກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານ ແລະ ພະນັກງານ ລຮລ ເຂົ້າຮ່ວມ.

May be an image of 3 people, dais and text
ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການ ລຮລ ໄດ້ລາຍງານຜົນສຳເລັດໃນການດຳເນີນທຸລະກິດປະຈຳປີ 2023 ເຊີ່ງ ລຮລ ສາມາດສ້າງລາຍຮັບໄດ້ 50,51 ລ້ານໂດລາ ສຫລ, ມີຜົນກຳໄລທາງການບັນຊີ 21,86 ລ້ານໂດລາ ສຫລ, ໄດ້ຊຳລະຕົ້ນທຶນ-ດອກເບັ້ຍໃຫ້ກະຊວງການເງິນ ແລະ ທະນາຄານທຸລະກິດພາຍໃນປະເທດ ຕາມສັນຍາແລະ ປະຕິບັດພັນທະອາກອນ 5,51 ລ້ານໂດລາ. ເຊິ່ງ 4 ໂຄງການທີ່ ລຮລ ຮ່ວມຖືຮຸ້ນໃນປະຈຸບັນ ສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 19.688 ລ້ານ kWh.

May be an image of 6 people and text

ໃນ 4 ໂຄງການປະກອບດ້ວຍ ໂຄງການໄຟຟ້ານ້ຳເທີນ 2 ຜະລິດໄດ້ 4.432 ລ້ານ kWh, ໂຄງການໄຟຟ້າຄວາມຮ້ອນຫົງສາ 12.077 ລ້ານ kWh, ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ 1.856 ລ້ານ kWh ແລະ ໂຄງການໄຟຟ້ານໍ້າງຽບ 1 ຜະລິດໄດ້ 1.323 ລ້ານ kWh, ລວມລາຍຮັບຈາກການຂາຍໄຟຟ້າທັງໝົດ 1.206 ລ້ານໂດລາ, ໃນນີ້ໄດ້ມອບໃຫ້ລັດຖະບານ 85,70 ລ້ານໂດລາປະກອບມີ (ຄ່າພາກ
ຫຼວງ 32,02 ລ້ານໂດລາ, ອາກອນກໍາໄລ 37,20 ໂດລາ ແລະ ຄ່າທຳນຽມແຮ່ທາດ 16,48 ລ້ານໂດລາ).

May be an image of 1 person, dais and text

ສຳລັບທິດທາງແຜນການປີ 2024 ລຮລ ຈະພະຍາຍາມສູ້ຊົນໃຫ້ມີລາຍຮັບເພີ່ມຂຶ້ນ ໂດຍວາງຄາດໝາຍສ້າງລາຍຮັບ ປະມານ 60 ລ້ານໂດລາ, ເນື່ອງຈາກມີຜົນປະກອບການທີ່ດີກວ່າເກົ່າ ແລະ ມອບພັນທະອາກອນໃຫ້ລັດຖະບານໄດ້ຫຼາຍຂຶ້ນ. ລຮລ ຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີທີ່ສຸດ ເພື່ອເປັນຫົວໜ່ວຍທຸລະກິດໜຶ່ງຂອງລັດທີ່ມີຄວາມເຂັ້ມແຂງ, ປະກອບສ່ວນສ້າງລາຍຮັບທີ່ໝັ້ນຄົງ, ມີກຳໄລຍືນຍົງ ເພື່ອສົ່ງມອບໃຫ້ລັດຖະບານນັບມື້ຫຼາຍຂຶ້ນຕາມ 5 ວິໄສທັດໃນການຄຸ້ມຄອງບໍລິຫານທຸລະກິດ: ລົງທຶນຢ່າງມີປະສິດທິຜົນ; ສ້າງຜົນກຳໄລໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້; ສ້າງຄວາມເຊື່ອຖືຈາກສະຖາບັນການເງິນສາກົນ ແລະ ຜູ້ສະໜອງທຶນ; ສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນຢ່າງຕໍ່ເນື່ອງ; ບໍລິຫານລາຍຮັບ ແລະລາຍຈ່າຍຢ່າງໂປ່ງໃສ.

May be an image of 11 people, dais and text