ຍີ່ປຸ່ນ ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ ໃຫ້ ສປປ ລາວ

153

ລັດຖະບານຍີ່ປຸ່ນ ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ແລະ ຂົນສົ່ງວັກຊີນ ມູນຄ່າລວມກວ່າ 900.000 ໂດລາສະຫະລັດ ແລະ ວັກຊີນປ້ອງກັນພະຍາດໂຄວິດ-19 AstraZeneca ຈຳນວນ 320.200 ໂດສ໌ ໃຫ້ແກ່ ກະຊວງສາທາລະນະສຸກ, ສປປ ລາວ.


ພິທີມອບ-ຮັບ ອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ແລະ ຂົນສົ່ງວັກຊີນໃຫ້ແກ່ ກະຊວງສາທາລະນະສຸກ ເພື່ອເສີມສ້າງຄວາມເຂັ້ມແຂງໃນຂະບວນການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2021 ທີ່ກະຊວງສາທາລະສຸກ ມອບໂດຍ ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ແລະ ຮັບໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ.


ອຸປະກອນທີມອບໃນຄັ້ງນີ້ ປະກອບມີ: ຕູ້ແຊ່ແຂງເພື່ອເກັບຮັກສາວັກຊີນ ແລະ ແທ່ງນໍ້າແຂງທຽມ ຈຳນວນ 208 ຕູ້, ຕູ້ເຢັນ 480 ຕູ້, ອາໄຫຼ່ສຳລັບອຸປະກອນຕ່າງໆ, ກ່ອງຂົນສົ່ງວັກຊີນ 500 ກ່ອງ, ກ່ອງເຢັນ 100 ກ່ອງ ແລະ ແທ່ງນໍ້າແຂງທຽມຈຳນວນ 10.000 ແທ່ງ, ເຊີ່ງທັງໝົດນີ້ແມ່ນການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໂດຍຜ່ານອົງການຢູນິເຊັບ ມີມູນຄ່າລວມ 913.141 ໂດລາສະຫະລັດ ເຊິ່ງການສະໜອງອຸປະກອນລະບົບຄວາມເຢັນໃນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງໂຄງການທີ່ລັດຖະບານຍີ່ປຸ່ນພວມຈັດຕັ້ງປະຕິບັດເພື່ອສະໜັບສະໜູນ ສປປ ລາວ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຄວາມເຢັນສຳລັບການເກັບຮັກສາ ແລະ ຂົນສົ່ງວັກຊີນ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການຮັບມືກັບພະຍາດໂຄວິດ-19, ເຊິ່ງໂຄງການດັ່ງກ່າວແມ່ນມີມູນຄ່າລວມທັງໝົດ 1,1 ລ້ານໂດລາ.

ນອກຈາກການຈັດຊື້ອຸປະກອນລະບົບຄວາມເຢັນແລ້ວ, ຈໍານວນທຶນທີ່ເຫຼືອພາຍໃຕ້ໂຄງການນີ້ ແມ່ນຈະປະກອບສ່ວນເຂົ້າໃນການຜັນຂະຫຍາຍການຮ່ວມມືດ້ານວິຊາການລະຫວ່າງລັດຖະບານຍີ່ປຸ່ນ ແລະ ລັດຖະບານ ສປປ ລາວ ໃນວຽກງານເສີມສ້າງລະບົບຄວາມເຢັນ ຂອງ ສປປ ລາວ ໃນອະນາຄົດ.


ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ຕ່າງໜ້າລັດຖະບານລາວ ກໍຄືກະຊວງສາທາລະນະສຸກ ກ່າວຂໍສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ສຳລັບການສະໜັບສະໜູນອຸປະກອນລະບົບຄວາມເຢັນໃນຄັ້ງນີ້ ເຊິ່ງຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ກັບລະບົບຄວາມເຢັນເພື່ອເກັບຮັກສາ ແລະ ຂົນສົ່ງວັກຊີນປ້ອງກັນພະຍາດໂຄວິດ-19, ຈະສາມາດຜັນຂະຫຍາຍວຽກງານການຊັກວັກຊີນໃຫ້ສາມາດເຂົ້າເຖິງຈຳນວນປະຊາກອນໄດ້ຫຼາຍຂຶ້ນໃນໄລຍະການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ນອກຈາກອຸປະກອນລະບົບຄວາມເຢັນແລ້ວ, ລັດຖະບານຍີ່ປຸນຍັງໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ກະຊວງສາທາລະນະສຸກ ຢ່າງເປັນທາງການອີກດ້ວຍ ເຊີ່ງວັກຊີນແມ່ນໄດ້ມາຮອດ ສປປ ລາວ ໃນວັນທີ 23 ທັນວາ ຜ່ານມາ ແລະ ເປັນການຊ່ວຍເຫຼືອຈາກຍີ່ປຸນໂດຍຜ່ານໂຄງການ COVAX Facility.


ທ່ານ ໂຄບາຢາຊິ ເຄນອິຈິ ກ່າວວ່າ: ການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນໃນຄັ້ງນີ້ ສະແດງເຖິງມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງປະເທດ ຍີ່ປຸ່ນ ແລະ ສປປ ລາວ ໃນຊ່ວງເວລາອັນທ້າທາຍນີ້. ອຸປະກອນລະບົບຄວາມເຢັນ ແມ່ນມີຄວາມສຳຄັນຫຼາຍຕໍ່ຂະບວນການສັກຢາວັກຊີນ, ດັ່ງນັ້ນ ພວກເຮົາຮູ້ສຶກເປັນກຽດທີໄດ້ສະໜອງອຸປະກອນຕ່າງໆເຊັນ: ຕູ້ແຊ່ແຂງເພື່ອເກັບຮັກສາວັກຊີນໃຫ້ເເກ່ ສປປ ລາວ ເພື່ອຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສັກຢາວັກຊີນໃນປະເທດ. ນອກນີ້, ພວກເຮົາຍັງພູມໃຈທີ່ໄດ້ໃຫ້ການສະໜັບສະໜູນວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ເຊິ່ງຈະຊ່ວຍປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງຕໍ່ພະຍາດດັ່ງກ່າວອີກດ້ວຍ.

ຂ່າວ-ພາບ: ສັນຕິ